ສປຊ ຮຽກຮ້ອງລະດົບເງິນຊ່ວຍເຫລືອມຽນມາ ປະມານ 275 ລ້ານໂດລາສະຫະລັດ ແບບຮີບດ່ວນ

12/04/2025 21:34
Email Print 124
ຂປລ ອົງການ ສະຫະ ປະຊາຊາດ(ສປຊ) ໄດ້ຮຽກຮ້ອງ ໃຫ້ປະຊາຄົມໂລກ ລະດົບເງິນ ຊ່ວຍເຫລືອ ປະມານ 275 ລ້ານໂດລາ ສະຫະລັດ ແບບຮີບດ່ວນ ເພື່ອໜູນຊ່ວຍ ຜູ້ປະສົບໄພ ແຜ່ນດິນໄຫວ ໃນມຽນມາ ຫລາຍກວ່າ 1 ລ້ານຄົນ ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 11 ເມສາ, ອົງການ ສະຫະ ປະຊາຊາດ(ສປຊ) ໄດ້ຮຽກຮ້ອງ ໃຫ້ປະຊາຄົມໂລກ ລະດົບເງິນ ຊ່ວຍເຫລືອ ປະມານ 275 ລ້ານໂດລາ ສະຫະລັດ ແບບຮີບດ່ວນ ເພື່ອໜູນຊ່ວຍ ຜູ້ປະສົບໄພ ແຜ່ນດິນໄຫວ ໃນມຽນມາ ຫລາຍກວ່າ 1 ລ້ານຄົນ ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ. ສຳລັບ ແຜນການ ອຸປະຖຳ ດ້ານມະນຸດ ສະທຳ ໃນມຽນມາ ຄາດວ່າ: ຕ້ອງການວົງເງິນ ສູງເຖິງ 1,1 ຕື້ໂດລາ ສະຫະລັດ ເພື່ອອຸປະຖຳ ໃຫ້ແກ່ ປະຊາຊົນ ຫລາຍກ່ວາ 5,5 ລ້ານຄົນ ແຕ່ປັດຈຸບັນ ພຽງແຕ່ໄດ້ຮັບ ປະມານ 5% ຂອງຈຳນວນເງິນ ດັ່ງກ່າວ. ຂະນະນີ້ ມີປະຊາຊົນ ມຽນມາ ໄດ້ຮັບຜົນກະທົບ ຈາກເຫດການ ແຜ່ນດິນໄຫວ ຄັ້ງນີ້ ສູງເຖິງ 6,3 ລ້ານກວ່າຄົນ ພວມຕ້ອງການ ຄວາມຊ່ວຍເຫລືອ ຢູ່ບັນດາເຂດ ໄດ້ຮັບຜົນກະທົບ ຢ່າງໜັກໜ່ວງ. ສ່ວນຍອດ ຜູ້ເສຍຊີວິດ ເພີ່ມຂຶ້ນ 3.689ຄົນ ແລະ ບາດເຈັບ 5.000 ກວ່າຄົນ.ນອກນີ້ ຍັງມີຜູ້ສູນຫາຍ ເກືອບ 140ຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top