ຍົກລະດັບຄວາມຮູ້ບັນຊີວິສາຫະກິດ ຊຸດທີ II ໃຫ້ພະນັກງານຂະແໜງການເງິນ

22/04/2025 14:34
Email Print 186
ຂປລ ຂປລ. ພິທີເປີດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານ ບັນຊີວິສາຫະກິດ ຊຸດທີ II ປະຈໍາປີ 2025 ໃຫ້ພະນັກງານ-ລັດຖະກອນ ຂະແໜງການເງິນ ຈັດ​ຂຶ້ນໃນວັນທີ 21 ເມສາ 2025 ຢູ່ສະຖາບັນການເງິນ-ການບັນຊີ ໂດຍການເປັນປະທານຂອງ ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ, ມີຕາງໜ້າຈາກກົມຄຸ້ມຄອງການບັນຊີ, ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ຈາກ 5 ແຂວງພາກກາງ ເຂົ້າຮ່ວມ.



ຂປລ. ພິທີເປີດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ວຽກງານ ບັນຊີວິສາຫະກິດ ຊຸດທີ
II ປະຈໍາປີ 2025 ໃຫ້ພະນັກງານ-ລັດຖະກອນ ຂະແໜງການເງິນ ຈັດ​ຂຶ້ນໃນວັນທີ 21 ເມສາ 2025 ຢູ່ສະຖາບັນການເງິນ-ການບັນຊີ ໂດຍການເປັນປະທານຂອງ ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ, ມີຕາງໜ້າຈາກກົມຄຸ້ມຄອງການບັນຊີ,  ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ຈາກ 5 ແຂວງພາກກາງ ເຂົ້າຮ່ວມ.




ທ່ານ ຟອງສີສຸພັນ ພົມມະວົງ ​ໄດ້ໃຫ້ຮູ້ວ່າ: ວຽກງານຄຸ້ມຄອງການບັນຊີ ເປັນວຽກງານໜຶ່ງ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຍົກສູງປະສິດທິພາບ ຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ
, ເປັນເຄື່ອງມືໃຫ້ອົງການຈັດຕັ້ງພັກ-ລັດ ໂດຍສະເພາະ ຂະແໜງການເງິນ ນຳໃຊ້ເປັນບ່ອນອີງໃນການນຳພາ-ຊີ້ນຳ ຄຸ້ມຄອງວຽກງານບັນຊີ, ກວດສອບອິດສະລະ, ມາດຕະຖານການບັນຊີ, ມາດຕະຖານການລາຍງານການເງິນ ແລະ ມາດຕະຖານວິຊາຊີບ ດ້ານການກວດສອບຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິີດທິຜົນ; ທັງເປັນການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ຂອງແຂວງນັບມື້ເພີ່ມຂຶ້ນ. ການຄຸ້ມຄອງ, ຕິດຕາມກວດກາວຽກງານບັນຊີ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ຖືກຕ້ອງ, ເປັນເອກະພາບ, ເຂັ້ມແຂງ, ໂປ່ງໃສ ແລະ ທັນສະໄໝ ແນໃສ່ຮັບປະກັນການຄຸ້ມຄອງ ການເງິນແຫ່ງລັດ ແລະ ການບໍລິຫານທຸລະກິດ ມີປະສິດທິພາບ, ປະສິດທິຜົນ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສະນັ້ນ, ກະຊວງການເງິນ ກໍຄື ສະຖາບັນການເງິນ-ການບັນຊີ ຈຶ່ງໄດ້ຈັດຊຸດຝຶກອົບຮົມຄັ້ງນີ້, ແນໃສ່ເຮັດໃຫ້ ພະນັກງານການເງິນ ມີຄວາຮັບຮູ ແລະ ເຂົ້າໃຈຕໍ່ວຽກງານບັນຊີ ໃຫ້ໜັກ  ແໜ້ນຂຶ້ນຕຶ່ມ, ສາມາດເຜີຍແຜ່, ແນະນໍາ, ຊຸກຍູ້, ຕິດຕາມ ກວດກາວຽກງານບັນຊີ, ຊຸກຍູ້ຫົວໜ່ວຍທຸລະກິດປະຕິບັດລະບົບການຖືກບັນຊີ, ການສະຫລຸບລາຍງານປະຕິບັດລະບົບບັນຊີດຽວ ​ໂດຍ​ຜູ້​ເຂົ້າ​ຮ່ວມໄດ້ຮຽນຮູ້ກ່ຽວກັບ ລະບົບການຖືບັນຊີ ຈຸນລະວິສາຫະກິດ; ຫລັກການບັນຊີວິສາຫະກິດ; ບັນດາລາຍການເກີດຂຶ້ນໃນສະໄໝ; ການສ້າງເອກະສານບັນຊີ ແລະ ການສ້າງເອກະສານລາຍງານການເງິນ.




ທ່ານຫົວໜ້າສະຖາບັນ ຍັງໄດ້ເນັ້ນຕື່ມວ່າ: ນອກຈາກບັນຍາຍດ້ານທິດສະດີ ​ແມ່ນໃຫ້ເນັ້ນພຶດຕິກໍາຕົວຈິງ ເປັນກໍລະນີສຶກສາ ທີ່ເກີດຂຶ້ນໃນຕົວຈິງ ໂດຍເອົາຜູ້ຮຽນເປັນໃຈກາງ
, ສົມທົບກັບຄະນະຮັບຜິດຊອບ ເພື່ອຈັດຕັ້ງການສອບເສັງທົດສອບຄວາມຮັບຮູ້ຂອງຜູ້ຮຽນ ເພື່ອພິຈາລະນາ ອອກໃບຢັ້ງຢືນ ແລະ ຄະນະຮັບຜິດຊອບ ຕ້ອງເອົາໃຈໃສ່ຕິດຕາມ ການຂຶ້ນຫ້ອງ-ລົງຫ້ອງ ຂອງສໍາມະກອນ, ອໍານວຍຄວາມສະດວກໃຫ້ແກ່ຊຸດຝຶກອົບຮົມ, ພ້ອມທັງສົມທົບກັບວິທະຍາກອນ ເພື່ອປະເມີນຜົນຊຸດຝຶກອົບຮົມ ແລະ ຈັດຕັ້ງການສອບເສັງທົດສອບ ແລະ ສະຫລຸບລາຍງານ ຜົນສໍາຂອງການຝຶກອົບຮົມ ໃຫ້ຄະນະນໍາກະຊວງການເງິນ ຕາມລະບຽບການ.

ຂ່າວ: ກະຊວງການເງິນ

KPL

ຂ່າວອື່ນໆ

    • ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວວັດທະນະທຳ-ສັງຄົມ

      ເຜົ່າລື້ໄຕບໍ່ ສືບສານບຸນບັ້ງໄຟໃນໂອກາດບຸນປີໃໝ່ລາວ

      4/24/2025 10:19:28 AM

      ອາທິດຜ່ານມາປະຊາຊົນເຜົ່າລື້ໄຕບໍ່ 5 ບ້ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານບຸນປະເພນີຈູດບ້ັງໄຟ ເຊ່ືອມສາຍໃຍ ເຜົ່າລື້ໄຕບໍ່ ຢູ່ທີ່ເດີນຄຸ້ມຊຽງງາມ ບ້ານທົ່ງແສງຈັນ ກຸ່ມບ້ານທົ່ງແສງຈັນ ເພື່ອສືບຕໍ່ອະນຸລັກ, ປົກປັກຮັກສາຮີດຄອງປະ ເພນີ, ວັດທະນະທຳການນຸ່ງຖື, ພາສາປາກເວົ້າ, ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024ວັດທະນະທຳ-ສັງຄົມ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກາແດງທົ່ວປະເທດ ປະຈຳປີ 2024

      4/22/2025 4:59:06 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານກາແດງທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງ ການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວວັດທະນະທຳ-ສັງຄົມ

      ອົງການອາຫານໂລກ ສະໜອງອາຫານທ່ຽງ ໃຫ້ນັກຮຽນລາວ

      4/22/2025 2:41:07 PM

      ຂປລ. ອົງການອາຫານໂລກ ແຫ່ງອົງການສະຫະປະຊາຊາດ ໄດ້ໃຫ້ການຊ່ວຍເຫລືອປ໋ອງປາ ທີ່ນໍາເຂົ້າຈາກສະຫະພັນຣັດເຊຍ ຈໍານວນ 149 ໂຕນ ໃຫ້ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ເມສາ 2025 ເພື່ອນຳໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ແລະ ກຽມປະຖົມ ຈຳນວນ 50.000 ຄົນ, ໃນ 13 ເມືອງຢູ່ພາກເໜືອ ຂອງ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ.

    • ກອງ ໃນວັດທະນະທຳລາວວັດທະນະທຳ-ສັງຄົມ

      ກອງ ໃນວັດທະນະທຳລາວ

      4/22/2025 10:03:01 AM

      ກອງ ແມ່ນເຄື່ອງດົນຕີປະເພດໜຶ່ງຂອງລາວໄດ້ກາຍເປັນມໍລະດົກທາງດ້ານວັດຖຸ ແຕ່ໃຫ້ຜົນທາງດ້ານຈິດໃຈກໍຄືຄວາມມ່ວນຊື່ນອອນຊອນຕິດພັນກັບສາສະໜາ, ປະເພນີ ແລະ ຄວາມເຊື່ອຂອງປະຊາຊົນລາວບັນດາເຜົ່າຢ່າງບໍ່ສາມາດແຍກອອກຈາກກັນ ໄດ້.

    • ປີ 2024 ຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດຂັບເຄື່ອນວຽກງານຫລາຍດ້ານວັດທະນະທຳ-ສັງຄົມ

      ປີ 2024 ຂະແໜງພະລັງງານ ແລະ ບໍ່ແຮ່ ສາມາດຂັບເຄື່ອນວຽກງານຫລາຍດ້ານ

      4/22/2025 8:48:45 AM

      ຂປລ. ໃນປີ 2024 ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ເປັນເຈົ້າການ ໃນການ ນຳພາ-ຊີ້ນຳ ແລະ ມີຄວາມພະຍາຍາມ ໃສ່ທຸກຫົວຄິດປະດິດສ້າງ ແລະ ມາດຕະການຕ່າງໆທີ່ສອດ ຄ່ອງ, ຢ່າງມີປະສິດທິຜົນ ເຊິ່ງໄດ້ເຮັດໃຫ້ຂະແໜງດັ່ງກ່າວ ສາມາດແກ້ໄຂຄວາມຫຍຸ້ງຍາກ ໃນດ້ານຕ່າງໆ ໄດ້ໂດຍພື້ນຖານ ແລະ ສາມາດຂັບເຄື່ອນການເຄື່ອນໄຫວປະຕິບັດແຜນງານຕ່າງໆ ຍາດໄດ້ຜົນງານ ແລະ ຜົນສຳເລັດຢ່າງຕໍ່ເນື່ອງ.

ads
ads

Top