ຂປລ
ຂປລ. ໃນວັນທີ 17 ກັນຍາ 2024, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອິງ ກີມລຽງ ຮອງເຈົ້າແຂວງຊຽມຣຽບ ແຫ່ງຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍ ບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ລະຫວ່າງວັນທີ 17-19 ກັນຍາ 2024.
ຂປລ. ໃນວັນທີ 17 ກັນຍາ 2024, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອິງ ກີມລຽງ ຮອງເຈົ້າແຂວງຊຽມຣຽບ ແຫ່ງຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີ ເຈົ້ານະຄອນອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍ ບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ລະຫວ່າງວັນທີ 17-19 ກັນຍາ 2024.
ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການພົບປະຄັ້ງນີ້, ພ້ອມທັງຖືໂອກາດນີ້, ລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ 2024 ເປັນຕົ້ນ ຂະແໜງກະສິກຳ ມີຂະຫຍາຍຕົວເພີ່ມຂຶ້ນ 4,2% ກວມເອົາ 13% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວເພີ່ມຂຶ້ນ 7,05% ກວມເອົາ 48% ຂອງ GDP ແລະ ຂະແໜງການບໍລິການ ຂະຫຍາຍຕົວ ເພີ່ມຂຶ້ນ 3,8% ກວມ ເອົາ 39% ຂອງ GDP. ສຳລັບການຈັດຕັ້ງປະຕິບັດ ວຽກງານຮັກສາຄວາມສະອາດຕົວເມືອງ, ອະນາໄມເສັ້ນທາງສາຍຫລັກ ແລະ ແຜນງານຕ່າງໆ ກ່ຽວກັບ ການຄຸ້ມຄອງຂີ້ເຫຍື້ອ ໃນນະຄອນຫລວງວຽງຈັນ ຕາມຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້ອແບບຢືນຢົງ ປີ 2021-2030; ສ້ອມແປງ ປະດັບປະດາຕາມເສັ້ນທາງຖະໜົນສາຍຫລັກ, ບັນດາໂຮງແຮມ, ຮ້ານອາຫານ, ສວນສາທາລະນະຕ່າງໆ ເພື່ອກະ ກຽມຕ້ອນຮັບກອງປະຊຸມອາຊຽນຄັ້ງທີ 44-45 ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນເດືອນຕຸລາ ປີ 2024 ທີ່ຈະມາເຖິງ. ນອກຈາກນີ້, ທ່ານເຈົ້າຄອງຍັງໄດ້ສະເໜີ ໃຫ້ມີການແລກປ່ຽນບົດຮຽນ ກ່ຽວກັບການສົ່ງເສີມວຽກງານການທ່ອງທ່ຽວ, ການຄຸ້ມຄອງ-ອະນຸລັກຮັກສາສະຖານທີ່ທ່ອງທ່ຽວ ທາງປະ ຫວັດສາດ ແລະ ວັດທະນະທໍາ ເຊິ່ງເຫັນວ່າແຂວງຊຽມຣຽບ ມີບົດຮຽນ ຫລາຍໃນດ້ານນີ້ ແລະ ຮ່ວມມືໃນດ້ານອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ຈົນກ້າວໄປສູ່ການສ້າງນະຄອນມິດຕະພາບ ຮ່ວມກັນໃນອະນາຄົດ.
ໂອກາດນີ້, ທ່ານ ອິງ ກີມລຽງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເຈົ້າຄອງນະຄອນຫລວງວຽງຈັນ ທີ່ໄດ້ໃຫ້ກຽດເຂົ້າພົບປະຄັ້ງນີ້, ພ້ອມທັງ ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້, ອວຍພອນໃຫ້ກອງປະຊຸມ ໄດ້ຮັບຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້ ເຊິ່ງການພົບປະກັນໃນຄັ້ງນີ້, ເປັນຂີດໝາຍສໍາຄັນຂອງການພົວພັນຮ່ວມມື ລະຫວ່າງສອງນະຄອນ ເພື່ອເປັນການເສີມຂະຫຍາຍ ການພົວພັນຮ່ວມມືຂອງສອງນະຄອນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຕົວຈິງ.
ຂ່າວ: ກິດຕາ
KPL