ຂປລ
ປັດຈຸບັນ, ກະສິກອນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ຫັນມາປູກໝາກຖົ່ວລຽນ ເພື່ອຈຳໜ່າຍໃຫ້ກັບຜູ້ບໍລິໂພກ ກໍຄືຕະຫລາດພາຍໃນປະເທດຫລາຍຂຶ້ນ ເນື່ອງຈາກວ່າໝາກຖົ່ວລຽນ ກຳລັງໄດ້ຮັບຄວາມນິຍົມຈາກກຸ່ມຜູ້ບໍລິໂພກນັບມື້ນັບຫລາຍຂຶ້ນບວກກັບສະພາບດິນຟ້າອາກາດທ່ີເໝາະສົມ, ດິນດີ, ປູກງ່າຍ, ເປັນໝາກໄມ້ທີ່ມີລາຄາສູງ ແລະ ອື່ນໆ.
*ປັດຈຸບັນ, ກະສິກອນຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ຫັນມາປູກໝາກຖົ່ວລຽນ ເພື່ອຈຳໜ່າຍໃຫ້ກັບຜູ້ບໍລິໂພກ ກໍຄືຕະຫລາດພາຍໃນປະເທດຫລາຍຂຶ້ນ ເນື່ອງຈາກວ່າໝາກຖົ່ວລຽນ ກຳລັງໄດ້ຮັບຄວາມນິຍົມຈາກກຸ່ມຜູ້ບໍລິໂພກນັບມື້ນັບຫລາຍຂຶ້ນບວກກັບສະພາບດິນຟ້າອາກາດທ່ີເໝາະສົມ, ດິນດີ, ປູກງ່າຍ, ເປັນໝາກໄມ້ທີ່ມີລາຄາສູງ ແລະ ອື່ນໆ ເຮັດໃຫ້ກະສິກອນຫັນມາປູກຖົ່ວລຽນ ເພື່ອຈຳໜ່າຍຫລາຍຂຶ້ນເຊັ່ນດຽວກັບສວນຖົ່ວລຽນໝອນທອງ ບ້ານຫາດເດື່ອ ເມືອງແກ້ວອຸດົມ ແຂວງວຽງຈັນ ກໍເປັນສວນໜຶ່ງທີ່ເປັນຕົ້ນແບບທີ່ປູກຕາມເຕັກນິກວິຊາການສາມາດເກັບຜົນຜະລິດໄດ້ ພາຍໃນ 4 ປີ.

ທ່ານ ນາງ ບຸນລັ່ງ ວໍລະສິງ ເຈົ້າຂອງສວນຖົ່ວລຽນໝອນທອງ ບ້ານຫາດເດື່ອ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ ເມ່ືອບໍ່ດົນນີ້ວ່າ: ກ່ອນຈະລົງມືປູກໝາກຖົ່ວລຽນ ຕົນເອງໄດ້ແຮງບັນດານໃຈມາຈາກແນວຄິດລິເລີ່ມຂອງູຜ້ເປັນພໍ່ ແລະ ພີ່ນ້ອງຈາກປະເທດເພື່ອນບ້ານ (ໄທ) ຈຶ່ງເກີດມີຄວາມຄິດຢາກປູກຖົ່ວລຽນ ແລະ ຕັດສິນໃຈລົງມືບຸກເບີກພື້ນທີ່ຕາມເຕັກນິກວິຊາການທີ່ຖືກຕ້ອງ ແລະ ເລີ່ມລົງມືປູກໃນປີ 2022 ເຊິ່ງມີເນື້ອທ່ 4 ເຮັກຕາ, ປູກຖົ່ວລຽນພັນໝອນ ທອງ ທັງໝົດ 690 ກວ່າຕົ້ນ. ໃນ ປີ 2025 ນີ້, ເປັນປີທໍາອິດທີ່ເກັບຜົນຜະລິດ ເພື່ອສົ່ງອອກຈຳໜ່າຍໃຫ້ກຸ່ມລູກຄ້າໃນຈໍານວນ 460 ຕົ້ນ ແລະ ຄາດວ່າຈະສາມາດເກັບຜົນຜະລິດໄດ້ປະມານ 6 ໂຕນ ເພື່ອຈຳໜ່າຍໃຫ້ຕະຫລາດພາຍໃນ.

ທ່ານ ນາງ ບຸນລັ່ງ ວໍລະສິງ ຍັງໃຫ້ຮູ້ອີກວ່າ: ສວນຖົ່ວລຽນໝອນທອງ ບ້ານຫາດເດື່ອ ໄດ້ນຳໃຊ້ເຕັກນິກການປູກ, ການບົວລະບັດຮັກສານັບແຕ່ມື້ປູກຈົນຮອດມື້ເກັບຜົນຜະລິດທ່ີຖືກຕ້ອງຕາມຫລັກວິຊາການ, ມີລະບົບນ້ຳ, ການໃຫ້ຝຸ່ນຕ່າງໆຢ່າງເປັນລະບົບ, ທັນສະໄໝ ເຊິ່ງປູກພາຍໃນ 4 ປີ ກໍສາມາດເກັບຜົນຜະລິດໄດ້ຕາມເປົ້າໝາຍ. ແຕ່ເຖິງຢ່າງໃດກໍຕາມ, ຢາກໃຫ້ພາກລັດເຂົ້າມາຊ່ວຍເຫລືອບາງດ້ານຕື່ມອີກເປັນຕົ້ນຈັດຕັ້ງເປັນກຸ່ມຜູ້ປູກຖົ່ວລຽນ, ຊອກຫາແຫລ່ງຕະຫລາດພາຍໃນ ແລະ ກ້າວໄປສູ່ການສົ່ງອອກໄປຕ່າງປະເທດ. ສຳລັບທ່ານໃດ ທີ່ມີຄວາມຕ້ອງການຢາກປູກຖົ່ວລຽນ ຫລື ຢາກຮູ້ເຕັກນິກການປູກ, ການບົວລະບັດຮັກສາ ສາມາດເຂົ້າມາປຶກສາໄດ້ຢູ່ສວນຖົ່ວລຽນໝອນທອງ ບ້ານຫາດເດື່ອ ໄດ້ໂດຍກົງ ຫລື ສາມາດໂທໄດ້ທີ່ເບີ 020 54371466 ໃຫ້ຄຳປຶກສາຟຣີ.
ໂດຍ: ທະນູທອງ
KPL