ຂປລ
ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ຂປລ. ໃນລະຫວ່າງວັນທີ 21-23 ເມສາ 2025, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເຣັກເຊ ໂອເວີຊັກ (Alexey Overchuk) ຮອງນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ໂດຍທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍ ໃນຄັ້ງນີ້ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່ຈະເດີນທາງເຂົ້າຮ່ວມພິທີສະເຫລີມສະຫລອງວັນໄຊຊະນະປົກປ້ອງປິຕຸພູມ ຄົບຮອບ 80 ປີ ທີ່ຈະຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ຢູ່ນະຄອນຫລວງມົດສະກູ; ເພື່ອຕີລາຄາ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດ ຜົນການພົບປະ ລະຫວ່າງ ທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ໃນປີທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ. ການພົບປະດັ່ງກ່າວ ໄດ້ດຳເນີນດ້ວຍບັນຍາກາດທີ່ອົບອຸ່ນ, ມີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ເປັນຢ່າງດີ, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃນໄລຍະທີ່ຜ່ານມາ ເຫັນວ່າ ມີຜົນສຳເລັດໃນຫລາຍດ້ານ ເຊິ່ງອັນພົ້ນເດັ່ນ ແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ວຽກງານມະນຸດສະທໍາ-ເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນແມ່ນ ພະລັງງານສະອາດ, ເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຂົນສົ່ງ (ທາງບົກ, ທາງອາກາດ ແລະ ທາງນໍ້າ) ແລະ ການພັດທະນາແບບຍືນຍົງ ເພື່ອເຮັດໃຫ້ການຮ່ວມມືໃນຂົງເຂດວຽກງານເຫລົ່ານີ້ ສາມາດນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ຫລາຍຂຶ້ນ.

ໃນໄລຍະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ເຊຣເກ ລາວະຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ເຊິ່ງສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນທັດສະນະ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ພ້ອມທັງ ຢືນຢັນ ຈະສືບຕໍ່ພົວພັນຮ່ວມມືກັນທຸກຂັ້ນ, ໃຫ້ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທັງຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ໃນເວທີພາກພື້ນ ແລະ ສາກົນ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນຣັດເຊຍ ໃນຄັ້ງນີ້, ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ທ່ານ ອານາໂຕລີ ຕໍກູນົບ (Anatoly Torkunov), ອະທິການບໍດີມະຫາວິທະຍາໄລພົວພັນສາກົນ (MGIMO) ເຊິ່ງເຫັນວ່າ ມະຫາວິທະຍາໄລດັ່ງກ່າວ ເປັນມະຫາວິທະຍາໄລ ທີ່ມີຊື່ສຽງ ແລະ ຈັດຢູ່ໃນອັນດັບຕົ້ນໆຂອງຣັດເຊຍ ໂດຍມີການນຳຂັ້ນສູງ ຂອງ ສປປ ລາວ ຫລາຍທ່ານ ເຄີຍໄປສຶກສາຮໍ່າຮຽນ ຢູ່ທີ່ນັ້ນ.

ທ່ານອະທິການບໍດີ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ນັກສຶກສາລາວ ທີ່ໃຫ້ຄວາມສຳຄັນ ແລະ ມີຄວາມສົນໃຈໃນການມາສຶກສາຮ່ຳຮຽນ ຢູ່ມະຫາວິທະຍາໄລດັ່ງກ່າວ, ພ້ອມທັງ ແຈ້ງໃຫ້ຊາບວ່າ ລັດຖະບານຣັດເຊຍ ໄດ້ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ ໄປສຶກສາທີ່ຣັດເຊຍ ຈຳນວນ 100 ທຶນ/ປີ. ສ່ວນມະຫາວິທະຍາໄລພົວພັນສາກົນ (MGIMO) ກໍໄດ້ໃຫ້ທຶນການສຶກສາແກ່ບັນດາປະເທດສະມາຊິກອາຊຽນ ພາຍໃຕ້ຂອບການຮ່ວມມື ສູນອາຊຽນ-MGIMO ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL