ຂປລ
ຂປລ. ອົງການອາຫານໂລກ ແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫລືອປ໋ອງປາ ທີ່ນໍາເຂົ້າຈາກສະຫະພັນຣັດເຊຍ ຈໍານວນ 149 ໂຕນ ໃຫ້ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ເມສາ 2025 ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ ຈຳນວນ 50.000 ຄົນ, ໃນ 13 ເມືອງຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.

ໂອກາດດັ່ງກ່າວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການອາຫານໂລກ ທີ່ໄດ້ໃຫ້ການຊ່ວຍເຫລືອ ໃນຄັ້ງນີ້ ເຊິ່ງປ໋ອງປາທີ່ໄດ້ຮັບໃນຄັ້ງນີ້, ຈະນຳໄປມອບໃຫ້ນັກຮຽນ ຢູ່ໂຮງຮຽນເປົ້າໝາຍ ໃນແຂວງຫລວງນ້ຳທາ, ຜົ້ງສາລີ ແລະ ແຂວງຫລວງພະບາງ. ນັບແຕ່ປີ 2018 ເປັນຕົ້ນມາ ສະຫະພັນຣັດເຊຍ ໄດ້ຮ່ວມມືກັບອົງການອາຫານໂລກ ເພື່ອສະໜັບສະໜູນຄວາມພະຍາຍາມ ຂອງລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ. ການຊ່ວຍເຫລືອຄັ້ງນີ້, ເປັນສ່ວນໜຶ່ງຂອງຄຳໝັ້ນສັນຍາອັນໃຫຍ່ຫລວງ ຂອງສະຫະພັນຣັດເຊຍ ແນໃສ່ເພີ່ມຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍໃນລາວ ໂດຍມີມູນຄ່າທັງໝົດ 2 ລ້ານໂດລາສະຫະລັດ.

ທ່ານ ວາລາດີເມຍ ກາລິນອິນ ເອກອັກຄະລັດຖະທູດແຫ່ງສະຫະພັນຣັດເຊຍ ປະຈໍາ ລາວ ໄດ້ກ່າວວ່າ: ສະຫະພັນຣັດເຊຍ ໄດ້ໃຫ້ຄວາມສຳຄັນຕໍ່ການໃຫ້ ການຊ່ວຍເຫລືອດ້ານເສດຖະກິດ, ມະນຸດ ສະທຳ ແລະ ສັງຄົມແກ່ ສປປ ລາວ, ເປັນພັນທະມິດທີ່ໄວ້ເນື້ອເຊື່ອໃຈ ແລະ ເພື່ອນສະໜິດຂອງ ພວກເຮົາມາເປັນເວລາ 65 ປີ. ພວກເຮົາເຊື່ອວ່າ ການຊ່ວຍເຫລືອດ້ານສະບຽງອາຫານ ເປັນການຊ່ວຍໃຫ້ເດັກນັກຮຽນໃນ ສປປ ລາວ ໄດ້ເຂົ້າເຖິງອາຫານທີ່ມີໂພຊະນາການໃນແຕ່ລະວັນ, ທັງສະແດງຄວາມຫວັງວ່າ: ການຊ່ວຍເຫລືອໃນຄັ້ງນີ້, ຈະປະກອບສ່ວນເຂົ້າໃນ ຄວາມພະຍາຍາມຮ່ວມກັນຂອງປະຊາຊາດ ເພື່ອຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມໃນ ສປປ ລາວ.

ທ່ານ ມາກ ອານເດຣ ໂປຣສ ຜູ້ອໍານວຍການອົງການອາຫານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ໄດ້ກາຍເປັນເຄື່ອງມືປັບປຸງ ການເຂົ້າໂຮງຮຽນ ແລະ ຜົນການຮຽນຫລາຍກວ່າສອງທົດສະວັດ ໂດຍຮັບປະກັນວ່ານັກຮຽນ ໄດ້ຮັບອາຫານທີ່ມີ ໂພຊະນາການ ຢ່າງໜ້ອຍໜຶ່ງຄາບໃນແຕ່ລະມື້ເຂົ້າຮຽນ. ໃນຂະນະດຽວກັນ, ພວກເຮົາກໍາລັງສຸມໃສ່ສ້າງລະບົບຕ່ອງໂສ້ອາຫານ ຜ່ານການສະໜອງອາຫານທ້ອງຖິ່ນ ໃຫ້ໂຮງຮຽນທີ່ມີອາຫານທ່ຽງ ແລະ ອື່ນໆ.
ຂໍ້ມູນ-ພາບ: ອົງການອາຫານໂລກ
KPL