ເກີດເຫດຝົນຕົກໜັກ ໃນ ເນປານ ເສຍຊີວິດເກືອບ 50 ຄົນ

08/07/2024 19:52
Email Print 309
ຂປລ ເຈົ້າໜ້າທີ່ ເນປານ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 47 ຄົນ ໃນເນປານ ຫລັງຈາກ ເກີດຝົນຕົກ ຢ່າງໜັກ ສົ່ງຜົນໃຫ້ ເກີດນໍ້າຖ້ວມ, ດິນເຈື່ອນ ແລະ ຟ້າຜ່າ .

ຂປລ. ອ້າງຕາມຂ່າວ ກັດມັນດູ ຂອງ ເນປານ, ເມື່ອວັນທີ 7 ກໍລະກົດ, ເຈົ້າໜ້າທີ່ ເນປານ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 47 ຄົນ ໃນເນປານ ຫລັງຈາກ ເກີດຝົນຕົກ ຢ່າງໜັກ ສົ່ງຜົນໃຫ້ ເກີດນໍ້າຖ້ວມ, ດິນເຈື່ອນ ແລະ ຟ້າຜ່າ . ໂດຍສະເພາະ ນະຄອນຫລວງ ກັດມັນດູ ເຮັດໃຫ້ ຖະໜົນຫົນທາງ, ເຮືອນຊານ ປະຊາຊົນ ແລະ ຍານພາຫະນະ ຈົມຢູ່ໃຕ້ພື້ນນໍ້າ, ພ້ອມທັງ ສ້າງຄວາມ ເສຍຫາຍ ໃຫ້ແກ່ ເສດຖະກິດ ເປັນວົງກວ້າງ.

ໃນຂະນະທີ່ ເຫດດິນເຈື່ອນ, ນໍ້າຖ້ວມ ຢ່າງຮຸນແຮງ ໃນເນປານ ເປັນສິ່ງທີ່ເກີດຂຶ້ນ ຕະຫລອດ ໃນລະດູຝົນ ຂອງ ເນປານ ໂດຍສ່ວນໃຫຍ່ ເປັນເຂດພູ ແລະ ມີຄົນເສຍ ຊີວິດ ປີລະຫລາຍຮ້ອຍຄົນ , ລະດູຝົນ ໃນເນປານ ເລີ່ມຕັ້ງແຕ່ ເດືອນ ມິຖຸນາ ໄປຈົນເຖິງ  ເດືອນກັນຍາ. /

KPL

ຂ່າວອື່ນໆ

ads
ads

Top