ການຕັ້ງກໍາແພງພາສີອາດເປັນວິທີ“ ຂຸດຂຸມຝັງໂຕເອງ”

24/04/2025 10:35
ຂປລ ການຂຶ້ນພາສີຂອງ ທ່ານ ໂດໂນທຣໍາ ອາດເປັນວິທີ “ ຂຸດຂຸມຝັງໂຕເອງ” ເມື່ອເສດຖະກິດເລີ່ມພົ່ນພິດໃສ່ປະຊາຊົນອາເມລິກາ ພົບບັນຫາຄ່າຄອງຊີບເຂົ້າຫາຍາກໝາກແພງ, ເງິນເຟີ້, ໜີ້ຄົວເຮືອນເພີ່ມຂຶ້ນ, ລາຍຮັບບໍ່ພໍຈ່າຍ, ສືບຕໍ່ລຸກລາມໄປທົ່ວໂລກ ທ່າມກາງຄວາມເຄັ່ງຕືງນັ້ນ.

   *ການຂຶ້ນພາສີຂອງ ທ່ານ ໂດໂນທຣໍາ ອາດເປັນວິທີ “ ຂຸດຂຸມຝັງໂຕເອງ” ເມື່ອເສດຖະກິດເລີ່ມພົ່ນພິດໃສ່ປະຊາຊົນອາເມລິກາ ພົບບັນຫາຄ່າຄອງຊີບເຂົ້າຫາຍາກໝາກແພງ, ເງິນເຟີ້, ໜີ້ຄົວເຮືອນເພີ່ມຂຶ້ນ, ລາຍຮັບບໍ່ພໍຈ່າຍ, ສືບຕໍ່ລຸກລາມໄປທົ່ວໂລກ ທ່າມກາງຄວາມເຄັ່ງຕືງນັ້ນ, ບັນດານັກວິເຄາະເສດຖະສາດ ແລະ ນັກການເມືອງໄດ້ອອກມາເຕື່ອນເຖິງທ່າອ່ຽງການຕັ້ງກໍາແພງພາສີ ທີ່ມີການພັດທະນາເປັນສົງຄາມການຄ້າເພີ່ມທະວີຄວາມຟົດເດືອດຮ້ອນແຮງຂຶ້ນຢ່າງຕໍ່ເນື່ອງ ແລະ ມີການເຕືອນວ່າໃຫ້ທຸກໆ ປະເທດທົ່ວໂລກຈົ່ງຕັ້ງສະຕິຢ່າພະຍາຍາມດຶງບັນຫາເຫລົ່ານັ້ນໃຫ້ບານປາຍອາດຈະສົ່ງຜົນທໍາລາຍເສດຖະກິດໂລກ, ຕັດຂາດຕ່ອງໂສ້ການສະໜອງສິນຄ້າໂລກ ແລະ ຊໍ້າຕື່ມຄວາມທຸກຍາກໃຫ້ປະເທດມີຖານເສດຖະກິດດ້ອຍກວ່າຕົກຕໍ່າ ຍິ່ງໄປກວ່ານັ້ນ ມາດຕະ ການຕັ້ງກໍາແພງພາສີຂອງ ທ່ານ ໂດໂນທຣໍາ ປະທານາທິບໍດີ ອາເມລິກາອາດກາຍ “ເປັນມີດ 2 ຄົມ” ພາຍໃຕ້ວິທີປະຕິບັດມາດຕະການຕັ້ງກໍາແພງຜູກຕິດກັບຄວາມໝັ້ນຄົງ ແອບແຝງດ້ວຍໃຊ້ການອໍານາດຕໍ່ລອງກັບປະເທດທີ່ຕອ້ງການສົ່ງອອກສິນຄ້າໄປອາເມລິກາ ຍອມຈໍານົນເຊິ່ງອາດເຮັດໃຫ້ສິ່ງທີ່ບໍ່ຍຸຕິທໍາ ແລະ ບໍ່ໂປ່ງໃສຕາມມາກັບປະເທດອື່ນໆ.

    ບັນດາສື່ມວນຊົນຈາກສໍານັກຂ່າວໂດ່ງດັງໃນອາຊຽນໄດ້ເຊີນຜູ້ຊ່ຽວຊານ ແລະ ນັກວິຊາການດ້ານການເມືອງ, ເສດຖະກິດ ແລະ ການຄ້າແລກປ່ຽນທັດສະນະຫລາຍແງ່ມູມແຕກຕ່າງກັນໂດຍມີເນື້ອໃນບາງຕອນວ່າ: ຍິ່ງສະພາບສົງຄາມການຄ້າລະຫວ່າງຫລາຍ ຂົ້ວມະຫາອໍານາດເພີ່ມທະວີຄວາມເຂັ້ມຂຸ້ນເທົ່າໃດກໍຍິ່ງເຮັດໃຫ້ທຸກໆຝ່າຍ ແລະ ທຸກໆປະເທດຕ້ອງໃຊ້ສະຕິຄິດຢ່າງຮອບຄອບຢ່າໄປຕັດສິນໃຈແບບລໍາຟັງຢ່າງເດັດຂາດ ເພາະຈະມີຄວາມສ່ຽງສ້າງຄູ່ປໍລະປັກ ແລະ ຊໍ້າຕື່ມພິດເສດຖະກິດນັ້ນເອງ ປັດຈຸບັນການເຈລະຈາເງື່ອນໄຂຂອງການຕັ້ງກໍາແພງສີອາເມລິກາ ເລີ່ມດຶງບາງປະເທດຫລິ້ນນອກເກມແລ້ວຄ້າຍກັບວ່າ “ ຢຽບເຮືອ 2 ແຄມ ” ເຊິ່ງອາດເປັນໄພອັນຕະລາຍຕໍ່ປະເທດທີ່ມີຖານເສດຖະກິດດ້ອຍກວ່າ ແລະ ອໍານາດຕໍ່ລອງດ້ອຍກວ່າໂດຍສະເພາະ 10 ປະເທດສະມາຊິກອາຊຽນທີ່ມີທ່າແຮງການສົ່ງອອກສິນຄ້າອຸດສາຫະກໍາເສື້ອຜ້າ ແລະ ຜົນຜະລິດກະສິກໍາ.

    ຫວ່າງບໍ່ດົນມານີ້, ສື່ມວນຊົນອາເມລິກາ(Los Angeles Times)ໄດ້ອ້າງບົດສໍາພາດຂອງຊ່ຽວຊານຕ່າງໆໃນວັນທີ 17 ເມສາ 2025 ຜ່ານມາວ່າ: ຖ້າສົງຄາມການຄ້າແກ່ຍາວຮ້າຍແຮງລະຫວ່າງສອງປະເທດມະຫາອຳນາດໃນໂລກ ອາດນຳເອົາຄວາມສ່ຽງເຮັດໃຫ້ຄວາມໝັ້ນຄົງຂອງເສດຖະກິດໂລກທົດຖອຍ ແລະ ຍັງສາມາດຫັນປ່ຽນຄວາມດຸ່ນດ່ຽງ ອໍານາດຂອງໂລກດ້ວຍການທໍາລາຍພື້ນຖານຂອງການຢືນຢູ່ໃນໂລກຂອງສະຫະລັດອີກດ້ວຍ.

   ທ່ານ ທຣໍາ ພ້ອມກັບຜູ້ສະໜັບສະໜຸນຂອງລາວຄິດວ່າ ວິທີວາງເປົ້າໝາຍການຕໍ່ສູ້ໃນຮູບແບບພາສີນັ້ນ ເປັນຄວາມພະຍາຍາມເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຂອງຊຸມຊົນທີ່ໄດ້ຮັບຜົນກະທົບຢ່າງໜັກ ຈາກການຍ້າຍຖານການຜະລິດຂອງໂຮງງານອາເມລິກາຢູ່ຕ່າງປະເທດ. ຢ່າງໃດກໍຕາມ, ຜູ້ຊ່ຽວຊານກ່າວວ່າອາເມລິກາພວມຜະເຊີນໜ້າກັບອຸປະສັກໜັກໜ່ວງທີ່ຈະກັບຄືນສູ່ຍຸກຄວາມຮຸ່ງເຮືອງດ້ານການຜະລິດຄືໃນຊຸມປີ 1970 ຂອງຕົນ ແລະ ເປັນສິ່ງທີ່ເປັນໄປບໍ່ໄດ້ອີກ, ພວກເຂົາເຈົ້າຕອບໂຕ້ ແລະ ຖົກຖຽງກັນວ່າອັດຕາພາສີທີ່ຮຸນແຮງຂອງທ່ານ ທຣໍາ ຈະຊ່ວຍແກ້ໄຂບັນຫາວ່າງວຽກ ຫລື ຜູ້ບໍ່ມີວຽກເຮັດງານທໍາແບບຊໍາເຮື້ອຂອງຊາວອາເມລິກາຈະສາມາດຊື້ສິນຄ້າທີ່ມີລາຄາຖືກກວ່ານັ້ນອາດເປັນເລື່ອງຕະຫລົກ.

