ຂປລ
ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.
*ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້. ພະຍາດດັ່ງກ່າວ, ເກີດຈາກເຊື້ອກາລະໂລກທີ່ມີຊື່ວ່າ ບາຊິລັສ ແອນແທັກຊິສ (Bacillus Anthracis) ເຊື້ອພະຍາດນີ້ ສາມາດສ້າງສະປໍ ແລະ ມີຄວາມທົນທານຕໍ່ສະພາບແວດລ້ອມສູງ ໂດຍເຊື້ອພະຍາດຈະກະຈາຍຢູ່ຕາມທົ່ງຫຍ້າ ແລະ ຝັງໂຕຢູ່ໃນດິນໄດ້ເປັນເວລາດົນ, ສັດທີ່ໄດ້ຮັບເຊື້ອຈະມີອາການເລືອດເປັນພິດຢ່າງຮ້າຍແຮງເຮັດໃຫ້ເມັດເລືອດແດງແຕກແລ້ວສັດຈະສົ່ງເຊື້ອອອກທາງອາຈົມ, ນ້ຳຢຽວ, ນ້ຳນົມ, ເລືອດ ແລະ ອື່ນໆ.
ການຕິດຕໍ່ຂອງພະຍາດຈາກສັດສູ່ຄົນ: ການກິນຊີ້ນສັດ ຫລື ຜະລິດຕະພັນທີີ່ມີເຊື້ອ, ການສຳຜັດສັດທີ່ບໍ່ສະບາຍ ຫລື ຕາຍຜິດປົກກະຕິ, ຕິດຈາກການຫາຍໃຈເອົາຝຸ່ນດິນທີ່ມີສະປໍເຊື້ອພະຍາດເຂົ້າໄປ ເຊິ່ງໄລຍະຝັກຕົວຂອງພະຍາດ 1-5 ວັນ ຫລື ອາດດົນເຖິງ 60 ວັນ, ຜູ້ ທີ່ຕິດເຊື້ອພະຍາດນີ້ຈະມີອາການໄຂ້, ປວດຮາກ, ຮາກ, ເຈັບທ້ອງຮຸນແຮງ, ມີບາດຄືຖືກໄຟຈິ, ຫາຍໃຈຍາກ, ແໜ້ນໜ້າເອີກ...ເຖິງແນວໃດກໍຕາມ, ການປ້ອງກັນຈາກພະຍາດໄຂ້ເລືອດດຳໃຫ້ປະຕິບັດດັ່ງນີ້:
1.ຫລີກລ່ຽງການສຳຜັດຄວາຍ, ງົວ, ແບ້, ແກະ, ໝູ ທ່ີຕາຍໂດຍບໍ່ຮູ້ສາເຫດຢ່າງເດັດຂາດ ເພາະຈະເປັນສາເຫດໃຫ້ເຊື້ອພະຍາດສາມາດຕິດຕໍ່ສູ່ຄົນ, ຖ້າມີການລະບາດເປັນວົງກວ້າງຕ້ອງໄດ້ທຳລາຍຖິ້ມດ້ວຍການຈູດຢ່າງດຽວ ຈ່ຶງສາມາດທຳລາຍເຊື້ອພະຍາດນີ້ໄດ້.
2.ລ້າງມື, ອາບນ້ຳ ຫລັງສຳຜັດກັບສັດ.
3.ເຈົ້າຂອງສັດຕ້ອງເອົາໃຈໃສ່ກັກຂັງສັດລ້ຽງຂອງຕົນ ເພື່ອຕິດຕາມອາການ, ຖ້າພົບເຫັນສັດມີການເຫງົາຊຶມ, ບໍ່ກິນອາຫານ, ຂາໄຄ່ ຍຶ່ງທ້ອງ ໃຫ້ຟ້າວແຍກສັດດ່ັງກ່າວອອກຈາກຝູງ.
4.ຈົ່ງເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຖ້າພົບເຫັນປາກົດການຂອງພະຍາດດັ່ງກ່າວ ໃຫ້ຮີບປະສານກັບສັດຕະວະແພດບ້ານ ເພື່ອລາຍງານຂັ້ນເທິງ.
KPL