ນາຍົກລັດຖະມົນຕີ ຊີ້ນຳຫລາຍບັນຫາ ຕໍ່ການ ພັດທະນາເສດຖະກິດ-ສັງຄົມ ຢູ່ສະຫວັນນະເຂດ

13/09/2024 12:27
Email Print 868
ຂປລ ຂປລ. ໃນໂອກາດລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງສະຫວັນນະເຂດ ໃນວັນທີ 12 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍໄດ້ຮັບການຕ້ອນຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳ ແລະ ພະນັກງານການນຳຫລັກ ແຫລ່ງພາຍໃນແຂວງ ເຂົ້າຮ່ວມນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫລາຍບັນຫາສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມຢ ຢູ່ແຂວງສະຫວັນນະເຂດ.



ຂປລ. ໃນໂອກາດລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງສະຫວັນນະເຂດ ໃນວັນທີ 12 ກັນຍາ 2024
, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໂດຍໄດ້ຮັບການຕ້ອນຈາກ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳ ແລະ ພະນັກງານການນຳຫລັກ ແຫລ່ງພາຍໃນແຂວງ ເຂົ້າຮ່ວມນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຫລາຍບັນຫາສຳຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມຢ ຢູ່ແຂວງສະຫວັນນະເຂດ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນແລກປ່ຽນ ໃນການປະຕິບັດວຽກງານຕົວຈິງ ຈຳນວນໜຶ່ງເປັນຕົ້ນ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ, ພາຍຫລັງທີ່ສະຫາຍເລຂາທິການໃຫຍ່ ໄດ້ຊີ້ນຳການແກ້ໄຂ 6 ບັນຫາເຄັ່ງຮ້ອນ ໃຫ້ບັນລຸ 9 ຄາດໝາຍສູ້ຊົນ ດ້ວຍ 5 ວິທີເຮັດວຽກແບບບຸກທະລຸ ເພື່ອແກ້ໄຂໃຫ້ຖືກຈຸດ ແລະ ຈັດຕັ້ງປະຕິບັດໃຫ້ແຂງແຮງຂຶ້ນກວ່າເກົ່າ, ລັດຖະບານ ກໍຄື ຄະນະ 19/ກມສພ ກໍໄດ້ກຳນົດແຜນ ການເຄື່ອນໄຫວວຽກງານຈຸດສຸມ 5 ເດືອນທ້າຍປີ 2024(ສິງຫາ-ທັນວາ). ໃນນີ້, ເປົ້າໝາຍແມ່ນສຸມໃສ່ແກ້ໄຂ 3 ບັນຫາຄື: ເງິນເຟີ້ ແລະ ອັດຕາແລກປ່ຽນ,  ລາຄາສິນຄ້າ ແລະ  ໜີ້ສິນຕ່າງປະເທດ ໂດຍມີ 7 ຄາດໝາຍ ດັ່ງນີ້: ອັດ ຕາເງິນເຟີ້ ໃຫ້ຕ່ຳກວ່າ 20%; ອັດຕາແລກປ່ຽນບໍ່ໃຫ້ເໜັງຕີງແຮງ; ປະລິມານເງິນ M2 ຂະຫຍາຍຕົວບໍ່ເກີນ 25%;ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນຳເຂົ້າໄດ້ 5 ເດືອນ; ຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກຜ່ານທະນາຄານ ສະເລ່ຍບໍ່ໃຫ້ຫລຸດ 70% ຂອງມູນຄ່າສົ່ງອອກ; ຄຸ້ມຄອງລາຄາໝວດສິນຄ້າສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນທາດເຫຼົ້າໃຫ້ໝັ້ນທ່ຽງ ແລະ ເໜັງຕີງແບບສົມເຫດສົມຜົນ; ຮັບປະກັນໃຫ້ມີແຫລ່ງທຶນ ຊຳລະໜີ້ສິນ ຕ່າງປະເທດຕາມສັນຍາເງິນກູ້ໄດ້ກຳນົດ.



ພ້ອມນີ້, ໃນແຜນວຽກຈຸດສຸມດັ່ງກ່າວ, ກໍໄດ້ກຳນົດບັນດາມາດຕະການແກ້ໄຂ ອັນລະອຽດສົມຄວນ. ສະ ນັ້ນ
, ສະເໜີໃຫ້ອົງການປົກຄອງແຂວງ ສືບຕໍ່ຍູ້ແຮງໃນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດ ໂດຍກຳນົດເຂົ້າໃນແຜນວຽກຈຸດສຸມຂອງຕົນ ໃຫ້ສອດຄ່ອງ ໂດຍເນັ້ນຕື່ມບາງ ມາດຕະການຄື: ການຜະລິດກະສິກຳ ແລະ ການຜະລິດເປັນສິນຄ້າ ເພື່ອຫລຸດຜ່ອນການນຳເຂົ້າ, ຫັນໄປສູ່ການແປຮູບເປັນ ຜະລິດຕະພັນໃຫ້ຫລາຍຂຶ້ນ ເພື່ອເພີ່ມມູນຄ່າ ແລະ ຫລຸດຜ່ອນການສົ່ງອອກວັດຖຸດິບ, ຈັດສັນເຂດການຜະລິດ, ຈັດຕັ້ງເປັນກຸ່ມການຜະລິດ, ເປັນສະຫະກອນແບບໃໝ່; ລົງທະບຽນບໍລິສັດນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ດັດສົມຜູ້ນຳເຂົ້າທີ່ມີໃຫ້ຫລຸດລົງ 20%; ນະໂຍ ບາຍປະຢັດ (ປະຢັດຕົ້ນທຶນ, ພະລັງງານ, ການໃຊ້ຈ່າຍບໍລິຫານ; ຫລຸດຜ່ອນຄວາມຕ້ອງການເງິນຕາ ໂດຍການສົ່ງ ເສີມການນຳໃຊ້ເງິນກີບ, ຫລຸດຜ່ອນການອອກໄປໃຊ້ບໍລິການ ແລະ ທ່ອງທ່ຽວຕ່າງປະເທດ; ເອົາໃຈໃສ່ແກ້ໄຂບັນຫາແຮງງານ ແລະ ພັດທະນາສີມືແຮງງານ.



ໂອກາດດຽວກັນນີ້
, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ກ່າວລາຍງານວຽກງານທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ທິດທາງແຜນການທ້າຍປີ 2024 ວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ໃນ 6 ເດືອນ ຂະຫຍາຍຕົວສະເລ່ຍ 5,63%, ສະເລ່ຍຕໍ່ຫົວຄົນບັນລຸໄດ້ 13.514.779 ກີບ ຫລື ເທົ່າກັບ 644 ໂດລາສະຫະລັດ/ຄົນ, ມາຮອດວັນທີ 10 ກັນຍາ 2024 ລວມຍອດລາຍຮັບທົ່ວແຂວງ ປະຕິບັດໄດ້ 3.191 ຕື້ກີບ, ເທົ່າກັບ 109.10% ຂອງແຜນການປີ. ໃນນັ້ນ, ພູດສູນກາງປະຕິບັດຢູ່ແຂວງ 1.306 ຕື້ກີບ, ເທົ່າກັບ 86.11% ແລະ ລາຍຮັບພູດຂອງແຂວງ ປະຕິບັດໄດ້ 1.885 ຕື້ກີບ, ເທົ່າກັບ 133,87% ຂອງແຜນການປີ; ວຽກງານກະສິກໍາ ໄດ້ຊຸກຍູ້ຊາວກະສິກອນລົງທຶນ ໃສ່ການປັບຮູບໄຮ່ນາ ໃຫ້ເໝາະສົມກັບການນໍາໃຊ້ເຕັກນິກ  ແລະ ນໍາໃຊ້ກົນຈັກເຂົ້າຊ່ວຍ ໃນການຜະລິດໄດ້ເພີ່ມຂຶ້ນ 167 ເຮັກຕາ, ໄດ້ປັບປຸງ ແລະ ສ້າງກຸ່ມການປູກພືດ-ຜັກຢູ່ກຸ່ມບ້ານໂພນສີມ, ກຸ່ມບ້ານຜັກຂະ, ກຸ່ມບ້ານຊອກ, ກຸ່ມບ້ານນາແກ (ນະຄອນໄກສອນ ພົມວິຫານ), ກຸ່ມບ້ານປາກເຊບັ້ງໄຟ ແລະ ກຸ່ມບ້ານບົວໄຂ(ເມືອງໄຊບູລີ) ໃຫ້ສາມາດປູກພືດ-ຜັກທີ່ເປັນທ່າແຮງ ແລະ ເປັນມູນ ເຊື້ອໃນການຜະລິດ ມາແຕ່ດົນນານ, ຄຽງຄູ່ກັບການແນະນຳກະສິກອນປູກພືດ-ຜັກ ເພື່ອທົດແທນການນຳເຂົ້າຈຳ ນວນໜຶ່ງ. ນອກຈາກນີ້, ໄດ້ຊີ້ນໍາພາກສ່ວນທີ່ກ່ຽວຂ້ອງ ດຳເນີນການສຳຫລວດ ວັດແທກຈັດສັນທີ່ດິນ ທີ່ຕິດພັນກັບການຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ ທີ່ອາໄສຢູ່ໃນເຂດດິນສາມປະເພດປ່າ ສຳເລັດ 25 ບ້ານ, ຈຳນວນ 1.610 ຕອນ, ຕາມແຜນການໃຫ້ສຳເລັດ 117 ບ້ານໃນທ້າຍປີ 2024. ພ້ອມນີ້, ແຂວງຍັງໄດ້ສຸມໃສ່ຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ຂອງມະຕິກົມການເມືອງສູນກາງພັກ ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລ ຍະໃໝ່ ໂດຍໄດ້ຈັດກອງ ປະຊຸມຮ່ວມກັບ ກະຊວງອຸດສາຫະກໍາ-ການຄ້າ ແລະ ກະຊວງກະສິກໍາ-ປ່າໄມ້ ເພື່ອຄົ້ນຄວ້າປຶກສາຫາລື ກໍານົດມາດຕະການແກ້ໄຂຄຸ້ມຄອງລາຄາສິນຄ້າ ແລະ ມາດຕະການສົ່ງເສີມການ ຜະລິດພາຍໃນທົດແທນການນໍາເຂົ້າ ເຊິ່ງມີບາງປະເພດສິນຄ້າທີ່ແຂວງ ມີທ່າແຮງສາມາດຜະລິດ ພາຍໃນໄດ້ເຊັ່ນ: ການຜະລິດເຂົ້າ, ສະໜອງເຂົ້າສານໜຽວ, ເຂົ້າສານຈ້າວ, ຊີ້ນງົວ, ໝູ, ໄກ່, ໄຂ່ໄກ່, ປາ ແລະ ພືດຜັກ ທີ່ມີຄວາມຈໍາເປັນ ແລະ ມີຜົນກະທົບໄວຕໍ່ຊີວິດ ການເປັນຢູ່ ຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນ, ໄປພ້ອມກັບການລະດົມ ບັນດາຫົວໜ່ວຍທຸລະກິດ ການຜະລິດພາຍໃນ ແລະ ຫົວໜ່ວຍທຸລະກິດຂາອອກ-ຂາເຂົ້າ ຮ່ວມກັນຈັດກິດຈະກໍາຂາຍສິນຄ້າຫລຸດລາຄາ, ລາຄາຖືກ ຕາມເງື່ອນໄຂຕົວຈິງ ເພື່ອແກ້ໄຂໃນໄລຍະສັ້ນ ເຊິ່ງຈັດໄດ້ແລ້ວ 10 ຄັ້ງ ແລະ ມີແຜນຈະເພີ່ມຄວາມຖີ່ຂຶ້ນ ຕື່ມເປັນເດືອນລະ 3 ຄັ້ງໃນຕໍ່ໜ້ານີ້. ສຳລັບວຽກງານການສຶກສາ ແຂວງແມ່ນພົບກັບບັນຫາ ການຂາດແຄນຄູຈຳນວນ 596 ຄົນ, ຄູບໍ່ພຽງພໍກັບຈຳນວນໂຮງຮຽນ ທີ່ຈັດການຮຽນ-ການສອນ, ມີຫ້ອງຄວບ 1.638 ຫ້ອງ ແລະ ບັນຫາອື່ນໆ.

ຂໍ້ມູນ-ພາບ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top