ໂຮງພິມແຫ່ງລັດ ຈັດບາສີສູ່ຂວັນ ສະຫລອງປີໃໝ່ລາວ 2568

10/04/2025 11:38
Email Print 535
ຂປລ ຂປລ. ໃນວັນທີ 9 ເມສາ 2025 ນີ້, ລັດວິສາຫະກິດໂຮງພິມແຫ່ງລັດ ຈັດກິດຈະກຳ ບາສີ ສູ່ຂວັນ ສະເຫລີມສະຫລອງປີໃໝ່ລາວ ພສ 2568 ຕາມຮີດຄອງປະເພນີ້ອັນດີງາມ ຂອງຊາດລາວເຮົາ ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ອ້ອມຂ້າງກະຊວງ ຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ



ຂປລ. ໃນວັນທີ
9 ເມສາ 2025 ນີ້, ລັດວິສາຫະກິດໂຮງພິມແຫ່ງລັດ ຈັດກິດຈະກຳ ບາສີ ສູ່ຂວັນ ສະເຫລີມສະຫລອງປີໃໝ່ລາວ ພສ 2568 ຕາມຮີດຄອງປະເພນີ້ອັນດີງາມ ຂອງຊາດລາວເຮົາ ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ອ້ອມຂ້າງກະຊວງ ຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນໂຮງພິມແຫ່ງລັດ, ກຸ່ມລູກຄ້າ ​ແລະ ແຂກຖືກເຊີນ ເຂົ້າຮ່ວມ ຢ່າງຄຶກຄື້ນມ່ວນ​ຊີ່​ນ. 




ທ່ານ ໄມອອນ ທຳມະວົງ ຜູ້ອຳນວຍການລັດວິສາຫະກິດໂຮງພິມແຫ່ງລັດ ໃຫ້ຮູ້ວ່າ: ການຈັດກິດຈະກຳບາສີສູ່ຂວັນ ສະເຫລີມສະຫລອງປີໃໝ່ລາວ ພສ
2568 ໃນຄັ້ງນີ້, ເພື່ອປົກປັກຮັກສາ ວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ ໃຫ້ໝັ້ນຄົງ, ຢືນຍົງ-ຄົງຢູ່ຕະຫລອດໄປ, ທັງເປັນການອວຍພອນໃຫ້ ກຸ່ມລູກຄ້າ ທັງພາກລັດ ແລະ ເອກະຊົນ ທີ່ໄດ້ເຂົ້າມາໃຊ້ ບໍລິການຢູ່ໂຮງພິມແຫ່ງລັດ, ຕະຫລອດຮອດ ພະນັກງານ-ລັດຖະກອນ ພາຍໃນໂຮງພິມແຫ່ງລັດ ທີ່ໄດ້ມີຄວາມຫ້າວຫັນ ໃຫ້ການຮ່ວມມື, ມີຄວາມສາມັກຄີເປັນເອກະພາບ, ຈັດຕັ້ງນໍາພາ ແລະ ໃກ້ຊິດຕິດແທດ ເຂົ້າໃນວຽກງານຕົວຈິງ ເຮັດໃຫ້ການປະຕິບັດແຜນວຽກໃນແຕ່ລະມື້-ແຕ່ລະອາທິດ, ແຕ່ລະໜ້າວຽກ ສໍາເລັດຕາມກຳນົດເວລາ, ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ເຮັດໃຫ້ສາມາດເກັບລາຍຮັບໄດ້ລື່ນແຜນ ການ ເຊິ່ງໃນປີ 2024 ຜ່ານມາ ສາມາດຜະລິດສິ່ງພິມ ຮັບໃຊ້ສັງຄົມ ໄດ້ທັງໝົດ 316 ລ້ານກວ່າໜ້າ, ສ້າງລາຍຮັບໄດ້ 45,8 ຕື້ກວ່າກີບ ແລະ ສາມາດມອບພັດທະໃຫ້ລັດຖະບານ 3,8 ຕື້ກວ່າກີບ. ສະ​ເພາະ 3 ເດືອນຕົ້ນປີ 2025 ນີ້, ສາມາດສ້າງລາຍຮັບໄດ້ 6,6 ຕື້ກວ່າກີບ, ຄາດວ່າໝົດປີ 2025 ຈະຜະລິດສິ່ງພິມ ໃຫ້ໄດ້ 309 ລ້ານກວ່າໜ້າ, ສ້າງລາຍຮັບ ໄດ້ປະມານ 25,6 ຕື້ກວ່າກີບ, ມອບພັດທະໃຫ້ລັດຖະບານ ໃຫ້ໄດ້ 1,8 ຕື້ກວ່າກີບ.




ໃນໂອກາດ ປີໃໝ່ລາວທີ່ຈະມາເຖິງນີ້
, ທ່ານ ໄມອອນ ທຳມະວົງ ກໍໄດ້ຝາກຄຳອວຍພອນໄຊອັນປະເສີີດ ເຖິງການນຳ ພັກ, ລັດ ຕະຫລອດຮອດ ກຸ່ມລູກຄ້າ ຜູ້ມາໃຊ້ບໍລິການ ຢູ່ໂຮງພິມແຫ່ງລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລານາໄມສົມບູນ, ປະສົບຜົນສຳເລັດ ໃນໜ້າທີ່ການງານ ທັງຊີວິດສ່ວນຕົວ ແລະ ຄອບຄົວ ຕະຫລອດໄປ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top