ເກີດເຫດນໍ້າຖ້ວມຄັ້ງໃຫຍ່ ໃນ ບັງກລາເທດ ເສຍຊີວິດເກືອບ 10 ຄົນ

08/07/2024 19:59
Email Print 302
ຂປລ ສຳນັກງານ ປ້ອງກັນ ແລະ ບັນເທົາ ສາທາລະນະໄພ ຂອງ ບັງກລາເທດ ລາຍງານ ສະຖານະການ ນໍ້າຖ້ວມຄັ້ງໃຫຍ່ ຢູ່ຫລາຍແຫ່ງ ຂອງປະເທດ ເນື່ອງຈາກ ລະດັບນໍ້າ ໃນແມ່ນໍ້າ ພະຫມຸບຸດ ໄດ້ລົ້ນຖ້ວມຄອງ ແລະ ໄຫລເຂົ້າມາຖ້ວມ ເຮືອນຊານປະຊາຊົນ ເມື່ອອາທິດ ຜ່ານມາ ສົ່ງຜົນໃຫ້ ມີຜູ້ເສຍຊີວິດ ເພີ່ມຂຶ້ນຢ່າງໜ້ອຍ 8 ຄົນ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ດາກາ ປະເທດ ບັງກລາເທດ ເມື່ອບໍ່ດົນມານີ້ວ່າ: ສຳນັກງານ ປ້ອງກັນ ແລະ ບັນເທົາ ສາທາລະນະໄພ ຂອງ ບັງກລາເທດ ລາຍງານ ສະຖານະການ ນໍ້າຖ້ວມຄັ້ງໃຫຍ່ ຢູ່ຫລາຍແຫ່ງ ຂອງປະເທດ ເນື່ອງຈາກ ລະດັບນໍ້າ ໃນແມ່ນໍ້າ ພະຫມຸບຸດ ໄດ້ລົ້ນຖ້ວມຄອງ ແລະ ໄຫລເຂົ້າມາຖ້ວມ ເຮືອນຊານປະຊາຊົນ  ເມື່ອອາທິດ ຜ່ານມາ ສົ່ງຜົນໃຫ້ ມີຜູ້ເສຍຊີວິດ ເພີ່ມຂຶ້ນຢ່າງໜ້ອຍ 8 ຄົນ.

ໃນຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ລະບຸວ່າ: ປະຊາຊົນ ຫລາຍກວ່າ 2 ລ້ານຄົນ ໃນ 17 ເຂດ ຈາກ ທັງໝົດ 64 ເຂດ ຂອງ ບັງກລາເທດ ໄດ້ຜະເຊີນກັບ ຮັບຄວາມຫຍຸ້ງຍາກ ຈາກ ໄພທຳມະຊາດ ໃນຄັ້ງນີ້.  ໃນຂະນະດຽວກັນ, ລັດຖະບານ ບັງກລາເທດ ໄດ້ເປີດ ສະຖານທີ່ ພັກອາໄສ ຫລາຍຮ້ອຍແຫ່ງ  ໂດຍສະເພາະ ພື້ນທີ່ ທາງພາກ    ເໜືອ ຂອງ ບັງກລາເທດ ໄດ້ຮັບ ຜົນກະທົບ ຢ່າງໜັກທີ່ສຸດ.  ປັດຈຸບັນ ບັງກລາເທດ ພວມຢູ່ໃນລະຫວ່າງ ລະດູມໍລະສຸມ ຊຶ່ງມີ ປະລິມານ ນໍ້າຝົນ ໃນໄລຍະນີ້ ຈະສູງເປັນ 70-80% ຂອງຝົນທີ່ຕົກລົງມາ ຕະຫລອດທັງປີ . ຢ່າງໃດກໍ່ຕາມ ວິກິດ ພູມອາກາດໂລກ ຫລື ພາວະໂລກຮ້ອນ ໄດ້ສົ່ງຜົນ ໃຫ້ລະດູ ມໍລະສຸມ ຂອງ ບັງກລາເທດ ແລະ ປະເທດ ຫລາຍແຫ່ງ ໃນອາຊີໃຕ້ ມີຄວາມຮຸນແຮງ ຫລາຍຂຶ້ນ./.

 

KPL

ຂ່າວອື່ນໆ

ads
ads

Top