ຂປລ
ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ເພື່ອທົບທວນບົດຮຽນທີ່ຖອດຖອນໄດ້ ແລະ ສິ່ງທ້າທາຍຂອງວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນ ສປປ ລາວ ປະຈຳປີ 2024, ສ້າງຄວາມເຂັ້ມແຂງໃນວຽກງານກັນ-ຄວບຄຸມພະຍາດຕິດຕໍ່ ແລະ ກຳນົດທິດທາງໃນຕໍ່ໜ້າ ສຳລັບການຄວບຄຸມພະຍາດຕິດຕໍ່ ແລະ ການຄຸ້ມຄອງເຫດການສຸກເສີນ ທາງດ້ານສາທາລະນະສຸກ ປີ 2025.
ທ່ານ ບຸນແຝງ ພູມມະໄລສິດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໜາຍສຳຄັນ ເຊິ່ງຈະໄດ້ພ້ອມກັນສະຫລຸບຜົນໄດ້ຮັບ, ຕີລາຄາຂໍ້ທີ່ຍັງຄົງຄ້າງ ແລະ ຊອກຫາວິທີການແກ້ໄຂຮ່ວມກັນ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂຶ້ນ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ທິດທາງແຜນປະຈຳປີ 2025, ສະຫລຸບການຈັດຕັ້ງປະຕິບັດວຽກເຝົ້າລະວັງ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດຕິດຕໍ່, ວຽກງານວິເຄາະ, ວຽກງານເອດ, ພະຍາດຕິດຕໍ່ທາງເພດສຳພັນ, ວັນນະໂລກ, ໄຂ້ມາລາເຣຍ, ໄຂ້ຍຸງລາຍ, ພະຍາດຕິດຕໍ່ທີ່ຄວນເອົາໃຈໃສ່ ແລະ ເຫດການສຸກເສີນທາງດ້ານສາທາລະນະສຸກ, ພ້ອມທັງຜົນສຳເລັດ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຂອງບາງແຂວງ.
ທ່ານ ບຸນແຝງ ພູມມະໄລສິດ ຍັງໃຫ້ຮູ້ອີກວ່າ: ໃນ 1 ປີ ຜ່ານມາ, ແຜນງານຄວບຄຸມພະຍາດຕິດຕໍ່ ແມ່ນມີຜົນສຳເລັດຫລາຍດ້ານ, ມີລະບົບເຝົ້າລະວັງແຫ່ງຊາດທີ່ເຂັ້ມແຂງ, ມີຕາໜ່າງເຝົ້າລະວັງແຕ່ສູນກາງຮອດທ້ອງຖິ່ນ, ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ, ສ້າງນັກລະບາດວິທະຍາພາກສະໜາມ ທີ່ສາມາດລົງ ສອບສວນ ແລະ ໂຕ້ຕອບການລະບາດ ໄດ້ຢ່າງທັນການ, ແຕ່ລະຂັ້ນແຕ່ສູນກາງຮອດທ້ອງຖິ່ນ, ຈັດຕັ້ງຫ້ອງປະຕິບັດງານສຸກເສີນ ດ້ານສາທາລະນະສຸກ EOC ທີ່ໄດ້ມາດຕະຖານໃນຂັ້ນແຂວງ ແລະ ເມືອງ, ມີຫ້ອງວິເຄາະຢັ້ງຢືນແຫ່ງຊາດ ທີ່ໄດ້ມາດຕະຖານ, ສາມາດປະຕິບັດຍຸດທະສາດ ລົບລ້າງພະຍາດ ທີ່ມີເປົ້າໝາຍລົບລ້າງໃນປີ 2030 ເປັນຕົ້ນ ພະຍາດວັນນະໂລກ, ເອດ, ມາລາເຣຍ, ພະຍາດວໍ້ ແລະ ພະຍາດໃບໄມ້ໃນເລືອດ ເຊິ່ງເປັນວຽກທີ່ສຳຄັນ ແລະ ທ້າທາຍ ໃນການບັນລຸເປົ້າໝາຍດັ່ງກ່າວ.
ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມປຶກສາຫາລື, ສົນທະນາ-ຄົ້ນຄວ້າ, ແລກປ່ຽນບົດຮຽນຢ່າງຈິງຈັງ ໃນການກຳນົດທິດທາງແຜນ ການເຄື່ອນໄຫວ ວຽກງານຄວບຄຸມພະຍາດ ຕິດຕໍ່ໃນຕໍ່ໜ້າ ໃຫ້ຖືກຕ້ອງເໝາະສົມ, ພ້ອມກັນສຸມທຸກກຳລັງ ແລະ ສະຕິປັນຍາ ເພື່ອກ້າວໄປເຖິງ ການພັດທະນາ ວຽກງານສາທາລະນະສຸກ ໃຫ້ໄປສູ່ບາດກ້າວໃໝ່ທີ່ດີກວ່າເກົ່າ ແນໃສ່ຮັບປະກັນໃຫ້ປະຊາຊົນລາວ ທຸກຄົນໄດ້ເຂົ້າເຖິງ ການບໍລິການທີ່ດີຂຶ້ນກວ່າເກົ່າ.
ຂ່າວ: ທະນູທອງ
KPL