ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

07/05/2025 09:55
Email Print 682
ຂປລ ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    *ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະດຽນບຽນຟູຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ທີ່ຍາກລຳບາກ, ໂດຍເລ່ີມຈາກຄວາມໂດດດ່ຽວ, ຍ້ອນວ່າໃນໄລຍະຕົ້ນ, ບັນດາທະຫານຂອງພົນເອກ ຫວໍງວຽນຢາບ ຖືກຕົກໃນທ່າໂດດດ່ຽວ. ຫລັງຈາກນັ້ນ, ສະພາບການຕໍ່ສູ້ໄດ້ຜັນແປຍ້ອນປະຊາຊົນຫວຽດນາມໄດ້ພ້ອມກັນ ເຂົ້າຮ່ວມຂະບວນການໂດຍຍຶດໝັ້ນຄຳຂວັນ “ໄຊຊະນະປະຊາຊົນ”, ນີ້ບໍ່ພຽງແຕ່ແມ່ນການຕໍ່ສູ້ຂອງກຳລັງທະຫານແຕ່ຫາກຍັງມີການຮ່ວມຈິດຮ່ວມໃຈ, ການເສຍສະລະ ແລະ ການຕັດສິນໃຈຂອງປະຊາຊົນທັງຊາດອີກດ້ວຍ”.

   ໄຊຊະນະອັນຍິ່ງໃຫຍ່ນີ້ ເກີດຈາກກຳລັງແຮງແຫ່ງຄວາມສາມັກຄີສູ້ຮົບຂອງ 3 ຊາດລາວ-ຫວຽດນາມ ແລະ  ກຳປູເຈຍ ພ້ອມກັນຕໍ່ສູ້ຕ້ານສັດຕູໂຕດຽວ. ເມື່ອ 3 ປະເທດສ້າງ ຕັ້ງກຳລັງປະຕິວັດຕ້ານຄືນການປົກຄອງຂອງລະບອບລ່າເມືອງຂ້ຶນນັ້ນແມ່ນຍາດໄດ້ຜົນສຳເລັດຫລາຍຢ່າງ, ພິເສດ, ພາຍຫລັງທີ່ຝຣັ່ງຖືກປະລາໄຊຢູ່ດຽນບຽນຟູ, ໄດ້ເຮັດໃຫ້ກອງປະຊຸມເຊີແນວບັນລຸໄດ້ໝາກຜົນອັນດີງາມ. ຝຣ່ັງຕ້ອງຍອມຮັບເອກະລາດຢູ່ທັງ 3 ປະເທດລາວ- ຫວຽດນາມ ແລະ ກຳປູເຈຍ. ໄຊຊະນະດຽນບຽນຟູບໍ່ພຽງແຕ່ຢຸດຕິອຳນາດການປົກຄອງຂອງລັດທິລ່າເມືອງຂຶ້ນຢູ່ 3 ປະເທດ ອິນດູຈີນເທົ່ານັ້ນ, ຫາກຍັງເປີດສັງກາດໃໝ່ໃຫ້ປະຫວັດສາດຂອງມວນມະນຸດ.ຈາກໄຊຊະນະນີ້, ໄດ້ປຸກລະດົມກຳລັງແຮງໃຫ້ບັນດາປະເທດຫົວເມືອງຂຶ້ນອື່ນໆລຸກຮືຂຶ້ນຕໍ່ສູ້ຍາດເອົາເອກະລາດຊຶ່ງສາມາດເວ້ົາ ໄດ້ວ່າບັ້ນຮົບດຽນບຽນຟູແມ່ນໜ່ຶງໃນບັນດາບັ້ນຕໍ່ສູ້ສຳຄັນແຖວໜ້າໃນປະຫວັດສາດໂລກ.

    ເຫດການປະຫວັດສາດຂອງບ້ັນຮົບດຽນບຽນຟູ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ບັນດາຂະບວນການປົດປ່ອຍຊາດຢູ່ຫລາຍພາກພື້ນ ທັງແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝ, ແມ່ນເຫດການທ່ີມີຄວາມໝາຍແຜ່ກະຈາຍທົ່ວໂລກ. ເປັນຄັ້ງທຳອິດໃນປະຫວັດສາດ, ຊາດໜ່ຶງທ່ີຖືກກົດຂ່ີຂູດຮີດສາມາດເອົາໄຊຊະນະການຮຸກຮານຂອງປະເທດມະຫາອຳນາດ, ຍາດເອົາເອກະລາດມາໃຫ້ປະເທດຊາດ, ນຳສິດປະຊາທິປະໄຕມາໃຫ້ປະຊາຊົນຢ່າງແທ້ຈິງ. ນັ້ນແມ່ນໄຊຊະນະອັນຍິ່ງໃຫຍ່ຂອງຊາດຫວຽດນາມ, ພ້ອມທັງແມ່ນໄຊຊະນະລວມຂອງບັນດາ ປະເທດທີ່ຖືກກົດຂີ່ຂູດຮີດທັງໝົດ ໃນໂລກ. ພາຍຫລັງຍາດໄດ້ໄຊຊະ ນະດຽນບຽນຟູ, ມີນັກຮຽນຮູ້, ນັກ ຄົ້ນຄວ້າປະຫວັດສາດໃນໂລກຕ່າງ ກໍ່ໃຫ້ຂໍ້ສັງເກດວ່າ: ບົດຮຽນຈາກ ໄຊຊະນະດຽນບຽນຟູໃນວັນທີ 7 ພຶດສະພາ 1954 ມີຄຸນຄ່າດ້ານການຕໍ່ສູ່ເພື່ອຄວາມເປັນເອກະລາດ, ແມ່ນແບບຢ່າງອັນໃສແຈ້ງໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ເປີດໜ້າປະຫວັດສາດໃໝ່ໃຫ້ແກ່ມວນມະນຸດໂລກ.

KPL

ຂ່າວອື່ນໆ

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

    • ຖົ່ວລຽນ ພວມໄດ້ຮັບຄວາມນິຍົມຈາກກຸ່ມຜູ້ປູກ ແລະ ຜູ້ບໍລິໂພກໃນລາວບົດ-ສາລະຄະດີ

      ຖົ່ວລຽນ ພວມໄດ້ຮັບຄວາມນິຍົມຈາກກຸ່ມຜູ້ປູກ ແລະ ຜູ້ບໍລິໂພກໃນລາວ

      5/6/2025 9:34:15 AM

      ປັດຈຸບັນ, ກະສິກອນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ຫັນມາປູກໝາກຖົ່ວລຽນ ເພື່ອຈຳໜ່າຍໃຫ້ກັບຜູ້ບໍລິໂພກ ກໍຄືຕະຫລາດພາຍໃນປະເທດຫລາຍຂຶ້ນ ເນື່ອງຈາກວ່າໝາກຖົ່ວລຽນ ກຳລັງໄດ້ຮັບຄວາມນິຍົມຈາກກຸ່ມຜູ້ບໍລິໂພກນັບມື້ນັບຫລາຍຂຶ້ນບວກກັບສະພາບດິນຟ້າອາກາດທ່ີເໝາະສົມ, ດິນດີ, ປູກງ່າຍ, ເປັນໝາກໄມ້ທີ່ມີລາຄາສູງ ແລະ ອື່ນໆ.

ads
ads

Top