ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

18/09/2024 17:20
Email Print 204
ຂປລ ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ
18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ​ໄດ້​ມີ​ຄຳ​ເຫັນວ່າ: ເປັນເວລາກວ່າ 57 ປີ ທີ່ປະຊາຄົມອາຊຽນ ໄດ້ກຳເນີດຂຶ້ນ ແລະ ມີການຂະຫຍາຍຕົວເປັນແຕ່ລະໄລຍະ ຖືວ່າປະຊາຄົມອາຊຽນ ເປັນຊຸມຊົນທີ່ໃຫຍ່ຂອງໂລກ ດ້ວຍສະພາບພູມສັນຖານ, ທ່າແຮງ ແລະ ນະວັດຕະກຳໃໝ່ໆ ໄດ້ເຮັດໃຫ້ບັນ ດານະຄອນ ຫລື ປະເທດອາຊຽນ ສາມາດເຊື່ອມຈອດກັນໄດ້ງ່າຍຂຶ້ນ ເປັນຕົ້ນ ການເຊື່ອມຈອດດ້ານພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຈອດດ້ວຍການສ້າງຄວາມຮັບຮູ້ ຫລື ລະບຽບການ ແລະ ການເຊື່ອມຈອດທາງດ້ານວັດທະນະທໍາ-ສັງຄົມ. ສຳລັບການເຊື່ອມຈອດດ້ານພື້ນຖານໂຄງລ່າງຄົມມະນາ ຄົມ ແມ່ນອີງໃສ່ສະພາບທາງພູມສັນຖານ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ເຮັດໃຫ້ສາມາດສ້າງເສັ້ນທາງຄົມມະນາຄົມເຊື່ອມກັນ ໄດ້ຫລາຍທາງຄື: ທາງບົກ, ທາງນໍ້າ ແລະ ທາງອາກາດ; ບັນດານະຄອນອາຊຽນ ສາມາດນໍາໃຊ້ ແລະ ເຊື່ອມຕໍ່ເສັ້ນທາງເຫລົ່ານັ້ນ ເພື່ອໄປມາຫາສູ່ ແລະ ຕິດຕໍ່ພົວພັນ, ປັດຈຸບັນ, ນະຄອນຫລວງວຽງຈັນ ກໍມີທ່າແຮງເຊື່ອມຈອດ ກັບຫລາຍນະຄອນ. ໃນນັ້ນ, ສໍາລັບທາງອາກາດ ກໍມີສາຍການບິນໂດຍກົງກັບຫລາຍນະຄອນ ໃນປະຊາຄົມອາຊຽນຄື: ວຽງຈັນ-ບາງກອກ, ວຽງຈັນ-ຮ່າໂນ້ຍ, ວຽງຈັນ-ພະນົມເປັນ, ວຽງຈັນ-ສິງກະໂປ ແລະ ວຽງຈັນ-ກົວລາລຳເປີ. ນອກນີ້, ຍັງໄດ້ຊຸກຍູ້ໃຫ້ ລັດຖະບານ ອະນຸມັດເປີດສາຍການບິນ ໂດຍກົງກັບອີກ ຫລາຍໆນະຄອນ ຕື່ມອີກ. ນອກຈາກນີ້, ຫລາຍນະຄອນໃນປະຊາຄົມອາຊຽນ ມີເສັ້ນທາງລົດໄຟ. ສໍາລັບ ນວ ກໍມີເສັ້ນທາງລົດໄຟ ແຕ່ນະຄອນຫລວງວຽງຈັນ ຫາຊາຍແດນລາວ-ຈີນ ແລະ ລົດໄຟ ນະຄອນຫລວງວຽງຈັນ-ແຂວງໜອງຄາຍ ແລະ ຕໍ່ໄປຫາກຸງເທບມະຫານະຄອນ (ຣາຊະອານາຈັກໄທ) ແລະ ປັດຈຸບັນ ກຳລັງສໍາຫລວດເສັ້ນທາງລົດໄຟ ແລະ ທາງດ່ວນ ເພື່ອເຊື່ອມໄປຫາຊາຍແດນ ລາວ-ຫວຽດນາມ ແລະ ທາງທິດໃຕ້ຊາຍແດນລາວ-ກຳປູເຈຍ.    




ໃນໄລຍະຜ່ານມາ
, ບັນດານະຄອນອາຊຽນ ໄດ້ມີຖະແຫລງການຮ່ວມກັນຫລາຍຄັ້ງ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຮ່ວມກັນ ແລະ ໃນຕໍ່ໜ້າບັນດານະຄອນ ອາດຈະຄົ້ນຄວ້າ ເພື່ອນໍາສະເໜີຕໍ່ລັດຖະບານ ແຕ່ລະປະເທດປຶກສາຫາລື ໃນການສ້າງໃຫ້ມີລະບຽບ ການນໍາໃຊ້ວີຊາດຽວ ໝາຍວ່າການອອກວີຊາໃຫ້ແກ່ ນັກທ່ອງທ່ຽວ ຫລື ການອອກວີຊາສໍາລັບແຮງງານ ແມ່ນສາມາດອອກໃຫ້ຢູ່ປະເທດໃດໜຶ່ງ ຂອງປະເທດສະມາຊິກອາຊຽນ ແລ້ວສາມາດນໍາໃຊ້ເຄື່ອນໄຫວໄດ້ໃນບັນດາ ປະເທດສະມາຊິກອາຊຽນດ້ວຍກັນ. ສ່ວນການເຊື່ອມຈອດທາງ ດ້ານວັດທະນະທຳ-ສັງຄົມ ບັນດານະຄອນອາ ຊຽນ ມີພົນລະເມືອງຫລາຍ, ມີຄວາມແຕກຕ່າງທາງດ້ານວັດທະນະທຳ, ປະຊາຊົນໃນບັນດານະຄອນອາຊຽນ ສາມາດໄປມາຫາສູ່ ເພື່ອແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງກັນໄດ້, ໃນນວ ກໍມີຫລາຍເຜົ່າອາໄສຢູ່ເຊັ່ນ: ເຜົ່າລາວ, ເຜົ່າມົ້ງ, ເຜົ່າກຶມມຸ ເຊິ່ງເຮັດໃຫ້ມີຄວາມຫລາກຫລາຍ ດ້ານວັດທະນະທຳ ແລະ ຫວັງວ່າບັນດາ ນະຄອນອາຊຽນ ຈະຊຸກຍູ້ສົ່ງເສີມໃຫ້ປະຊາກອນ ມີການໄປມາ-ຫາສູ່ ເພື່ອແລກປ່ຽນດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງກັນ, ພວກເຮົາຈະກ້າວໄປສູ່ການເປັນຊຸມຊົນໜຶ່ງ ທີ່ມີວັດທະນະທຳທີ່ອຸດົມສົມບູນ ແລະ ງົດງາມ ໃນແບບວິຖີຂອງຊາວອາຊຽນ.

