ທູດລາວ ປະຈໍາ ສປ ຈີນ ຫວນຄືນມູນເຊື້ອສໍາຄັນຂອງຊາດ

22/03/2025 17:49
Email Print 1025
ຂປລ ໃນວັນທີ 22 ມີນາ 2025, ສະຖານທູດລາວ ທີ່ນະຄອນຫລວງປັກກິ່ງ ສປ ຈີນ ຈັດປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດຂອງຊາດຄື: ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 ), ຕິດພັນກັບວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ.

     *ໃນວັນທີ 22 ມີນາ 2025, ສະຖານທູດລາວ ທີ່ນະຄອນຫລວງປັກກິ່ງ ສປ ຈີນ ຈັດປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດຂອງຊາດຄື: ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 ), ຕິດພັນກັບວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ, ໂດຍໃຫ້ກຽດການປາຖະກະຖາຂອງ ສະຫາຍ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ມີບັນດາຄະນະນຳ ແລະ ວິິຊາການສະຖານທູດ, ພະນັກງານລາວ ປະຈຳ CMG, ນັກສຶກສາລາວ ແລະ ປະຊາຊົນລາວ ທີ່ອາໄສຢູ່ນະຄອນຫລວງປັກກິ່ງເຂົ້າຮ່ວມ.


    ສະຫາຍ ສົມພອນ ສີຈະເລີນ ໄດ້ໃກ້ກຽດຫວນຄືນມູນເຊື້ອອັນດີງາມຂອງພັກ, ປະຫວັດສາດອັນພົ້ນເດັ່ນ, ຄວາມໝາຍຄວາມສໍາຄັນຂອງ 3 ວັນປະຫວັດສາດດັ່ງກ່າວ ເພື່ອຮໍ່າຮຽນ, ສຶກສາອົບຮົມແນວຄິດສາມະຊິກພັກ-ພະນັກງານ, ນັກການທູດ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮັບຮູ້, ເຊື່ອມຊືມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບວັນສຳຄັນຂອງພັກ ຂອງຊາດ, ໂດຍສະຫາຍໄດ້ຍົກໃຫ້ເຫັນຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດທີ່ເປັນໜາກຜົນຂອງການປະຕິວັດລາວ ອັນເປັນມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າ, ໂດຍສະເພາະສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ກັບຜົນງານຂອງບັນພະບູລຸດ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ, ຜູ້ນໍາພາກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ແມ່ນຜູ້ນຳທີ່ມີຄວາມປີຊາສາມາດສະຫລາດສ່ອງໃສ, ເປັນບິດາແຫ່ງການປະຕິວັດຂອງຊາດເຮົາ. ປະທານ ໄກສອນ ພົມວິຫານ ໄດ້ເຂົ້າເປັນສະມາຊິກພັກຄອມມູນິດອິນດູຈີນ ໃນວັນທີ 6 ມັງກອນ 1949 ມາຮອດວັນທີ 20 ມັງກອນ ຂອງປີດຽວກັນເພິ່ນໄດ້ນໍາພາສ້າງຕັ້ງກອງລາດຊະວົງຂຶ້ນ ເຊິ່ງເປັນກອງທັບປະຊາຊົນລາວໃນປັດຈຸບັນ ແລະ ໄດ້ພ້ອມກັບບັນດາສະຫາຍທີ່ເປັນສະມາຊິກພັກຄອມມູນິດອິນດູຈີນ ສ້າງຕັ້ງພັກປະຊາຊົນລາວ ຂຶ້ນໃນວັນທີ 22 ມີນາ 1955.

     ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີເປັນປຶກແຜ່ນ, ຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນວັນແຫ່ງໄຊຊະນະອັນຍິ່ງໃຫ່ຍໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ. ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.
ນັບແຕ່ປີ 1975 ເປັນຕົ້ນມາ ພັກນຳພາປວງຊົນທັງຊາດໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ, ພາລະກິດປ່ຽນແປງໃຫມ່ ເຊິ່ງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ບົດບາດຂອງພັກ ແລະ ຂອງຊາດ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ.


     ພ້ອມດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນຍັງຮຽກຮ້ອງ ແລະ ປຸກລະດົມໃຫ້ພະນັກງານ, ນັກສຶກສາ, ພໍ່ແມ່ປະຊາຊົນຍົກສູງບົດບາດແລະ ມູນເຊື້ອອັນດີງາມຂອງພັກຢ່າງຫນັກແຫນ້ນ,ໄປຄຽງຄູ່ການເສີມຂະຫຍາຍການຮ່ວມມືກັບປະເທດເພື່ອນມິດ, ພາກພື້ນ ແລະ ສາກົນຢ່າງຕັ້ງຫນ້າ. ໂດຍສະເພາະບັນດາທ່ານທີ່ພວມຮໍ່າຮຽນ ແລະ ດໍາລົງຊີວິດໃນ ສປ ຈີນນີ້ຈົ່ງຮໍ່າຮຽນ ແລະ ຖອດຖອນເອົາບົດຮຽນອັນລໍ້າຄ່າທີ່ເປັນມູນເຊື້ອດີງາມຂອງພັກ-ລັດ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຄູ່ຮ່ວມຊາຕາກໍາດຽວກັນລາວ-ຈີນ ແລະ  ຕາມທິດ 4 ດີໃຫ້ໜັກແໜ້ນຍິ່ງໆຂຶ້ນ.

    ສະຫາຍ ສົມພອນ ສີຈະເລີນ ຍັງເນັ້ນໃຫ້ເຫັນບາງເນື້ອໃນສໍາຄັນຕື່ມວ່າການຮ່ວມມືລາວ-ຈີນ,ຈີນ-ລາວເຖິງປັດຈຸບັນນີ້ແມ່ນຢູ່ໃນດັບດີທີ່ສຸດ ດັ່ງທີ່ຮູ້ນໍາກັນ ການຮ່ວມມືກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ປ່ຽນປະຫວັດສາດຂອງລາວຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນ, ມີນັກສຶກສາລາວມາຮໍ່າຮຽນ ຢູ່ ສປ ຈີນປະມານ 10.000 ກວ່າຄົນ, 40% ສີນຄ້າຂອງລາວສົ່ງອອກມາຂາຍໃນຈີນ,  ການທຶນຂອງ ສປ ຈີນຈັດຢູ່ອັນດັບທີ 1 ຂອງການລົງທຶນຕ່າງປະເທດໃນລາວ,ມີ 900
ກວ່າໂຄງການມູນຄ່າ 13 ຕື້ກວ່າໂດລາ ແລະ ອື່ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top