ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດອັງກິດ ຢ້ຽມຢາມ-ເຮັດວຽກ ຢູ່ລາວ

24/04/2025 14:37
ຂປລ ຂປລ. ໃນລະຫວ່າງວັນທີ 22-23 ເມສາ 2025, ທ່ານ ນາງ ແຄັດເທີຣິນ ເວສທ໌ ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ​ເຊິ່ງເປັນຂີດໝາຍສຳຄັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດໃຫ້ມີບາດກ້າວໃໝ່.



ຂປລ. ໃນລະຫວ່າງວັນທີ
22-23 ເມສາ 2025, ທ່ານ ນາງ ແຄັດເທີຣິນ ເວສທ໌ ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ​ເຊິ່ງເປັນຂີດໝາຍສຳຄັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດໃຫ້ມີບາດກ້າວໃໝ່.




ທ່ານ ນາງ ແຄັດເທີຣິນ ເວສທ໌ ໄດ້ເຂົ້າພົບປະ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
, ທັງສອງຝ່າຍ ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ວິທີທາງຊຸກຍູ້ສົ່ງເສີມການພົວພັນຮ່ວມມື ທີ່ດີໃນປັດຈຸບັນ ໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ຄຽງຄູ່ກັນນັ້ນ, ກໍໄດ້ມີການແລກປ່ຽນທັດສະນະ ຕໍ່ສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ໃນໂອກາດດຽວກັນ ກໍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ການບໍລິຫານການຂົນສົ່ງ ພາຍໃນຕົວເມືອງນະຄອນຫລວງວຽງຈັນ. ພ້ອມ​ນີ້, ຄະນະຜູ້ແທນດັ່ງກ່າວ ຍັງໄດ້ໄປຢ້ຽມ ຢາມ ແລະ ພົບປະບັນດາອົງການ ທີ່ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອັງກິດ ເຊັ່ນ: ຄະນະກໍາມະການແມ່ນໍ້າຂອງ (MRC), ສູນເກັບກູ້ລະເບີດບໍ່ທັນແຕກ (UXO), ອົງການ MAG ແລະ ອົງການ HALO TRUST.




ປີ
2025 ແມ່ນຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ສອງຝ່າຍມີການຈັດກິດຈະກໍາ ສະເຫລີມສະຫລອງວັນສໍາຄັນດັ່ງກ່າວຮ່ວມ​ກັນໃນທ້າຍປີນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ໃນວັນທີ 5 ກັນຍາ 1955 ການພົວພັນຮ່ວມມື ລະຫວ່າງ ສອງປະເທດແມ່ນມີທ່າກ້າວ ແລະ ຂະຫຍາຍຕົວດີຂຶ້ນ ໂດຍສະເພາະພາຍຫລັງທີ່ຝ່າຍອັງກິດ ໄດ້ເປີດສະຖານທູດຂອງຕົນ ຢູ່ ນະຄອນ ຫລວງວຽງຈັນ ຄືນໃໝ່ ໃນປີ 2012 ແລະ ຝ່າຍລາວ ກໍໄດ້ເປີດສະຖານທູດ ຄືນໃໝ່ ຢູ່ລອນດອນ ໃນປີ 2014, ສປປ ລາວ ແລະ ອັງກິດ ໄດ້ມີການຮ່ວມມືທີ່ດີນໍາກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເຊັ່ນ: ວຽກງານສາທາລະນະສຸກ, ວຽກງານການສຶກສາ ແລະ ໂຄງການເກັບກູ້ລະເບີດ. ພ້ອມ​ກັນນັ້ນ, ອັງກິດຍັງໃຫ້ການຊ່ວຍເຫລືອ ຈັດຝຶກອົບຮົມສຳລັບ ຂະແໜງການຕ່າງໆ ເຊິ່ງເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການສ້າງສາພັດທະນາ ສປປ ລາວ. ນອກນັ້ນ, ຍັງມີການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນ ລະຫວ່າງ ກະຊວງ,ຂະແໜງການ ຂອງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ຢ່າງເປັນປົກກະຕິ.

 ຂ່າວ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ລະດົມຄວາມຄິດເຫັນ ໃສ່ຮ່າງ ລາຍງານການເມືອງ ຄັ້ງທີ XII ຂອງພັກການເມືອງ

      ລະດົມຄວາມຄິດເຫັນ ໃສ່ຮ່າງ ລາຍງານການເມືອງ ຄັ້ງທີ XII ຂອງພັກ

      4/24/2025 12:42:45 PM

      ຂປລ. ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈັດສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ) ໂດຍການເປັນປະທານ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າ (ຜູ້ປະຈໍາການ) ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຜູ້ຊົງຄຸນວຸທິ, ນັກວິທະຍາສາດ ແລະ ພະນັກງານຫລັກແຫລ່ງໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນຂອງພັກ ເຂົ້າຮ່ວມ.

    • ພັກ ແລະ ປະຊາຊົນລາວ ປະກອບສ່ວນຢ່າງຕັ້ງໜ້າໃນບັ້ນປົດປ່ອຍພາກໃຕ້-ທ້ອນໂຮມປະເທດຫວຽດນາມການເມືອງ

      ພັກ ແລະ ປະຊາຊົນລາວ ປະກອບສ່ວນຢ່າງຕັ້ງໜ້າໃນບັ້ນປົດປ່ອຍພາກໃຕ້-ທ້ອນໂຮມປະເທດຫວຽດນາມ

      4/24/2025 12:38:13 PM

      ຂປລ. ການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນເອກະລາດ ແມ່ນຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດປົດປ່ອຍຊາດ ແລະ ປົດປ່ອຍສັງຄົມ ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ ແລະ ຮຸ່ງເຮືອງເຫລືອງເຫລື້ອມໃນເສັ້ນທາງນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຊິ່ງບັ້ນປົດປ່ອຍດັ່ງກ່າວ, ສ່ວນໜຶ່ງໄດ້ຮັບການສະໜັບສະໜູນ ທີ່ໃຫຍ່ຫລວງທັງດ້ານກຳລັງແຮງ, ວັດຖຸ, ສັບສົມບັດຈາກບັນດາປະເທດສັງຄົມນິຍົມ, ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ, ປະຊາຊົນສາມປະເທດອິນດູຈີນ, ພິເສດແມ່ນການສະໜັບສະໜູນ ຢ່າງສຸດອົກສຸດໃຈຂອງພັກ ແລະ ປະຊາຊົນລາວ

    • ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມການເມືອງ

      ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມ

      4/24/2025 12:17:08 PM

      ຂປລ. ຕອນແລງວັນທີ 22 ເມສາ 2025 ຜ່ານ​ມາ, ກ້ອນກໍາລັງສວນສະໜາມ ກອງທັບປະຊາ ຊົນລາວ ນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນ ກຳລັງສວນສະໜາມ ກອງທັບປະຊາຊົນລາວ ຝຶກຊ້ອມເດີນຂະບວນສວນສະໜາມຕົວຈິງ ຢູ່ຕົວເມືອງ ນະ ຄອນ ໂຮ່ຈີ່​ມິ​ງ ສສ ຫວຽດນາມ ​ເພື່ອ​ກຽມ​ຄວາມ​ພ້ອມເຂົ້າຮ່ວມໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

    • ເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບການເມືອງ

      ເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ

      4/23/2025 3:36:45 PM

      ຂປລ. ພິທີເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 23 ເມສາ 2025 ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ມີ​ເອກ​ອັກຄະ​ຣາຊະ​ທູດໄທປະຈຳລາວ ​ແລະ ພາກສ່ວນກ່ຽວຂ້ອງ ຂອງ ລາວ ແລະ ໄທ ເຂົ້າຮ່ວມ.

    • ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບ ຮອງລັດຖະມົນຕີກົດໝາຍ ມາເລເຊຍການເມືອງ

      ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບ ຮອງລັດຖະມົນຕີກົດໝາຍ ມາເລເຊຍ

      4/23/2025 3:28:43 PM

      ຂປລ. ໃນວັນທີ 21 ເມສາ 2025 ຜ່ານ​ມາ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກູ່ລາ ເຊກາຣັນ ຮອງລັດຖະມົນຕີກົດໝາຍ ມາເລເຊຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ກະຊວງຍຸຕິທໍາ ສປປ ລາວ ຢ່າງເປັນທາງການ

ads
ads

Top