ສປ ຈີນ ມີພາກການທ່ອງທ່ຽວ-ວັດທະນະທຳ ເຕີບໂຕຢ່າງຕໍ່ເນື່ອງ

18/09/2024 18:04
Email Print 132
ຂປລ ທ່ານ ຕູ້ຈຽງ ລັດຖະມົນຕີ ກະຊວງ ວັດທະ ນະທຳ ແລະ ທ່ອງທ່ຽວ ຂອງ ສປຈີນ ກ່າວໃນງານ ນິເທດສະການ ທີ່ຈັດຂຶ້ນ ໃນເທດສະບານ ນະຄອນທຽນຈິນ ທາງພາກເໜືອ ຂອງ ສປ ຈີນ ລະບຸວ່າ ອຸດສາຫະກຳ ວັດທະນະທຳ ແລະ ການທ່ອງທ່ຽວ ມີການເຕີບໂຕ ຢ່າງໂດດເດັ່ນ ໃນໄລຍະ 6 ເດືອນຕົ້ນປີນີ້.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ຕູ້ຈຽງ ລັດຖະມົນຕີ ກະຊວງ ວັດທະ ນະທຳ ແລະ ທ່ອງທ່ຽວ ຂອງ ສປຈີນ ກ່າວໃນງານ ນິເທດສະການ ທີ່ຈັດຂຶ້ນ ໃນເທດສະບານ ນະຄອນທຽນຈິນ ທາງພາກເໜືອ ຂອງ ສປ ຈີນ ລະບຸວ່າ ອຸດສາຫະກຳ ວັດທະນະທຳ ແລະ ການທ່ອງທ່ຽວ ມີການເຕີບໂຕ ຢ່າງໂດດເດັ່ນ ໃນໄລຍະ 6 ເດືອນຕົ້ນປີນີ້.ງານນິເທດສະການ ອຸດສາຫະກຳ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປ ຈີນ ປະຈຳປີ 2024 ວ່າຜູ້ປະກອບການ ທາງວັດທະນະທຳລາຍໃຫຍ່ ຂອງ ສປ ຈີນ ໄດ້ສ້າງລາຍໄດ້ ໃນການດຳເນີນງານລວມ 6,5 ພັນຕື້ຢວນ ໃນໄລຍະດັ່ງກ່າວ, ເພີ່ມຂຶ້ນ 7,5% ເມື່ອທຽບປີຕໍ່ປີ.

ໃນໄລຍະເວລາດຽວກັນ ຈຳນວນ ການເດີນທາງທ່ອງທ່ຽວ ພາຍໃນປະເທດ ສູງເຖິງ 2,72 ຕື້ຄັ້ງ , ມີການໃຊ້ຈ່າຍ ສຳລັບ ການທ່ອງທ່ຽວ ລວມ 2,7 ພັນຕື້ຢວນ , ເພີ່ມຂຶ້ນ 14,3% ແລະ 19% ຕາມລຳດັບ.  ໃນຂະນະທີ່ ການທ່ອງທ່ຽວຂອງ ສປຈີນ ມີການຟື້ນຕົວທີ່ດີ ແລະ ເຕີບໂຕຢ່າງມີໄນສຳຄັນ./.

KPL

ຂ່າວອື່ນໆ

ads
ads

Top