ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວ

24/04/2025 10:19
ຂປລ ອາທິດຜ່ານມາປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານບຸນປະເພນີຈູດບ້ັງໄຟ ເຊ່ືອມສາຍໃຍ ເຜົ່າລື້ໄຕບໍ່ ຢູ່ທີ່ເດີນຄຸ້ມຊຽງງາມ ບ້ານທົ່ງແສງຈັນ ກຸ່ມບ້ານທົ່ງແສງຈັນ ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະ ເພນີ, ວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ.

     *ອາທິດຜ່ານມາປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານບຸນປະເພນີຈູດບ້ັງໄຟ ເຊ່ືອມສາຍໃຍເຜົ່າລື້ໄຕບໍ່ ຢູ່ທີ່ເດີນຄຸ້ມຊຽງງາມ ບ້ານທົ່ງແສງຈັນ ກຸ່ມບ້ານທົ່ງແສງຈັນ ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະ ເພນີ, ວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ການສະແດງອອກດ້ານບົດຂັບ, ລຳຂອງເຜົ່າກໍ່ຄືການຈູດບັ້ງໄຟ ເນື່ອງໃນໂອກາດບຸນປີໃໝ່ລາວ ເພື່ອເປັນການຟື້ນຟູວັດທະນະທຳອັນດີງາມຂອງເຜົ່າລື້ ກໍ່ຄືຂອງຊາດ ໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ເຊື່ອມຊຶມ ແລະ ຮັກສາໄວ້ໃຫ້ໝັ້ນຄົງຕະຫລອດໄປ.

     ທ່ານ ນາງ ຫລ້າຍອດ ເກດວິໄລ ຮອງນາຍບ້ານໃຫ້ຮູ້ວ່າ:  ການຈັດງານໃນນີ້ເພື່ອສືບຕໍ່ອານຸລັກ, ປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝ່ັນຂະຫຍັນພຽນ, ການສະແດງອອກດ້ານບົດຂັບ, ລຳຂອງເຜ່ົາກໍ່ຄື ການຈູດບັ້ງໄຟເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ເປັນການຟື້ນຟູວັດທະນະທຳອັນດີງາມຂອງເຜົ່າລື້ ກໍ່ຄືຂອງຊາດ ໃຫ້ຄົນຮຸ່ນໃໝ່ໄດ້ຮຽນຮູ້ເຊື່ອມຊຶມ ແລະ ຮັກສາໄວ້ໃຫ້ໝັ້ນຄົງ ການສ້າງສາຍສຳພັນຄວາມສາມັກຄີປອງດອງຂອງເຜົ່າລື້ໄຕບໍ່ເວົ້າລວມ, ເວົ້າສະເພາະແມ່ນ ປະຊາຊົນທັງ 5 ບ້ານຄື: ບ້ານທ່າຟ້າ, ດອນໃຈ, ບ້ານປຸ່ງນາໜູນ, ພິມົນສິນ ແລະ ບ້ານທົ່ງແສງຈັນ (ຄຸ້ຊຽງງາມ) ໃຫ້ມີຄວາມແໜ້ນແຟ້ນຂຶ້ນເລື້ອຍໆ. ພ້ອມທັງໄດ້ເລົ່າຄືນປະຫວັດຄວາມເປັນມາຂອງຊົນເຜົ່າລື້ ເປັນໜຶ່ງໃນ 50 ຊົນເຜົ່າ ທີ່ດຳລົງຊີວິດຢູ່ໃນລາວມາຫລາຍຮ້ອຍປີ ເຊິ່ງໃນເມື່ອກ່ອນເຜົ່າລື້ ຫລື ລື້ໄຕບໍ່ແມ່ນເຜົ່າໜຶ່ງທີ່ອົບພະຍົບ ມາແຕ່ເຂດສິບສອງປັນນາໃນປີ 1896 ລົງມາອາໄສຢູ່ຕາມແຄມແມ່ນໍ້າຂອງ, ສາຍນ້ຳອູ່ຈໍານວນໜຶ່ງໄດ້ກາຍເປັນລື້ໄຕສິງ, ລື້ໄຕຍວນ, ລື້ໄຕມອນ, ລື້ໄຕມ້າງ, ລື້ໄຕ ຂືນ, ລື້ໄຕບໍ່, ລື້ໄຕງາຍ, ລື້ໄຕແມນເປັນຕົ້ນ. ສຳລັບຢູ່ເມືອງຫ້ວຍຊາຍແມ່ນ ລື້ໄຕບໍ່ ປະກອບມີ 5 ບ້ານຄື: ບ້ານທ່າຟ້າ, ດອນໃຈ, ບ້ານປຸ່ງນາໜູນ, ພິມົນສິນ ແລະ ບ້ານທົ່ງແສງຈັນ (ຄຸ້ມຊຽງງາມ). ຈາກນັ້ນ, ໄດ້ມີການມອບ-ຮັບທຸງເຈົ້າພາບ ໃຫ້ນາຍບ້ານໆທ່າຟ້າ ເປັນເຈົ້າພາບຈັດບຸນປະເພນີຈູດບັ້ງໄຟຂອງເຜົ່າລື້ໄຕບໍ່ຄັ້ງທີ 6 ໃນປີຕໍ່ໄປ. 

    ພ້ອມດຽວກັນນ້ັນ, ທ່ານ ຄໍາຜະຫຍາ ພົມປັນຍາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ດ້ານດີຂອງ ການຈັດງານ ແລະ ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນຕ້ອງສືບຕໍ່ອະນຸລັກປົກປັກຮັກສາວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມອົງອາດກ້າຫານ, ຄວາມດຸໝັ່ນຂະຫຍັນພຽນ, ຮີດຄອງປະເພນີ, ການຂັບ, ລຳຂອງເຜົ່າລື້ ໄວ້ໃຫ້ໝັ້ນຄົງ ຈົ່ງພ້ອມກັນສືບສານບຸນປະເພນີຈູດບັ້ງໄຟໃນໂອກາດສະເລີມສະຫລອງບຸນປີໃໝ່ລາວ ໃຫ້ມີລັກສະນະຫລາກຫລາຍສີສັນ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວງານໃຫ້ຫລາຍຂຶ້ນ  ແລະ ເພື່ອເປັນການສົ່ງເສີມຜະລິດຕະພັນເຄື່ອງຫັດຖະກຳ ຕຳແຜ່ນແພຕ່າງໆ ທີ່ເປັນເອກະລັກໃຫ້ກາຍເປັນສິນຄ້ານັບມື້ຫລາຍຂຶ້ນເລື້ອຍໆ.

KPL

ຂ່າວອື່ນໆ

    • ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບວັດທະນະທຳ-ສັງຄົມ

      ມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

      4/24/2025 12:09:59 PM

      ຂປລ. ພິທີມອບ-ຮັບ ເດີ່ນເຄົາລົບທຸງ ແລະ ເດີ່ນບານສົ່ງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດ​ຂຶ້ນ​ໃນວັນທີ 22 ເມສາ 2025 ​ໂດຍ​ໄດ້​ຮັບ​ການ​ອະ​ປະຖໍາກໍ່ສ້າງ​ຈາກ ທີມງານສາຍນ້ຳໃຈ ລວມມູນຄ່າທັງ​ໝົດ 136 ລ້ານ​ກວ່າກີບ. ທັງ​ນີ້, ກໍ​ເພື່ອເປັນການປະກອບສ່ວນໃຫ້ ພະນັກງານ-ນັກຮົບ ພ້ອມດ້ວຍນ້ອງນ້ອຍນັກຮຽນ ​ໄດ້​ນໍາ​ໃຊ້ ​ແລະ ສຸມໃສ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024ວັດທະນະທຳ-ສັງຄົມ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024

      4/22/2025 4:59:06 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານກາແດງທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງ ການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວວັດທະນະທຳ-ສັງຄົມ

      ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວ

      4/22/2025 2:41:07 PM

      ຂປລ. ອົງການອາຫານໂລກ ແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫລືອປ໋ອງປາ ທີ່ນໍາເຂົ້າຈາກສະຫະພັນຣັດເຊຍ ຈໍານວນ 149 ໂຕນ ໃຫ້ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ເມສາ 2025 ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ ຈຳນວນ 50.000 ຄົນ, ໃນ 13 ເມືອງຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.

    • ຍົກລະດັບຄວາມຮູ້ບັນຊີວິສາຫະກິດ  ຊຸດທີ II ໃຫ້ພະນັກງານຂະແໜງການເງິນວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ບັນຊີວິສາຫະກິດ ຊຸດທີ II ໃຫ້ພະນັກງານຂະແໜງການເງິນ

      4/22/2025 2:34:20 PM

      ຂປລ. ພິທີເປີດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານ ບັນຊີວິສາຫະກິດ ຊຸດທີ II ປະຈໍາປີ 2025 ໃຫ້ພະນັກງານ-ລັດຖະກອນ ຂະແໜງການເງິນ ຈັດ​ຂຶ້ນໃນວັນທີ 21 ເມສາ 2025 ຢູ່ສະຖາບັນການເງິນ-ການບັນຊີ ໂດຍການເປັນປະທານຂອງ ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ, ມີຕາງໜ້າຈາກກົມຄຸ້ມຄອງການບັນຊີ, ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ຈາກ 5 ແຂວງພາກກາງ ເຂົ້າຮ່ວມ.

    • ກອງ ໃນວັດທະນະທຳລາວວັດທະນະທຳ-ສັງຄົມ

      ກອງ ໃນວັດທະນະທຳລາວ

      4/22/2025 10:03:01 AM

      ກອງ ແມ່ນເຄື່ອງດົນຕີປະເພດໜຶ່ງຂອງລາວໄດ້ກາຍເປັນມໍລະດົກທາງດ້ານວັດຖຸ ແຕ່ໃຫ້ຜົນທາງດ້ານຈິດໃຈກໍຄືຄວາມມ່ວນຊື່ນອອນຊອນຕິດພັນກັບສາສະໜາ, ປະເພນີ ແລະ ຄວາມເຊື່ອຂອງປະຊາຊົນລາວບັນດາເຜົ່າຢ່າງບໍ່ສາມາດແຍກອອກຈາກກັນ ໄດ້.

ads
ads

Top