ຂປລ
ໃນໄຕມາດ ທຳອິດ ປີນີ້ ທົ່ວປະເທດຈີນ ມີວິສາຫະກິດ ເອກະຊົນ ທີ່ຈົດທະບຽນໃໝ່ ບັນລຸເຖິງ 1.979.000 ແຫ່ງ, ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ປີຕໍ່ປີ, ຈັງຫວະ ການເພີ່ມຂຶ້ນ ສູງກວ່າ ຈັງຫວະ ການເພີ່ມຂຶ້ນ ສະເລ່ຍໃນ 3 ປີຜ່ານມາ
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອົງການ ຕິດຕາມ ຄຸ້ມຄອງ ຕະຫລາດ ແຫ່ງຊາດຈີນ ເປີດເຜີຍ ຕົວເລກ ສະຖິຕິ ເມື່ອບໍ່ດົນມານີ້ວ່າ: ໃນໄຕມາດ ທຳອິດ ປີນີ້ ທົ່ວປະເທດຈີນ ມີວິສາຫະກິດ ເອກະຊົນ ທີ່ຈົດທະບຽນໃໝ່ ບັນລຸເຖິງ 1.979.000 ແຫ່ງ, ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ປີຕໍ່ປີ, ຈັງຫວະ ການເພີ່ມຂຶ້ນ ສູງກວ່າ ຈັງຫວະ ການເພີ່ມຂຶ້ນ ສະເລ່ຍໃນ 3 ປີຜ່ານມາ. ມາຮອດ ທ້າຍເດືອນມີນາປີນີ້, ວິສາຫະກິດ ເອກະຊົນ ໃນທົ່ວປະເທດຈີນ ທີ່ຈົດທະບຽນ ຫລາຍກວ່າ 57 ລ້ານແຫ່ງ, ກວມເອົາ 92,3% ຂອງຍອດຈຳນວນ ວິສາຫະກິດ. ວິສາຫະກິດ ເອກະຊົນ ແລະ ວິສາຫະກິດ ເອກະເທດຕົວຂອງ ສປ ຈີນ ໄດ້ສະແດງ ໃຫ້ເຫັນເຖິງ ການພັດທະນາ ຢ່າງເຂັ້ມແຂງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL