ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫລີ ພົບປະສອງຝ່າຍ

13/09/2024 20:13
Email Print 637
ຂປລ ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (Pak Sang Gil) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.



ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ປັກ ຊັງ ກິລ (
Pak Sang Gil) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

 ໃນໂອກາດນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ປັກ ຊັງ ກິລ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-14 ກັນຍາ 2024 ນີ້, ພ້ອມທັງສະແດງຄວາມເຊື້ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງ ສະຫາຍ ປັກ ຊັງ ກິລ ຈະເປັນການປະກອບສ່ວນສໍາຄັນເຂົ້າ ໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫລີ ໃຫ້ສືບຕໍ່ພັດທະນາຂື້ນສູ່ບາດກ້າວໃໝ່ ໂດຍສະເພາະ ແມ່ນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ການທູດຂອງສອງປະເທດ ຄົບຮອບ 50 ປີ ໃນປີນີ້ (24 ມິຖຸນາ 1974-24 ມິຖຸນາ 2024). ຂະນະດຽວກັນ, ສະຫາຍ ປັກ ຊັງ ກິລ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ໂພໄຊ ໄຂຄໍາພິທູນ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.



ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນ ແລະ ຕີລາຄາຄືນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ພ້ອມທັງໄດ້ກຳນົດ ແລະ ເອກະພາບກັນ ກ່ຽວກັບທິດທາງການພົວພັນຮ່ວມມື ລະຫວ່າງສອງປະ ເທດ ແນໃສ່ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນຂອງສອງຊາດ ໃນຕໍ່ໜ້າ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສ​ປ​ປ ລາວ ແລະ ສ​ປ​ປ ເກົາ​ຫລີ ໃນຖານະເປັນ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ຮ່ວມ​ອຸ​ດົມ​ການ​ອັນ​ດຽວ​ກັນ ເພື່ອ​ກ້າວໄປເຖິງການກໍ່ສ້າງ​ສັງ​ຄົມ​ນິ​ຍົມ ຕາມ​ຈຸດ​ພິ​ເສດ ແລະ
  ເງື່ອນ​ໄຂ​ຂອງ​ແຕ່​ລະ​ປະ​ເທດ ທີ່ໄດ້ຮັບການ​ສ້າງ​ຂື້ນ​ໂດຍ ປະທານ ໄກ​ສອນ ພົມ​ວິ​ຫານ ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກຂອງ ປະ​ຊາ​ຊົນ​ລາວ ແລະ ປະທານ ກິມ ​ອິນ ​ຊຸງ ຜູ້​ນຳ​ທີ່​ຍິ່ງ​ໃຫ່​ຍ​ຂອງ​ປະ​ຊາ​ຊົນ ສປປ ເກົາຫລີ ໃນ​ເມື່ອ​ກ່ອນ ແລະ ສືບຕໍ່ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງ
, ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ ມາ​ເຖິງປັດຈຸບັນ.

ພ້ອມກັນນີ້, ສອງຝ່າຍ ໄດ້ເປັນເອກະພາບກັນ ສືບຕໍ່ປະສານສົມທົບກັນຢ່າງສະໜິດແໜ້ນ ເພື່ອຊຸກຍູ້ສົ່ງ ເສີມການຈັດຕັ້ງປະຕິບັດ ບັນດາເອກະສານທີ່ ໄດ້ລົງນາມຮ່ວມກັນ ຜ່ານມາ ໃຫ້ເປັນຮູບປະທໍາ, ສືບຕໍ່ຊຸກຍູ້ການຈັດ ຕັ້ງບັນດາກິດຈະກໍາຕ່າງໆ ໃນການສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສອງປະເທດ ຄົບຮອບ 50 ປີ ໃນປີ 2024 ນີ້ ໃຫ້ມີບັນຍາກາດຄຶກຄືນ ແລະ ມີຄວາມໝາຍ ກໍຄື ການກະກຽມໃຫ້ແກ່ການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະ ພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໂອກາດດຽວກັນ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ສະພາບການໃນປະເທດຂອງຕົນ, ທັງຍັງສະແດງຄວາມເປັນຫວ່ງເປັນໄຍຕໍ່ກັນ ກ່ຽວກັບຜົນກະທົບ ຈາກໄພທຳມະຊາດ ທີ່ເກີດຂຶ້ນຢູ່ສອງປະເທດ ໃນໄລຍະຜ່ານມາ ​ທັງສະແດງຄວາມເຊື້ອໝັ້ນວ່າ ທັງສອງປະເທດຈະສາມາດ ຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 ໃນວັນດຽວກັນ, ສະຫາຍ ປັກ ຊັງ ກິລ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕື່ມອີກ.

ຂ່າວ-ພາບ ກົມການຂ່າວ ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top