ສືບຕໍ່ຮ່ວມກັນເຮັດໃຫ້ພາກພື້ນ CLMV ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030

19/09/2024 13:56
ຂປລ ຂປລ. ກອງປະຊຸມລັດຖະມົນຕີເສດຖະກິດປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 16 ຈັດຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີທ່ານ ຈາມ ນິມຸນ (Cham Nimul) ລັດຖະມົນຕີ ກະຊວງການຄ້າ ປະເທດ ກໍາປູເຈຍ, ທ່ານ ກັນ ຊໍ (Kan Zaw) ລັດຖະມົນຕີກະຊວງລົງທຶນ ແລະ ຮ່ວມມືເສດຖະກິດສາກົນ ປະເທດ ມຽນມາ, ທ່ານ ຫງວຽນ ຊິນ ເຍິດ ເຕິນ (Nguyen Sinh Nhat Tan), ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.



ຂປລ. ກອງປະຊຸມລັດຖະມົນຕີເສດຖະກິດປະເທດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (
CLMV) ຄັ້ງທີ 16 ຈັດຂຶ້ນໃນວັນທີ 18 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີທ່ານ ຈາມ ນິມຸນ (Cham Nimul) ລັດຖະມົນຕີ ກະຊວງການຄ້າ ປະເທດ ກໍາປູເຈຍ, ທ່ານ ກັນ ຊໍ (Kan Zaw) ລັດຖະມົນຕີກະຊວງລົງທຶນ ແລະ ຮ່ວມມືເສດຖະກິດສາກົນ ປະເທດ ມຽນມາ, ທ່ານ ຫງວຽນ ຊິນ ເຍິດ ເຕິນ (Nguyen Sinh Nhat Tan), ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.




ທ່ານ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນວ່າ: ປີນີ້ ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຄໍາຂວັນ
“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເຊິິ່ງເປັນຊ່ວງເວລາທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະໃນເງື່ອນໄຂ ທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປ ໄປຢ່າງສະຫລັບສັບຊ້ອນ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງ ເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອແກ້ໄຂບັນດາສິ່ງທ້າທາຍເຫລົ່ານັ້ນ. ການພົບປະຂອງພວກເຮົາ ໃນຄັ້ງນີ້ ສະແດງເຖິງຄວາມໝາຍໝັ້ນຂອງ ປະເທດ CLMV ທີ່ຈະສືບຕໍ່ຮ່ວມກັນ ຈັດຕັ້ງປະຕິບັດວິໄສທັດຂອງປະ ເທດ CLMV ທີ່ມີເປົ້າໝາຍ ເຮັດໃຫ້ພາກພື້ນນີ້ ກາຍເປັນພາກພື້ນທີ່ມີລາຍຮັບປານກາງສູງ ແລະ ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030, ໄປຄຽງຄູ່ກັບ ວິໄສທັດການສ້າງປະຊາຄົມເສດຖະກິດອາຊຽນຮອດປີ 2045. ເຖິງວ່າ ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ ຜະເຊີນກັບສິ່ງທ້າທາຍຫລາຍຢ່າງ, ແຕ່ປະເທດ CLMV ຂອງ ພວກເຮົາຍັງສືບຕໍ່ຮັກສາໄດ້ ການເຕີບໂຕດ້ານເສດຖະກິດ ສະແດງອອກຕົວເລກມູນຄ່າ ການຄ້າດ້ານສິນຄ້າ ຂອງບັນດາປະເທດ CLMV ໃນປີ 2023 ບັນລຸໄດ້ 767,7 ຕື້ໂດລາສະຫະລັດ, ກວມເອົາ 21,6% ຂອງມູນຄ່າການຄ້າລວມຂອງອາຊຽນ; ມູນຄ່າການລົງທຶນໂດຍ ກົງຈາກຕ່າງປະເທດ ໃນບັນດາປະເທດ CLMV ໄດ້ເພີ່ມຂຶ້ນ 5,4% ຈາກ 25,1 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 26,4 ຕື້ໂດລາສະຫະລັດ ໃນປີ 2023.  

ທ່ານ ມະໄລທອງ ກົມມະສິດ ຍັງກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື ໃນຫລາຍປະເດັນ ເປັນຕົ້ນ ຈະໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສເສດຖະກິດ ປະເທດ CLMV, ພ້ອມທັງຮັບຮອງເອົາແຜນປະຕິບັດງານ CLMV ໄລຍະປີ 2025-2026. ນອກຈາກນັ້ນ, ຈະໄດ້ແລກປ່ຽນຄໍາຄິດເຫັນ ແລະ ມີທິດຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດ ບັນດາແຜນວຽກເພື່ອການພັດທະນາປະເທດ CLMV.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມອາຊຽນ ASEAN

      ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

      9/19/2024 3:09:26 PM

      ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະ ຄອນ ອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດາ ນະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ທີ່ໄດ້ດຳເນີນມາແຕ່ວັນທີ 17-19 ກັນຍາ 2024 ໄດ້ປິດລົງດ້ວຍຜົນ ສຳເລັດຢ່າງຈົບງາມ ໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະແທນນະຄອນຫລວງອາຊຽນ ແລະ ນະຄອນອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດອາຊຽນ ASEAN

      ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດ

      9/19/2024 2:47:45 PM

      ຂປລ. ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດເດີນທາງ ມາຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ຣັດເຊຍ ຄັ້ງທີ 13 ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.

    • ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນອາຊຽນ ASEAN

      ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນ

      9/19/2024 2:32:40 PM

      ຂປລ. ກອງປະຊຸມເວທີ ເຈົ້ານະຄອງອາຊຽນ ຈັດຂຶ້ນໃນຕອນເຊົ້າວັນທີ 19 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນປະຕິບັດ ນະໂຍບາຍການເຊື້ອມໂຍງອາຊຽນ ໃນພາກທ້ອງຖິ່ນຂອງອາຊຽນ, ປຶກສາຫາລື, ແລກປ່ຽນບົດຮຽນ ລະຫວ່າງນະຄອນນຳກັນ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດ ໂດຍກົງໃຫ້ບັນດາ ນະຄອນອາຊຽນ

    • ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນອາຊຽນ ASEAN

      ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນ

      9/19/2024 2:25:59 PM

      ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ (EU) ຄັ້ງທີ 20 ຈັດຂຶ້ນໃນວັນທີ 19 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Maria Martin-Prat) ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍ​ແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

    • ໄຂກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ ຢ່າງເປັນທາງການ ອາຊຽນ ASEAN

      ໄຂກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ ຢ່າງເປັນທາງການ

      9/18/2024 5:28:35 PM

      ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂວັນ “ເພີີ່ມທະວີການເຊີ່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍນຍົງ ຂອງບັນດານະຄອນອາຊຽນ ຈັດໃນວັນທີ 18 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ

ads
ads

Top