ສືບຕໍ່ເສີມຂະຫຍາຍສາຍພົວພັນ ສາມັກຄີພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ

22/04/2025 10:44
Email Print 535
ຂປລ ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລືອງ ເກືອງ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 24-25 ເມສາ 2025.

       *ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລືອງ ເກືອງ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 24-25 ເມສາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ ແລະ ຫວຽດນາມ.

        ການຢ້ຽມຢາມຄັ້ງນີ້, ແມ່ນການຢ້ຽມຢາມລັດຖະກິດ ສປປ ລາວ ຄັ້ງທຳອິດຂອງສະຫາຍ ເລືອງ ເກືອງ ເຊິ່ງມີຄວາມໝາຍສຳຄັນທີ່ສຸດ, ທັງສືບຕໍ່ສະແດງໃຫ້ເຫັນວ່າພັກ ແລະ ລັດ ຫວຽດນາມ ຍາມໃດກໍຖື ສປປ ລາວ ແລະ ການພົວພັນຫວຽດນາມ-ລາວ ແມ່ນໜຶ່ງໃນບັນດາບຸລິມະສິດຕົ້ນຕໍ່ໃນການປະຕິບັດນະໂຍບາຍການຕ່າງປະເທດຂອງຕົນ ແລະ ຢືນຢັນການສະໜັບສະໜູນຢ່າງແຂງແຮງ ແລະ ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຕໍ່ພາລະກິດປ່ຽນແປງໃໝ່ຂອງ ສປປ ລາວ.

      ການຢ້ຽມຢາມໃນສະພາບການພາກພື້ນ ແລະ ໃນໂລກ ມີການຫັນປ່ຽນຢ່າງສະຫລັບສັບຊ້ອນ ແລະ ຄາດຄະເນຍາກ. ສອງປະເທດພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດຢ່າງຕັ້ງໜ້າ ແລະ ປະສົບຜົນສຳເລັດຫລາຍຢ່າງ. ພ້ອມກັນນັ້ນ, ສອງຝ່າຍໄດ້ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ ແລະ ໝາກຜົນຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ, ພ້ອມທັງໝາກຜົນການຢ້ຽມຢາມຂອງບັນດາການນຳຂັ້ນສູງຂອງສອງປະເທດ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

     ການພົວພັນແບບພິເສດຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງຈົດງາມ, ເຂັ້ມແຂງ ແລະ ມີປະສິດທິຜົນໃນທຸກຂົງເຂດ ໂດບສະເພາະການພົວພັນທາງດ້ານການເມືອງໄດ້ຮັບການເພີ່ມທະວີ ໂດຍຜ່ານການຢ້ຽມຢາມ ແລະ ການແລກປ່ຽນພົບປະ ລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳໃນການພົວພັນສອງປະເທດ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງ 2 ປະເທດ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ.

     ໃນປີ 2024 ທີ່ຜ່ານມາ, ລວມມູນຄ່າການຄ້າສອງຝ່າຍໄດ້ບັນລຸສູງສຸດຫລາຍກວ່າ 2 ຕື້ໂດລາສະຫະລັດ. ໃນການພົບປະລະຫວ່າງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 16 ເມສາ 2017, ສອງຝ່າຍໄດ້ເຫັນດີເພີ່ມທະວີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ສ້າງບາດກ້າວບຸກທະລຸເພື່ອມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ 5 ຕື້ໂດລາສະຫະລັດ; ຜັນຂະຫຍາຍບັນດາໂຄງການຂະໜາດໃຫຍ່ຂອງວິສາຫະກິດ ຫວຽດນາມຢູ່ລາວ; ເພີ່ມທະວີການເຊື່ອມຕໍ່ ລະຫວ່າງສອງປະເທດຢ່າງຮອບດ້ານ ໂດຍສະເພາະແມ່ນທາງດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມ, ການລົງທຶນ, ການທ່ອງທ່ຽວ. ສ່ວນການຮ່ວມມືດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ກໍໄດ້ຮັບຄວາມສົນໃຈເປັນພິເສດຂອງສອງຝ່າຍ ໂດຍສະເພາະແມ່ນແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພ້ອມນີ້, ສອງປະເທດກໍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີພາກພື້ນ ແລະ ສາກົນ.

   ເຊື່ອໝັ້ນວ່າ, ການຢ້ຽມຢາມລາວຂອງປະທານປະເທດ ເລືອງ ເກືອງ ໃນທາມກາງປີໃໝ່ລາວຫາກໍຜ່ານໄປບໍ່ດົນ ຈະສ້າງຂີດໝາຍອັນໃໝ່, ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຕໍ່ໄປ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.

ໂດຍ: ຄຳຮຸ່ງ ດວງເງິນ

KPL

ຂ່າວອື່ນໆ

ads
ads

Top