ຂປລ
ສ.ອາເມລິກາ ປະກາດ ເກັບສິນຄ້າ ທີ່ນຳເຂົ້າຈາກ ສປ ຈີນ ເພີ່ມສູງຂຶ້ນເຖິງ 145% ຈາກ 125% ທີ່ປະກາດໃຊ້ ໃນວັນທີ 10ເມສາ ຜ່ານມາ ມີຜົນບັງຄັບໃຊ້ ຢ່າງເປັນທາງການ ເຮັດໃຫ້ສົ່ງຄາມການຄ້າ ລະຫວ່າງ 2ປະເທດ ເພີ່ມຄວາມຮຸນແຮງຍິ່ງຂຶ້ນ.
ຂປລ.ຕາມຂ່າວຈາກ ທຳນຽບຂາວ,ວັນທີ11 ເມສານີ້, ສ.ອາເມລິກາ ປະກາດ ເກັບສິນຄ້າ ທີ່ນຳເຂົ້າຈາກ ສປ ຈີນ ເພີ່ມສູງຂຶ້ນເຖິງ 145% ຈາກ 125% ທີ່ປະກາດໃຊ້ ໃນວັນທີ 10ເມສາ ຜ່ານມາ ມີຜົນບັງຄັບໃຊ້ ຢ່າງເປັນທາງການ ເຮັດໃຫ້ສົ່ງຄາມການຄ້າ ລະຫວ່າງ 2ປະເທດ ເພີ່ມຄວາມຮຸນແຮງຍິ່ງຂຶ້ນ. ຂະນະດຽວກັນ ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ປະກາດ ໂຈະການເກັບພາສີ ອັດຕາໃໝ່ ກັບປະເທດ ສ່ວນໃຫຍ່ ອອກໄປອີກ 90ວັນແລ້ວ. ສ່ວນ ສປ ຈີນ ກໍ່ໄດ້ປະກາດ ເກັບພາສີສິນຄ້າ ຈາກ ສ.ອາເມລິກາ ຂຶ້ນເປັນ 84%.ຈົນກວ່າ ທັງສອງຝ່າຍ ຈະຈັດການເຈລະຈາ ທາງການຄ້າຮອບໃໝ່ ເພື່ອປຶກສາຫາລື ແກ້ໄຂບັນຫາພາສີ ດ້ານການຄ້າ ໃຫ້ໄວທີ່ສຸດ ເພື່ອຫລຸດຜ່ອນ ຜົນກະທົບ ກ່ຽວກັບ ລາຄາສິນຄ້າ ອາດແພງຂຶ້ນຫລາຍ ໃນທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL