ຂປລ
ຂປລ. ພະແນກຊາວໜຸ່ມ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ(ຮວຜທ) ຈັດພິທີຮັບເອົາມະ ຫາຊົນ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ໃນວັນທີ 23 ເມສາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຊາວໜຸ່ມ 4 ຫ້ອງ 4 ຫ້ອງ, 2 ກອງພັນ, ສະມາຊິກຊາວໜຸ່ມ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພັນໂທ ພອນວິໄລ ເຮືອງຄຳທີ ຫົວໜ້າພະແນກຊາວໜຸ່ມ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດຮັບເອົາສະມາຊິກຊາວໜຸ່ມໃໝ່ ໂດຍອີງຕາມກົດລະບຽບຂອງ ຊາວໜຸ່ມປະຊາຊົນປະຕິ ວັດລາວ ສະໄໝທີ VIII ໝວດທີ II, ມາດຕາ 8, ວ່າດ້ວຍລະບຽບການຮັບເອົາ ມະຫາຊົນເຂົ້າເປັນສະມາຊິກຊາວໜຸ່ມ, ອີງຕາມ ໜັງສືສະເໜີຂອງພະແນກຊາວໜຸ່ມຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະບັບເລກທີ 173/ພຊໜ, ລົງວັນທີ 05 ກຸມພາ 202. ໃນນັ້ນ, ໄດ້ຮັບເອົາມະຫາ ຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງໝົດ 18 ສະຫາຍ.

ໂອກາດນີ້, ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການປະກອບສ່ວນ ເຂົ້າໃນການເຄື່ອນໄຫວວຽກງານ ສະມາຊິກຊາວໜຸ່ມໃນໄລຍະຜ່ານມາ, ພ້ອມທັງອະທິບາຍໃຫ້ສະມາຊິກຊາວໜຸ່ມ ຮັບຮູ້ເຂົ້າໃຈເຖິງສິດ ແລະ ພາລະບົດບາດຂອງ ສະມາຊິກຊາວໜຸ່ມ, ຮັບຮູ້ເຖິງພັນທະຂອງສະມາຊິກຊາວໜຸ່ມ. ນອກນັ້ນ, ສະຫາຍ ຍັງເນັ້ນໃຫ້ຊາວໜຸ່ມຮັບຮູ້ເຂົ້າໃຈ ກ່ຽວກັບບັນດາປະກົດການຫຍໍ້ທໍ້ ທີເກີດຂຶ້ນກັບຊາວໜຸ່ມລາວຂອງພວກເຮົາ ທີ່ຜະເຊີນຢູ່ເປັນຕົ້ນ ບັນຫາຢາເສບຕິດ, ໄພສັງຄົມ, ການຫລິ້ນກິນຟູມເຟືອຍ ແລະ ວິທີການຕ້ານ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ຊາວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈ ຕື່ມອີກ.
ຂ່າວ: ໂອລິນ ມິ່ງມີໄຊ
KPL