ຣັດເຊຍ-ອີຣານ ລົງນາມໃນຂໍ້ຕົກລົງ ດ້ານການເງິນ

08/07/2024 19:59
Email Print 374
ຂປລ ທ່ານ ໂມຮຳເຫມັດ-ຣີຊາ ຟາຣຊິນ ຜູ້ວ່າການ ທະນາຄານກາງ ອີຣານ ໄດ້ພົບປະກັບ ການນຳ ຂອງ ທະນາຄານແຫ່ງລັດ ຣັດເຊຍ ຢູ່ ເຊັນປິເຕີຣສເບີຣກ (Saint Petersburg) ປະເທດ ຣັດເຊຍ.

ຂປລ.ສຳນັກຂ່າວ ວິທະຍຸ ກະຈາຍສຽງແຫ່ງຊາດ ຫວຽດນາມ ລາຍງານວ່າ:  ເມື່ອບໍ່ດົນມານີ້, ທ່ານ ໂມຮຳເຫມັດ-ຣີຊາ ຟາຣຊິນ  ຜູ້ວ່າການ ທະນາຄານກາງ ອີຣານ  ໄດ້ພົບປະກັບ ການນຳ ຂອງ ທະນາຄານແຫ່ງລັດ ຣັດເຊຍ ຢູ່ ເຊັນປິເຕີຣສເບີຣກ (Saint Petersburg) ປະເທດ ຣັດເຊຍ. ການພົບປະຄັ້ງນີ້ : ອີຣານ ແລະ ຮັດເຊຍ ໄດ້ລົງນາມ ໃນຂໍ້ຕົກລົງ ເງິນຕາ ເພື່ອດຳເນີນການ ແລກປ່ຽນ ການຄ້າ ລະຫວ່າງ ສອງຝ່າຍ, ການ ຮັບປະກັນ ຄວາມສາມາດ ຊຳລະດ້ວຍ ສະກຸນເງິນ ຣູປີ (ruble) ແລະ ສະກຸນເງິນ ຣາຍ (rial) ໃນທຸລະກຳ ການຄ້າ ລະຫວ່າງ ສອງປະເທດ.

         ຕາມຂໍ້ຕົກລົງແລ້ວ, ລະບົບ ທະນາຄານ Shetab ຂອງ ອີຣານ ຈະເຊື່ອມຕໍ່ ກັບ ລະບົບ ທະນາຄານ MIR ຂອງ ຣັດເຊຍ ໃນທ້າຍເດືອນສິງຫາ ທີ່ຈະມາເຖິງ. ພົນລະເມືອງ ອີຣານ ສາມາດຖອນເງິນ ຣູປີ ຈາກຕູ້ ATM  ດ້ວຍບັດທະນາຄານ ຂອງ ອີຣານ  ແລະ ພົນລະເມືອງ ຣັດເຊຍ ສາມາດ ນຳໃຊ້ ບັດທະນາຄານ ຂອງຕົນເພື່ອຖອນເງິນ ໃນຕູ້ ATM ຢູ່ ອີຣານ ແລະ ນຳໃຊ້ບັດ ສິນເຊື່ອ ຂອງ ອີຣານ ຢູ່ສະຖານທີ່ ຖອນເງິນຕ່າງໆຂອງ ຣັດເຊຍ. /

KPL

ຂ່າວອື່ນໆ

ads
ads

Top