ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

21/04/2025 13:56
Email Print 461
ຂປລ ຂປລ. ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ



ຂປລ. ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ
, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ  ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14/04/1955-14/04/2025) ໃນວັນທີ 21 ເມສາ 2025 ຢູ່ຕໍ່ໜ້າຮູບຫລໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ.




ການວາງກະຕ່າດອກໄມ້ ໃນຄັ້ງນີ້
, ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງ ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະແມ່ນ ຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ.




ໂອກາດດັ່ງກ່າວ
, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ກ່າວວ່າ: ພວກເຮົາທີ່ເປັນຊາວໜຸ່ມຮຸ່ນສືບທອດ ຕ້ອງພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າ ຕາມແນວຄິດ ແລະ ອຸດົມການຂອງປະທານ ໄກສອນ ພົມວິຫານ ໃນການນໍາພາ-ຊີ້ນໍາຊາວໜຸ່ມ ໃຫ້ນັບມື້ນັບໜັກແໜ້ນເຂັ້ມແຂງ ເປັນກໍາລັງປະຈັນບານນຳໜ້າ ແລະ ເປັນຜູ້ສືບທອດ ພາລະກິດ ປະຕິວັດຂອງພັກ, ຂອງຊາດດ້ວຍຄວາມຈົງຮັກພັກດີ ໃຫ້ສົມກັບນາມມະຍົດທີ່ປະທານ ໄກສອນ ພົມວິຫານ ໄດ້ມອບໃຫ້ກັບຊາວໜຸ່ມທີ່ວ່າ: ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝຂອງພວກເຮົາ”.

ຂໍ້ມູນ-ພາບ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມວັດທະນະທຳ-ສັງຄົມ

      ຮວຜທ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ

      4/24/2025 2:42:24 PM

      ຂປລ. ພະແນກຊາວໜຸ່ມ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ(ຮວຜທ) ຈັດພິທີຮັບເອົາມະ ຫາຊົນ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ​ໃນວັນທີ 23 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຊາວໜຸ່ມ 4 ຫ້ອງ 4 ຫ້ອງ, 2 ກອງພັນ, ສະມາຊິກຊາວໜຸ່ມ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບວັດທະນະທຳ-ສັງຄົມ

      ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

      4/24/2025 12:09:59 PM

      ຂປລ. ພິທີມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດ​ຂຶ້ນ​ໃນວັນທີ 22 ເມສາ 2025 ​ໂດຍ​ໄດ້​ຮັບ​ການ​ອະ​ປະຖໍາກໍ່ສ້າງ​ຈາກ ທີມງານສາຍນ້ຳໃຈ ລວມມູນຄ່າທັງ​ໝົດ 136 ລ້ານ​ກວ່າກີບ. ທັງ​ນີ້, ກໍ​ເພື່ອເປັນການປະກອບສ່ວນໃຫ້ ພະນັກງານ-ນັກຮົບ ພ້ອມດ້ວຍນ້ອງນ້ອຍນັກຮຽນ ​ໄດ້​ນໍາ​ໃຊ້ ​ແລະ ສຸມໃສ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

    • ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວວັດທະນະທຳ-ສັງຄົມ

      ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວ

      4/24/2025 10:19:28 AM

      ອາທິດຜ່ານມາປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານບຸນປະເພນີຈູດບ້ັງໄຟ ເຊ່ືອມສາຍໃຍ ເຜົ່າລື້ໄຕບໍ່ ຢູ່ທີ່ເດີນຄຸ້ມຊຽງງາມ ບ້ານທົ່ງແສງຈັນ ກຸ່ມບ້ານທົ່ງແສງຈັນ ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະ ເພນີ, ວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024ວັດທະນະທຳ-ສັງຄົມ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024

      4/22/2025 4:59:06 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານກາແດງທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງ ການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວວັດທະນະທຳ-ສັງຄົມ

      ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວ

      4/22/2025 2:41:07 PM

      ຂປລ. ອົງການອາຫານໂລກ ແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫລືອປ໋ອງປາ ທີ່ນໍາເຂົ້າຈາກສະຫະພັນຣັດເຊຍ ຈໍານວນ 149 ໂຕນ ໃຫ້ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ເມສາ 2025 ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ ຈຳນວນ 50.000 ຄົນ, ໃນ 13 ເມືອງຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.

ads
ads

Top