ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

18/09/2024 16:44
Email Print 159
ຂປລ ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024



ຂປລ. ກົມຊັບສິນທາງປັນຍາ
, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024 ໂດຍການລົງນາມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ດາເຣັນ ຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ​ໂດຍ​ມີ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຮາຊັນ ເຄເບ່ ຮອງຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ, ມີຜູ້ແທນຈາກອົງການຊັບສິນທາງປັນຍາໂລກ ແລະ ຫົວໜ້າກົມ-ຮອງກົມ ​ແລະ ພະນັກງານກົມຊັບສິນທາງປັນຍາ ເຂົ້າຮ່ວມ. 




ສັນຍາການຮ່ວມມືດັ່ງກ່າວ, ເພື່ອຮ່ວມກັນປັບປຸງລະບົບ ການບໍລິຫານວຽກງານຊັບສິນທາງປັນຍາ ຊຶ່ງອົງການຊັບສິນທາງປັນຍາໂລກ (
WIPO) ຈະຊ່ວຍປັບປຸງລະບົບ ການຄຸ້ມຄອງສິດຊັບສິນທາງປັນຍາ, ການຄຸ້ມຄອງເອກະສານ, ການບໍລິການອອນລາຍ ແລະ ການຄົ້ນຫາຂໍ້ມູນ ໃຫ້ກັບກະຊວງອຸດສາຫະກໍາ ແລະ ການຄ້າ; ຊ່ວຍເຫລືອໃນການພັດທະນາລະບົບ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອປັບປຸງ ​ແລະ ຫລຸດຜ່ອນຂັ້ນ-ຂອດການດໍາເນີນງານອອກສິດທິບັດຕ່າງໆ, ພັດທະນາຄວາມອາດສາມາດ ທາງດ້ານທັກສະ ແລະ ຖ່າຍທອດຄວາມຮູ້ ໃຫ້ພະນັກງານ ເພື່ອເສີມສ້າງຄວາມເປັນມືອາຊີບ ແລະ ມີຄຸນນະພາບ ໃນການພັດທະນາ ແລະ ຄຸ້ມຄອງວຽກງານຊັບສິນທາງປັນຍາ, ສົ່ງເສີມນະວັດຕະກຳ ແລະ ແນວຄິດປະດິດສ້າງ ໂດຍການເຮັດວຽກຮ່ວມກັນ ແລະ ສ້າງຄວາມຮັບຮູ້ວຽກງານ ແລະ ຄວາມສຳຄັນ ຂອງສິດທິວຽກງານຊັບສິນທາງປັນຍາ ເພື່ອເປັນຕົວຂັບເຄື່ອນການຂະຫຍາຍຕົວ ທາງດ້ານເສດຖະກິດ, ເສີມຂະຫຍາຍຄວາມເຂັ້ມແຂງ ການຮ່ວມມືກັບສາກົນ, ການແລກປ່ຽນຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນ ​ຊຶ່ງ ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ກໍຄື ກົມຊັບສິນທາງປັນຍາ ສາມາດແລກປ່ຽນຂໍ້ມູນຊັບສິນທາງປັນຍາ ກັບ ອົງການຊັບສິນທາງປັນຍາໂລກ ແລະ ກັບປະເທດຕ່າງໆເພື່ອສົ່ງເສີມ ແລະ ເຊື່ອມໂຍງຂໍ້ມູນ ໃນການຈັດຕັ້ງປະຕິບັດ



ພ້ອມນີ້
, ຍັງຮ່ວມມືທາງດ້ານພື້ນຖານໂຄງລ່າງ ແລະ ​ເຕັກໂນໂລຊີ ​ຊຶ່ງອົງການຊັບສິນທາງປັນຍາໂລກ ຈະສະຫນອງແຜນແນະນຳ ກ່ຽວກັບພື້ນຖານໂຄງລ່າງ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ແນະນຳ​ເຕັກໂນໂລຊີ ທີ່ເໝາະສົມ ໃຫ້ຖືກກັບຄວາມຕ້ອງການຂອງກະຊວງ ກໍຄື ກົມຊັບສິນທາງປັນຍາ

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບບັນດາ ເຈົ້າຄອງນະຄອນຫລວງອາຊຽນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບບັນດາ ເຈົ້າຄອງນະຄອນຫລວງອາຊຽນ

      9/18/2024 4:36:29 PM

      ຂປລ. ໃນຕອນເຊົ້າວັນທີ 18 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາເຈົ້າຄອງນະຄອນຫລວງອາຊຽນ ໃນໂອກາດທີ່ເດີນທາງເຂົ້າຮ່ວມ ກອງປະຊຸມບັນດານະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້າ ນະຄອນອາຊຽນ ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ.

ads
ads

Top