    ອາທິດຜ່ານມາ, ທ່ານ ທຣໍາ ໄດ້ປະກາດຜ່ອນຄາຍຄວາມກັງວົນໃນລະດັບໜຶ່ງ ພາຍຫລັງບາງນັກເສດຖະສາດອອກມາເຕືອນຜົນກະທົບຮຸນແຮງຕໍ່ເສດຖະກິດ ພາຍໃນອາເມລິກາ ແລະ ໂລກ, ໂດຍໄດ້ສັ່ງຢຸດການເກັບພາສີຢ່າງກະທັນຫັນຕໍ່ສິນຄ້ານໍາເຂົ້າຈາກຕ່າງປະເທດສ່ວນໃຫຍ່ເປັນເວລາ 90 ວັນ. ແຕ່ອັດຕາພາສີທີ່ຂຶ້ນຄັ້ງທໍາອິດ 10% ຍັງຄົງຢູ່ຄືເກົ່າ ເຊິ່ງຖືວ່າເປັນການເພີ່ມຂຶ້ນພາສີຄັ້ງໃຫຍ່ທີ່ສຸດໃນຮອບຫລາຍທົດສະຕະວັດ, ແລະ ບັນດາພັນທະມິດເກົ່າແກ່ຂອງອາເມລິກາໄດ້ຮັບຜົນກະທົບເຊັ່ນກັນ.

    ມະຫາວິທະຍາໄລເຢວ( Yale)ຂອງສະຫະລັດຄາດຄະເນໃນອາທິດແລ້ວນີ້ວ່າອັດຕາພາສີຂອງ ທຣໍາ ຈະເຮັດໃຫ້ລາຍໄດ້ສະເລ່ຍຂອງຄົວເຮືອນສະຫະລັດຫລຸດລົງ 4,689 ໂດລາ ເຊິ່ງຈະສົ່ງຜົນກະທົບຕໍ່ບັນຫາໃຊ້ຈ່າຍ ແລະ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ.

    ຕໍ່ບັນຫາດັ່ງກ່າວ, ໂທລະພາບຊີເອັນບີຊີຂອງອາເມລິກາ ໄດ້ລາຍງານວ່າ: ຄະແນນນິຍົມຂອງ ທຣໍາ ປະທານາທິບໍດີສະຫະລັດໄດ້ຕົກຕໍ່າລົງຫລາຍ ອັນ ເປັນຜົນມາຈາກການເກັບພາສີທີ່ລຸກລາມໄປຫາເງິນເຟີ້,ເສດຖະກິດຕົກຕໍ່າ, ໄພວ່າງງານ, ການເຄື່ອນໄຫວຕະຫລາດຮຸ້ນບໍ່ໝັ້ນທ່ຽງ. ຈາກຜົນສໍາຫລວດຕົວຢ່າງຊາວອາເມລິກາ 1.000 ຄົນພົບວ່າ: ລະດັບຄວາມເຊື່ອໝັ້ນດ້ານເສດຖະກິດຫລັງທ່ານ ທຣໍາໄດ້ຮັບຕໍາແໜ່ງເປັນປະທານາທິບໍດີສະໄໝທີ 2 ໄດ້ຈາງຫາຍໄປແລ້ວ,ໃນນັ້ນຊາວອາເມລິກາເຊື່ອວ່າ 44% ເຫັນດີດ້ວຍວິທີດໍາເນີນການຂອງທຣໍາ ແຕ່ອີກ 55% ບໍ່ເຫັນດີກັບການກະທໍາແບບນັ້ນ.

    ທ່ານ ພິສານ ມານະວະພັດ ( พิศาล มาณวพัฒน์) ອະດີດເອກອັກຄະຣາຊະທູດໄທປະຈໍາສະຫະລັດໃຫ້ສໍາພາດນັກຂ່າວຈາກເທຣດເດີເຄພີນີວ ( Trader KP) ຂອງໄທວ່າ: ສິ່ງທີ່ ທ່ານ ທຣໍາ ເຮັດລົງໄປນັ້ນເປັນໂທດກໍາຢ່າງແນ່ນອນ ແລະ ລາວພວມເອົາຢາງລຶບນີ້ລຶບຄຸນຄ່ານິຍົມຂອງສະຫະລັດ ໃນອະດີດຫາຍໄປຈາກໂລກ ໃນນັ້ນ ບໍລິສັດຮູບເງົາ, ບໍລິສັດເຄື່ອງອາຫານ-ເຄື່ອງດື່ມ ແລະ ອື່ນໆທີ່ມີຊື່ໂດ່ງດັງໄດ້ຮັບຜົນກະທົບໄປຕາມໆກັນ ເຊິ່ງຈະເຮັດໃຫ້ຄົນອາເມລິກາຮູ້ສຶກ ເບື່ອໜ່າຍ ແລະ ຊາວໂລກອາດຮູ້ສຶກເຊັ່ນກັນ.

