ສສ ຫວຽດນາມ ສືບຕໍ່ປະຕິບັດນະໂຍບາຍຫລຸດຜ່ອນອາກອນມູນຄ່າເພີ່ມ

24/04/2025 11:24
ຂປລ ລັດຖະບານ ຫວຽດນາມ ໄດ້ສະເໜີ ສືບຕໍ່ ປະຕິບັດ ນະໂຍບາຍ ຫລຸດຜ່ອນ ອາກອນ ມູນຄ່າເພີ່ມ ທີ່ວາລະກອງປະຊຸມຄັ້ງທີ 44, ຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ, ຈັດຂຶ້ນວັນທີ 23 ເມສານີ້ ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ລັດຖະບານ ຫວຽດນາມ ໄດ້ສະເໜີ ສືບຕໍ່ ປະຕິບັດ ນະໂຍບາຍ ຫລຸດຜ່ອນ ອາກອນ ມູນຄ່າເພີ່ມ ທີ່ວາລະກອງປະຊຸມຄັ້ງທີ 44, ຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ, ຈັດຂຶ້ນວັນທີ 23 ເມສານີ້ ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ. ວາລະກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບ ຮ່າງມະຕິ ຂອງສະພາແຫ່ງຊາດ ກ່ຽວກັບ ການຫລຸດຜ່ອນ ອາກອນ ມູນຄ່າເພີ່ມ ໃຫ້ແກ່ 6 ເດືອນທ້າຍປີ 2025 ແລະ ປີ 2026.ຫລັງຈາກ ສະເໜີ ຫລຸດຜ່ອນ ອາກອນ ມູນຄ່າເພີ່ມ 2% ສຳລັບ ບັນດາ ໝວດສິນຄ້າ, ການບໍລິການ ທີ່ພວມຈັດວາງ ອັດຕາພາສີ 10% (ລົງເຫລືອ 8%), ຍົກເວັ້ນໝວດສິນຄ້າ, ການບໍລິການ ຈຳນວນໜຶ່ງຄື: ໂທລະສົມມະນາຄົມ, ທະນາຄານ, ດຳເນີນ ທຸລະກິດ ອະສັງຫາ ລິມະຊັບ. ໂດຍເລີ່ມ ມີຜົນສັກສິດ ແຕ່ວັນທີ 1 ກໍລະກົດ ປີ 2025 ຮອດທ້າຍປີ 2026. ຂະນະທີ່ ຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ ໄດ້ເຫັນດີ ຕໍ່ຂໍ້ສະເໜີ ຂອງລັດຖະບານ ເພື່ອແນໃສ່ ຊຸກຍູ້ ການຜະລິດ ດຳເນີນທຸລະກິດ, ສະເໜີ ໃຫ້ລັດຖະບານ ສ້າງສຳເນົາເອກະສານ ມີລັກສະນະເກ້ຍກອມໃຫ້ສົມບູນ ເພື່ອຍື່ນສະເໜີຕໍ່ ສະພາແຫ່ງຊາດຕົກລົງ ທີ່ກອງປະຊຸມຄັ້ງທີ 9 ຈະມາເຖິງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top