ສ.ອາເມລິກາ-ອີຣານ ຈະສືບຕໍ່ດຳເນີນການເຈລະຈາກ່ຽວກັບໂຄງການນິວເຄຣຍ

24/04/2025 11:25
ຂປລ ທ່ານ Ismail Baghaei, ໂຄສົກກະຊວງ ການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ຮອບເຈລະຈາທີ 3 ລະຫວ່າງ ອີຣານ ແລະ ສ.ອາເມລິກາ ກ່ຽວກັບໂຄງການ ນິວເຄຣຍຂອງ ອີຣານ ຈະຈັດຂຶ້ນ ໃນວັນທີ 26 ເມສາ, ຢູ່ ໂອມານ(Oman).

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,  ທ່ານ Ismail Baghaei, ໂຄສົກກະຊວງ ການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ຮອບເຈລະຈາທີ 3 ລະຫວ່າງ ອີຣານ ແລະ ສ.ອາເມລິກາ ກ່ຽວກັບໂຄງການ ນິວເຄຣຍຂອງ ອີຣານ ຈະຈັດຂຶ້ນ ໃນວັນທີ 26 ເມສາ, ຢູ່ ໂອມານ(Oman). ກ່ອນໜ້ານັ້ນ, 2 ປະເທດ ຈັດກອງປະຊຸມ ຂັ້ນນັກຊ່ຽວຊານ ໃນວັນທີ 23 ເມສາ, ກໍ່ທີ່ Oman, ເພື່ອປຶກສາຫາລື ກ່ຽວກັບ ກອບຂໍ້ຕົກລົງ ກ່ຽວຂ້ອງເຖິງ ໂຄງການນິວເຄຣຍຂອງ ເຕເຮຣັງ.ຮອບເຈລະຈາ ຄັ້ງທີ 2 ລະຫວ່າງ ອີຣານ ແລະ ສ.ອາເມລິກາ ຫາກໍ່ຈັດຂຶ້ນ ໃນວັນທີ 19 ເມສາ, ຢູ່ນະຄອນຫລວງ ໂຣມ, ປະເທດ ອີຕາລີ. ທ່ານ ອາບັດສ ອາຣາຈິດ( Abbas Araghchi), ລັດຖະມົນຕີ ການຕ່າງປະເທດ ອີຣານ ແລ້ວ, ຮອບເຈລະຈາຄັ້ງທີ 2 ລະຫວ່າງ 2 ຝ່າຍ ບັນລຸປະສິດທິຜົນ ແລະ ນຳມາເຊິ່ງ ບາດກ້າວໃຫ້ແກ່ ວິວັດການເຈລະຈາ ກ່ຽວກັບ ນິວເຄຣຍ.ໃນຂະນະນັ້ນ, ໜັງສືພິມ Washington Post ໄດ້ຄັດຄຳເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງ ໃນອຳນາດ ການປົກຄອງຂອງ ທ່ານ ໂດນັນທຣຳ (Donald Trump) ປະທານາທິບໍດີ ສ.ອາເມລິກາ ໂດຍໃຫ້ຮູ້ວ່າ, ສ.ອາເມລິກາ ຮັບຮູ້ ຄວາມຄືບໜ້າ ທີ່ດີທີ່ສຸດ ພາຍຫລັງ ຮອບເຈລະຈາຄັ້ງທີ 2 ກັບອີຣານ ຢູ່ ນະຄອນຫລວງໂຣມ ຂອງອີຕາລີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top