ສ.ອາເມລິກາ ສືບຕໍ່ຜະເຊີນໜ້າກັບພາລະໜີ້ເພີ່ມຂຶ້ນ

24/04/2025 11:25
ຂປລ ສ.ອາເມລິກາ ສືບຕໍ່ ຜະເຊີນໜ້າ ກັບພາລະໜີ້ ເພີ່ມຂຶ້ນ ຢ່າງຫລວງຫລາຍ ຫລັງຈາກໄດ້ອອກ ພັນທະບັດ ລັດຖະບານ ຊຶ່ງເປັນເຄື່ອງມື ທາງດ້ານການເງິນ ປະເພດໜີ້ ທີ່ກະຊວງ ການເງິນ ເປັນຜູ້ຕາງໜ້າ ແລະ ໄດ້ຮັບມອບສິດ ຈາກລັດຖະບານ ໃນການອອກ, ຮັບປະກັນ ການຊໍາລະ ຕົ້ນທຶນ ແລະ ດອກເບ້ຍ ຕາມທີ່ກໍານົດໄວ້ ໃນພັນທະບັດ ໂດຍສາມາດ ປ່ຽນຜູ້ຖືກຄອງ ແລະ ນໍາໃຊ້ເປັນຫລັກ ຄໍ້າປະກັນໄດ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສ.ອາເມລິກາ ສືບຕໍ່ ຜະເຊີນໜ້າ ກັບພາລະໜີ້ ເພີ່ມຂຶ້ນ ຢ່າງຫລວງຫລາຍ ຫລັງຈາກ ຫລັງຈາກໄດ້ອອກ ພັນທະບັດ ລັດຖະບານ ຊຶ່ງເປັນເຄື່ອງມື ທາງດ້ານການເງິນ ປະເພດໜີ້ ທີ່ກະຊວງ ການເງິນ ເປັນຜູ້ຕາງໜ້າ ແລະ ໄດ້ຮັບມອບສິດ ຈາກລັດຖະບານ ໃນການອອກ, ຮັບປະກັນ ການຊໍາລະ ຕົ້ນທຶນ ແລະ ດອກເບ້ຍ ຕາມທີ່ກໍານົດໄວ້ ໃນພັນທະບັດ ໂດຍສາມາດ ປ່ຽນຜູ້ຖືກຄອງ ແລະ ນໍາໃຊ້ເປັນຫລັກ ຄໍ້າປະກັນໄດ້. ໂດຍທົ່ວໄປ, ຜູ້ຖືພັນທະບັດ ແມ່ນມີຖານະເປັນເຈົ້າໜີ້.ສໍາລັບ ພັນທະບັດ ລັດຖະບານ ສະຫະລັດ ອາເມລິກາ ເປັນເຄື່ອງມື ສໍາຄັນທີ່ລັດຖະບານ ສະຫະລັດ ອາເມລິກາ ນໍາໃຊ້ລະດົມທຶນ ເຂົ້າໃນການຂັບເຄື່ອນ ດ້ານງົບປະມານ ເພື່ອແກ້ໄຂ ສະພາບເສດຖະກິດ ແລະ ຮັກສາສະ ຖຽນລະພາບ ຂອງລະບົບການເງິນ ເຊິ່ງບັນດາປະເທດ ທີ່ມີເງື່ອນໄຂ ທາງດ້ານເສດຖະກິດດີ ໃນທົ່ວໂລກ ຕ່າງຖືຄອງພັນທະບັດ ລັດຖະບານ ສະຫະລັດ ອາເມລິກາໄວ້ ໃນຖານະຊັບສິນສໍາຮອງ ເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ປະເທດ ທີ່ສົ່ງອອກນ້ຳມັນ ໃນເຂດຕາເວັນອອກກາງ ເຮັດໃຫ້ປະເທດ ເຫລົ່ານີ້ ມີສະຖານະເປັນ “ເຈົ້າໜີ້ໃຫຍ່” ຂອງ ສ.ອາເມລິກາ.ຂະນະທີ່ ກະຊວງການເງິນ ສະຫະລັດ ອາເມລິກາ ເປີດເຜີຍວ່າ: ໃນເດືອນກຸມພາ 2025 ມີນັກລົງທຶນ ຕ່າງປະເທດ ຖືຄອງພັນທະບັດ ລັດຖະບານ ສະຫະລັດ ອາເມລິກາ 8.8 ພັນກວ່າຕື້ໂດລາສະຫະລັດ, ເພີ່ມຂຶ້ນ 290 ຕື້ໂດລາໂດລາສະຫະລັດ ເມື່ອທຽບໃສ່ ເດືອນມັງກອນ 2025. ນີ້ຖືເປັນການເພີ່ມຂຶ້ນ ໃນລາຍເດືອນ ທີ່ສູງທີ່ສຸດ ນັບແຕ່ ເດືອນມິຖຸນາປີ 2021. ຍີ່ປຸ່ນ ເປັນປະເທດ ທີ່ຖືຄອງພັນທະບັດ ລັດຖະບານ ສະຫະລັດ ອາເມລິກາ ໃຫຍ່ເປັນອັນດັບ 1 ໂດຍໄດ້ຊື້ເພີ່ມ 46 ຕື້ໂດລາສະຫະລັດ ເຮັດໃຫ້ຍອດລວມພັນທະບັດ ທີ່ຊື້ໄປເພີ່ມຂຶ້ນເປັນ 1.1 ພັນກວ່າຕື້ໂດລາສະຫະລັດ, ສ່ວນ ສປ ຈີນ ຊື້ເພີ່ມ 23 ຕື້ໂດລາໂດລາສະຫະລັດ ເຮັດໃຫ້ຍອດລວມ ພັນທະບັດທີ່ຊື້ໄປ ເພີ່ມຂຶ້ນເປັນ 780 ຕື້ກວ່າໂດລາສະຫະລັດ ແລະ ກາຍເປັນປະເທດ ທີ່ຖືຄອງພັນທະບັດ ລັດຖະບານ ອາເມລິກາ ໃຫຍ່ເປັນອັນດັບທີ 2.ໃນຈໍານວນ 20 ປະເທດ ແລະ ເຂດແຄ້ວນ ອັນດັບທໍາອິດທີ່ຖືຄອງພັນທະບັດ ລັດຖະບານ ສະຫະລັດ ອາເມລິກາ ຫລາຍທີ່ສຸດ ມີພຽງ ນ໊ອກແວ, ເຢຍລະມັນ ແລະ ອາຣັບບີ ຊາອຸດິດ ທີ່ຫລຸດການຖືຄອງ ພັນທະບັດລົງ. ສ່ວນຍີ່ ປຸ່ນ, ສປ ຈີນ, ອັງກິດ, ລຸກຊໍາບວກ, ການາດາ, ແບນຊິກ, ຝລັ່ງ, ອຽກລັງ, ໄຕ້ຫວັນ(ຈີນ),ຮົງກົງ(ຈີນ), ສິງກະໂປ, ອິນເດຍ, ບຣາຊິນ, ສ.ເກົາຫລີ ແລະ ສະຫະນະຄອນ ເອເມເຣດ ອາຣັບ ລ້ວນແຕ່ ເພີ່ມອັດສາຕາສ່ວນ ການຖືຄອງ ພັນທະບັດ ດັ່ງກ່າວ. ຂໍ້ມູນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ: ການເພິ່ງພາອາໄສ ເງິນໂດລາສະຫະລັດ ຍັງເປັນເລື່ອງ ທີ່ຕ້ອງໄດ້ຕິດຕາມ ເພາະເຫັນວ່າ ຕ່າງຊາດ ຍັງມີຄວາມຕ້ອງການຖືຄອງພັນທະບັດ ລັດຖະບານ ສະຫະລັດ ອາເມລິກາ ທີ່ສູງ ເຖິງວ່າ ເປັນການລາຍງານ ຂອງເດືອນກຸມພາ 2025 ເຊິ່ງເປັນໄລຍະກ່ອນທີ່ ທ່ານ ໂດນັລ ທຣໍາ, ປະທານນາທິບໍດີ ອາເມລິກາ ປະກາດ ນະໂຍບາຍ ເພີ່ມພາສີ ສິນຄ້ານໍາເຂົ້າ ທີ່ອ້າງວ່າ “ພາສີເທົ່າທຽມກັນ” ຫລື Reciprocal Tariffs. ແຕ່ຢ່າງໃດກໍຕາມ, ພາຍຫລັງ ທ່ານ ໂດນັລ ທຣໍາ ປະກາດ ນະໂຍບາຍ ດັ່ງກ່າວ ໄດ້ເຮັດໃຫ້ ສະພາບການຄ້າທົ່ວໂລກມີຄວາມປັ່ນປ່ວນ ວຸ້ນວາຍ ແລະ ເພີ່ມທະວີ ຄວາມຮຸນແຮງຂຶ້ນ ເນື່ອງຈາກ ເປົ້າໝາຍ ໃນການເພີ່ມ ພາສີ ຄັ້ງນີ້ ແມ່ນປະເທດ ທີ່ເກີນດຸນ ການຄ້າກັບ ສ.ອາເມລິກາ ໂດຍສະເພາະ ປະເທດ ຄູ່ການຄ້າ ໃຫຍ່ທົ່ວໂລກ ເຮັດໃຫ້ ຄວາມສ່ຽງທີ່ ປະເທດເຫລົ່ານີ້ ຈະນໍາໃຊ້ ພັນທະບັດ ລັດຖະບານ ສະຫະລັດ ອາເມລິກາ ເປັນເຄື່ອງຕໍ່ລອງກັບ ນະໂຍບາຍ ດັ່ງກ່າວ ຂອງ ສະຫະລັດ ອາເມລິກາ ເພີ່ມຂຶ້ນ ເຊັ່ນດຽວກັນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top