ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

18/09/2024 16:50
Email Print 187
ຂປລ ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.



ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ
, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.




ໃນ​ພິທີ
, ສະຫາຍ ພູຂົງ ພິລາເພັດ ຫົວໜ້າກົມກໍ່ສ້າງພັກ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານ ໄປຮັບໜ້າທີ່ໃໝ່ຢູ່ແຂວງ ສາລະວັນ, ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ໂດຍໄດ້ຍົກຍ້າຍ ສະຫາຍ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄປຮັບໜ້າທີ່ໃໝ່ຢູ່ ແຂວງສາລະວັນ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ປະເດີມພອນ ສົນທະນີ ເປັນກຳມະການບໍລິຫານງານພັກແຂວງ, ກຳມະ ການຄະນະປະຈຳພັກແຂວງ, ເປັນຮອງເລຂາຄະນະບໍລິຫານງານພັກແຂວງ. ພ້ອມນີ້, ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແຂວງສາລະວັນ ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາສະພາປະຊົນຊົນ ແຂວງສາລະວັນ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ສະຫາຍ ປະເດີມພອນ ສົນທະນີ ເປັນຮອງເຈົ້າແຂວງສາລະວັນ.




ໂອກາດນີ້
, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມວ່າ: ການປະກາດແຕ່ງຕັ້ງໃນຄັ້ງນີ້ ແມ່ນບາດກ້າວສຳຄັນ ໃນການແຕ່ງຕັ້ງພະນັກງານ ການນຳຂັ້ນຍຸດທະສາດ ເຊິ່ງ ສະຫາຍ ເປັນຜູ້ໜຶ່ງທີ່ມີຄວາມຮູ້, ຄວາມສາມາດ ໃນການນຳພາ-ຊີ້ນໍາວຽກງານປະກັນສັງຄົມ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານການພົວຮ່ວມມືກັບຕ່າງປະເທດ ຂົງເຂດການເກັບກູ້ລະເບີດບໍ່ທັນແຕກ ເພື່ອຊ່ວຍແຂວງສາລະວັນ ວາງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນການຂຸດຄົ້ນທ່າແຮງບົ່ມຊ້ອນທີ່ມີຢູ່, ດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງແຫລ່ງລາຍຮັບໃຫ້ເພີ່ມຂຶ້ນ. ພ້ອມນີ້, ສະຫາຍ ຍັງໄດ້ຮຽກຮ້ອງ ມາຍັງບັນດາສະຫາຍ ໃນຄະນະບໍລິຫານງານພັກແຂວງ ແລະ ພະນັກງານຫລັກແຫລ່ງ ໃຫ້ການຊ່ວຍເຫລືອ ສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງ ຮອງເຈົ້າແຂວງຜູ້ໃໝ່ ບົນພື້ນຖານເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ມີຄວາມເປັນເອ ກະພາບພາຍໃນຢ່າງໜັກແໜ້ນ ພ້ອມກັນພັດທະນາ ແຂວງສາລະວັນ ໃຫ້ຈະເລີນກ້າວໜ້າ ແລະ ເຕີບໃຫຍ່ເຂັ້ມແຂງ.

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

    • ນາຍົກລັດຖະມົນຕີ ຕ້ອນຮັບບັນດາ ເຈົ້າຄອງນະຄອນຫລວງອາຊຽນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບບັນດາ ເຈົ້າຄອງນະຄອນຫລວງອາຊຽນ

      9/18/2024 4:36:29 PM

      ຂປລ. ໃນຕອນເຊົ້າວັນທີ 18 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາເຈົ້າຄອງນະຄອນຫລວງອາຊຽນ ໃນໂອກາດທີ່ເດີນທາງເຂົ້າຮ່ວມ ກອງປະຊຸມບັນດານະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້າ ນະຄອນອາຊຽນ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ.

ads
ads

Top