ທ່ານ ອາດສະພັງທອງ ສີພັນດອນ ຍັງກ່າວຕື່ມວ່າ: ນະຄອນຫລວງວຽງຈັນ ກໍຄື ກັບບັນດານະຄອນອື່ນໆ ຢູ່ໃນອາຊຽນ ທີ່ມີການຂະຫຍາຍຕົວເມືອງຢ່າງໄວວາ, ການຫລັງໄຫລເຂົ້າມາອາໄສຢູ່ໃນຕົວເມືອງ ເຮັດໃຫ້ການສັນຈັດ, ການນໍາໃຊ້ຊັບພະຍາກອນ, ການສັນຈອນມີຄວາມທ້າທາຍ. ລັດຖະ ບານ ກໍຄື ນວ ໄດ້ກຳນົດແຈ້ງກ່ຽວ ກັບນະໂຍບາຍພັດທະນາ ນວ. ໃນນັ້ນ, ນະໂຍບາຍທີ່ສໍາຄັນກ່ຽວກັບ ການພັດທະນາຕົວເມືອງ ແມ່ນນະໂຍບາຍ 6 ສ ຄື: ສະອາດ, ສະຫງົບ, ສີຂຽວ, ສະຫວ່າງ, ສີວິໄລ ແລະ ສະເໜ່. ການພັດທະນາຕົວເມືອງ ໄປຕາມແຜນຂະຫຍາຍຜັງເມືອງ ປັດຈຸບັນ, ສະພາປະຊາຊົນ ນວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຮອງແຜນຜັນຂະຫຍາຍຜັງເມືອງ ສະບັບທີ 3 ປີ 2024-2030. ພ້ອມນີ້, ພວກເຮົາພັດທະນາຕົວເມືອງໄປຕາມທິດສີຂຽວ ໄປຕາມແຜນຈັດຕັ້ງປະຕິ ບັດຕົວເມືອງສີຂຽວ ຂອງ ນວ (2023-2030).

ຈາກການເຊື່ອມຈອດ ຂອງບັນດານະຄອນອາຊຽນ ໃນ 3 ດ້ານ, ຈະເຮັດໃຫ້ ສາມາດກ້າວໄປສູ່ການແກ້ໄຂບັນຫາຄວາມຫຍຸ້ງຍາກ ທີ່ບັນດານະຄອນອາຊຽນພວມຜະເຊີນຢູ່ ເປັນຕົ້ນ ບັນຫາເສດຖະກິດ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ-ໄພພິບັດ, ບັນຫາຄວາມທຸກຍາກຂອງປະຊາຊົນ, ບັນຫາການຂະຫຍາຍຕົວ ຂອງເມືອງ ແລະ ບັນຫາອື່ນໆ ແລະ ຫວັງວ່າ ໃນອະນາຄົດ ໂດຍຜ່ານການເຊື່ອມໂຍງ-ເຊື່ອມຈອດເຫລົ່ານີ້ ຈະເຮັດໃຫ້ກ້າວໄປສູ່ການເປັນອັນໜຶ່ງອັນດຽວກັນ ແລະ ໃນຖານະນະຄອນຫລວງຂອງປະເທດອາຊຽນ ຈະຊຸກຍູ້ສົ່ງເສີມໃຫ້ເກີດການເຊື່ອມໂຍງ-ເຊື່ອມຈອດ ໃນບັນດານະ ຄອນອາຊຽນ ເພື່ອຈະກ້າວໄປສູ່ການ ເປັນຕົວເມືອງພັດທະນາ ທີ່ຍືນຍົງຮ່ວມກັນ.

ຂ່າວ: ກິດຕາ

ພາບ: ຂັນໄຊ, ອ່າຍຄຳ
KPL

ຂ່າວອື່ນໆ

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

    • ນາຍົກລັດຖະມົນຕີ ຕ້ອນຮັບບັນດາ ເຈົ້າຄອງນະຄອນຫລວງອາຊຽນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບບັນດາ ເຈົ້າຄອງນະຄອນຫລວງອາຊຽນ

      9/18/2024 4:36:29 PM

      ຂປລ. ໃນຕອນເຊົ້າວັນທີ 18 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາເຈົ້າຄອງນະຄອນຫລວງອາຊຽນ ໃນໂອກາດທີ່ເດີນທາງເຂົ້າຮ່ວມ ກອງປະຊຸມບັນດານະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້າ ນະຄອນອາຊຽນ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ.

ads
ads

Top