ຮົງກາຣີ ກາຍເປັນປະເທດຜະລິດລົດໄຟຟ້າໃຫຍ່ທີ 2 ຂອງໂລກ

10/04/2025 14:35
Email Print 270
ຂປລ ສປ ຈີນ ​ແມ່ນ​ປະ​ເທດ ​ທີ່​ລົງ​ທຶນ​ ຫລາຍກວ່າ​ໝູ່ ​ຢູ່​ຮົງ​ກາ​ຣີ. ສປ ຈີນ ​ບໍ່​ເຄີຍ​ນຳ​ໃຊ້ ​ອິດ​ທິ​ພົນ ຫລື ​ຖາ​ນະ​ຂອງ​ຕົນ ​​ເພື່ອ​ກະ​ທົບ​ ເຖິງ​ທິດທາງ ​​ທາງດ້ານ​ການ​ເມືອງ​ ຂອງ​ຮົງ​ກາ​ຣີ ​ຈັກ​ເທື່ອ. ທ່ານ ຊີ​ຢາ​ໂຕ ກ່າວ​ຕື່ມ​ວ່າ: ວິ​ສາ​ຫະ​​ກິດ​ຈີນ​ ໄດ້​ລົງ​ທຶນ ​ຢູ່ຮົງ​ກາ​ຣີ 17 ຕື້​ເອີ​ໂຣ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ປີ​ເຕີ ຊີ​ຢາ​ໂຕ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ ການ​ຕ່າງ​ປະ​ເທດ ​ຮົງ​ກາ​ຣີ​ ໄດ້ໃຫ້​ສຳ​ພາດ ​ຕໍ່​ສື່ມວນ​ຊົນ​ ຢູ່​ອັງ​ກິດ​ວ່າ: ສປ ຈີນ ​ແມ່ນ​ປະ​ເທດ ​ທີ່​ລົງ​ທຶນ​ ຫລາຍກວ່າ​ໝູ່ ​ຢູ່​ຮົງ​ກາ​ຣີ. ສປ ຈີນ ​ບໍ່​ເຄີຍ​ນຳ​ໃຊ້ ​ອິດ​ທິ​ພົນ ຫລື ​ຖາ​ນະ​ຂອງ​ຕົນ ​​ເພື່ອ​ກະ​ທົບ​ ເຖິງ​ທິດທາງ ​​ທາງດ້ານ​ການ​ເມືອງ​ ຂອງ​ຮົງ​ກາ​ຣີ ​ຈັກ​ເທື່ອ. ທ່ານ ຊີ​ຢາ​ໂຕ ກ່າວ​ຕື່ມ​ວ່າ: ວິ​ສາ​ຫະ​​ກິດ​ຈີນ​ ໄດ້​ລົງ​ທຶນ ​ຢູ່ຮົງ​ກາ​ຣີ 17 ຕື້​ເອີ​ໂຣ. ໃນ​ປີ2020, 2023 ແລະ 2024​, ສປ ຈີນ​ ລ້ວນ​ແຕ່ ແມ່ນ​ປະ​ເທດ ​ທີ່​ລົງ​ທຶນ​ ຢູ່​ຮົງ​ກາ​ຣີ ​ຫລາຍກວ່າ​ໝູ່. ຮົງ​ກາ​ຣີ ໃຊ້​ຍຸດ​ທະ​ສາດ ​ເປັນ​ກາງ​ໃນ​ດ້ານ​ເສດ​ຖະ​ກິດ, ໂດຍເປີດ​ກວ້າງ ຕໍ່​ຜູ້​ລົງ​ທຶນ​ ຂອງ​ຝ່າຍ​ ຕາ​ເວັນ​ຕົກ ກໍ​ຄື ​ຝ່າຍ​ຕາ​ເວັນ​ອອກ. ການ​ລົງ​ທຶນ ຫລາຍກວ່າ​ໝູ່ ຢູ່​ຮົງ​ກົງ​ຣີ ​ຕົ້ນ​ຕໍ​ ມາ​ຈາກ​ ສປ ຈີນ​ ໃນ​ອາ​ຊີ, ເຢຍ​ລະ​ມັນ​ ໃນ​ເອີ​ຣົບ ແລະ ສ.​ອາ​ເມ​ລິ​ກາ ​ໃນ​ທະ​ວີບ​ ອາ​ເມ​ຣລິກາ. ຍ້ອນ​ໄດ້​ຮັບ​ຜົນ ຈາກວິ​ສາ​ຫະ​ກິດ​ ທີ່​ກ່ຽວ​ຂ້ອງ​ກັບ​ລົດ​ໄຟ​ຟ້າ ​ຂອງ ສປ ​ຈີນ, ​ຈຶ່ງ​ເຮັດ​ໃຫ້ ​ຮົງ​ກາ​ຣີ ກາຍ​ເປັນປະ​ເທດ ​ຜະ​ລິດ​ລົດ​ໄຟ​ຟ້າ​ ໃຫຍ່​ທີ 2 ຂອງ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top