ຂປລ
ງານວາງສະແດງ ສິນຄ້າ ບໍລິໂພກ ຄັ້ງທີ 5 ຈະຈັດຂຶ້ນ ຢູ່ແຂວງໄຫຫລຳ ຂອງສປ ຈີນ ໃນລະຫວ່າງ ວັນທີ 13-18 ເມສານີ້. ງານວາງສະແດງ ຄັ້ງນີ້ ໄດ້ດຶງດູດ ວິສາຫະກິດ 65 ແຫ່ງ ໃນ 500 ວິສາຫະກິດ ເຂັ້ມແຂງ ໃນໂລກ ແລະ ວິສາຫະກິດ ນຳໜ້າ ເຂົ້າຮ່ວມ ເຊິ່ງມີຂະໜາດ ໃຫຍ່ກວ່າ ທຸກຄັ້ງ ຜ່ານມາ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ງານວາງສະແດງ ສິນຄ້າ ບໍລິໂພກ ຄັ້ງທີ 5 ຈະຈັດຂຶ້ນ ຢູ່ແຂວງໄຫຫລຳ ຂອງສປ ຈີນ ໃນລະຫວ່າງ ວັນທີ 13-18 ເມສານີ້. ງານວາງສະແດງ ຄັ້ງນີ້ ໄດ້ດຶງດູດ ວິສາຫະກິດ 65 ແຫ່ງ ໃນ 500 ວິສາຫະກິດ ເຂັ້ມແຂງ ໃນໂລກ ແລະ ວິສາຫະກິດ ນຳໜ້າ ເຂົ້າຮ່ວມ ເຊິ່ງມີຂະໜາດ ໃຫຍ່ກວ່າ ທຸກຄັ້ງ ຜ່ານມາ. ງານວາງສະແດງຄັ້ງນີ້ ຖືເອົາ “ເສດຖະກິດ ທີ່ປາກົດຕົວ ຄັ້ງທຳອິດ” ເປັນໃຈກາງ, ໄດ້ດຶງດູດ ໃຫ້ຈຳນວນ ວິສາຫະກິດໃນ 500 ວິສາຫະກິດ ເຂັ້ມແຂງ ໃນໂລກ ແລະ ວິສາຫະກິດ ນຳໜ້າ ຫລາຍກວ່າ ທຸກຄັ້ງ ຜ່ານມາ ເຂົ້າຮ່ວມ. ອັງກິດ ຈະເປັນປະເທດ ກິຕິມະສັກ, ເນື້ອທີ່ ການວາງສະແດງ ຫລາຍກວ່າ 1.300 ຕາແມັດ, ມີ 53 ຍີ່ຫໍ້ ຈະເຂົ້າຮ່ວມ ການວາງສະແດງ, ເປັນສອງເທົ່າ ຂອງຄັ້ງຜ່ານມາ.ປັດຈຸບັນ, ສູນຖະແຫລງຂ່າວ ຂອງງານວາງສະແດງ ສິນຄ້າ ບໍລິໂພກ ໄດ້ກຽມພ້ອມແລ້ວ, ຈະເປີດບໍລິການ ໃນເວລາ 14:00 ຂອງວັນທີ 13 ເມສານີ້ ເພື່ອໃຫ້ບໍລິການ ແກ່ສື່ມວນຊົນ ທີ່ມາລາຍງານຂ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL