ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນໃໝ່ 2024-2025

17/09/2024 20:15
Email Print 382
ຂປລ ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປິດສົກຮຽນໃໝ່ 2024-2025 ​ໃນວັນທີ 17 ກັນຍາ 2024 ໂດຍການເປັນປະທານ ຂອງສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ວປກ, ຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບນັກສຶກສາ, ຄະນະຊ່ຽວຊານ, ຄູ-ອາຈານ ​ແລະ ນັກສຶກສາທຸກລະບົບ ເຂົ້າຮ່ວມ.




ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປິດສົກຮຽນໃໝ່
2024-2025 ​ໃນວັນທີ 17 ກັນຍາ 2024 ໂດຍການເປັນປະທານ ຂອງສະຫາຍ ພົນໂທ ທອງລອຍ ສີລິວົງ  ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ວປກ, ຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບນັກສຶກສາ, ຄະນະຊ່ຽວຊານ, ຄູ-ອາຈານ  ​ແລະ ນັກສຶກສາທຸກລະບົບ ເຂົ້າຮ່ວມ.




ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ
, ຫົວໜ້າກົມອົບຮົມກໍ່ສ້າງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ​ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2024-2025 ມີນັກສຶກສາທັງໝົດ 618 ສະຫາຍ. ໃນນັ້ນ, ມີນັກສຶກສາເກົ່າ 259 ສະຫາຍ ແລະ ນັກສຶກສາຈະເຂົ້າໃໝ່ 359 ສະຫາຍ, ໃນຈຳນວນ 13 ເປົ້າໜາຍຄື: ກໍ່ສ້າງເລັງລັດຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ຊຸດທີ XXI, ກໍ່ສ້າງປະລິຍາໂທການທະຫານ ລະບົບ 2 ປີ ຊຸດທີ XVII, ກໍ່ສ້າງປະລິຍາຕີການທະຫານຂັ້ນ ກອງພັນໃຫຍ່-ກອງພົນ ລະບົບ 2 ປີ ຊຸດທີ  XV, ກໍ່ສ້າງເລັ່ງລັດການທະຫານຂັ້ນກອງພັນໃຫຍ່ ລະບົບ 1 ປີ ຊຸດທີX, ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນນ້ອຍລະບົບ 1 ປີ ຊຸດທີ X, ກໍ່ສ້າງຄູເລັ່ງລັດການທະຫານຂັ້ນ ກອງພັນໃຫຍ່-ກອງພົນ ລະບົບ 1 ປີ ຊຸດທີ III, ກໍ່ສ້າງຊັ້ນສູງຄູພາສາຫວຽດນາມ ລະບົບ 3 ປີ ຊຸດທີ XIV, ກໍ່ສ້າງຊັ້ນສູງພາສາຈີນ ລະບົບ 4 ປີ ຊຸດທີ XXII, ກໍ່ສ້າງຊັ້ນສູງພາສາອັງກິດ ລະບົບ 4 ປີ ຊຸດທີ XX, ກໍ່ສ້າງພາສາລັດເຊຍ ລະບົບ 3 ປີ ຊຸດທີ VIII, ກໍ່ສ້າງເລັ່ງລັດພາສາອັງກິດ ລະບົບ 1 ປີ ຊຸດທີ  XVIII, ບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ການນໍາພັກ-ລັດ ໄລຍະ 64 ວັນ ຊຸດທີ XXI ແລະ XXII, ບໍາລຸງວຽກງານການທະຫານທ້ອງຖີ່ນ ລະບົບ 3 ເດືອນ ຊຸດທີ X.  ສໍາລັບຈຸດປະສົງ, ຄາດໝາຍຂອງການບຳລຸງ-ກໍ່ສ້າງ ຂອງແຕ່ລະເປົ້າໜາຍ ກໍເພື່ອເປັນການຍົກລະດັບ ຄວາມຮັບຮູ້ເຂົ້າໃຈ ຕໍ່ພື້ນຖານທິດສະດີ, ຫລັກມູນວິທະຍາສາດ ຂອງລັດທິມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜ້າທີ່ການເມືອງຂອງກອງທັບ ໃນສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ ກັບການໜ້າທີ່ການເມືອງ ໃນໄລຍະໃໝ່ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ເງື່ອນໄຂຕົວຈິງ ຂອງກົມກອງທ້ອງຖິ່ນຢ່າງມີປະສິດທິຜົນ.




ໂອກາດນີ້
, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແລະ ຄູອາຈານ ຕ້ອງເປັນເຈົ້າການໃນການນໍາພາ-ຊີ້ນໍາ ປັບປຸງກໍ່ສ້າງວິທະຍາຄານ ໂດຍສະເພາະແມ່ນ ເອົາໃຈໃສ່ປະຕິບັດຕາມໂຄງການ ຫລັກສູດການຮຽນ-ການສອນຕາມຫົວບົດ ແລະ ວິຊາທີ່​ໄດ້ກຳນົດໄວ້ ໃຫ້ແທດ ເໝາະກັບແຕ່ລະເປົ້າໝາຍ ທີ່ຈະເຂົ້າມາສຶກສາຢູ່ວິທະຍາຄານ ແລະ ແທດເໝາະກັບຄວາມຕ້ອງການຕົວຈິງ ຂອງການກໍ່ສ້າງນາຍທະຫານຂອງກອງທັບເຮົາ ໃນແຕ່ລະໄລຍະ. ພ້ອມທັງຮຽກຮ້ອງໃຫ້ ນັກຮຽນ-ນັກສຶກສາແຕ່ລະເປົ້າໝາຍ ຈົ່ງພ້ອມກັນ ເພີ່ມທະວີຄວາມເປັນເຈົ້າການ ຕໍ່ໜ້າທີ່ການເມືອງຂອງຕົນ ກໍຄືການຝຶກຝົນຫລໍ່​ຫລອມຕົນເອງ ໃຫ້ມີຄວາມຮູ້ ຄວາມສາມາດ ແລະ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ເພື່ອໃຫ້ກາຍເປັນນັກສຶກສາດີເດັ່ນ ແລະ ໃຫ້ກາຍເປັນພະນັກງານສືບທອດໃນອະນາຄົດ.

ຂ່າວ: ບິກໄຊ ສົມພູ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top