    ທ່ານ ພິສານ ມານະວະພັດຍັງໃຫ້ທັດສະນະວ່າ: ຖ້າຖາມການເຮັດສົງຄາມການຄ້າລະຫວ່າງຈີນກັບສະຫະລັດໃຜຈະເປັນຜູ້ຊະນະ ຫລື ປະລາໄຊ?  “ດ້ວຍຄວາມຮູ້ສຶກສ່ວນຕົວຂອງຂ້າພະເຈົ້າເອງຮັບຮູ້ວ່າການປະຕິບັດຂອງປະເທດຈີນໃນດ້ານນະໂຍບາຍການເມືອງ,ເສດຖະກິດ, ການພັດທະນາກັບປະເທດ ເພື່ອນມິດສາກົນ, ລວມທັງເຮັດໃຫ້ປະຊາຊົນສາມາດ ພົ້ນຈາກຄວາມທຸກຍາກຫລາຍຮ້ອຍລ້ານຄົນຈົນເປັນປະເທດຮັ່ງມີເຂັ້ມແຂງ, ປະຊາຊົນຢູ່ດີກິນດີ, ການພັດທະນາພື້ນຖານ ໂຄງລ່າງແບບກ້າວກະໂດດ, ອຸດສາຫະກໍາເຕີບໂຕ ແລະ ມີຄວາມສະຫງົບສຸກ ເຊິ່ງທັງໝົດນັ້ນຈີນເຮັດໄດ້ດີກວ່າ ສະຫະລັດອາເມລິກາ ແລະ ເຊື່ອວ່າຈີນຈະເປັນຜູ້ນໍາ ໂລກໂດຍບໍ່ໄດ້ປະກາດນັ້ນມີສູງກວ່າ ”.

    ປັດຈຸບັນນີ້, ສິ່ງທີ່ ທ່ານ ທຣໍາພວມເຮັດຢູ່ແມ່ນເປັນຜົນມາຈາກການໃຫ້ຄໍາໝັ້ນສັນຍາ ໃນເວລາຫາສຽງຕໍ່ຊາວອາເມລິກາຈໍານວນໜຶ່ງທີ່ເລືອກທຣໍາມາເປັນປະທານາທິບໍດີສະໄໝທີ 2 ໃຫ້ຮູ້ສຶກວ່າສິ່ງເວົ້າທີ່ອອກໄປ ນັ້ນຖືກໃຈຜູ້ສະໜັບສະໜູນໂດຍສະເພາະປະເດັນທີ່ວ່າປະເທດຕ່າງໆເອົາປຽບສະຫະລັດເຊັ່ນ: ມີຫລາຍປະເທດສົ່ງ ສິນຄ້າສົ່ງມາອາເມລິກາໃນປະລິມານຫລາຍນັ້ນແຕ່ໄດ້ຮັບຜົນປະໂຫຍດໜ້ອຍ ແລະ ມີການຂາດດູນການຄ້າກັບຄູ່ຄ້ານັ້ນສູງຂຶ້ນຢ່າງຕໍ່ເນື່ອງ. ເພາະສະນັ້ນສິ່ງທີ່ທຣໍາເຮັດຢູ່ນັ້ນກໍເພື່ອສ້າງຄວາມສະເໝີພາບ ແຕ່ລາວກໍລືມໄປເມື່ອ 100 ປີກ່ອນນັ້ນການທີ່ຂຶ້ນພາສາສີແບບນີ້ເຮັດໃຫ້ເກີດສົງຄາມການຄ້າ, ເຮັດໃຫ້ເສດຖະກິດໂລກປັ່ນປວນ, ທົດຖອຍ ແລະ ມວນນຸດພົບຄວາມທຸກຍາກລໍາບາກ. ທັງໝົດນັ້ນ, ລາວກໍຮູ້ດີວ່າສິ່ງຈະເກີດຂຶ້ນນັ້ນມັນກະທົບທຸລະກິດຂອງສະຫະລັດເອງ, ຕະຫລາດຫຸ້ນກໍພາກັນຕົກຕໍ່າ, ເຂົາຄິດວ່າເປັນເລື່ອງໄລຍະສັ້ນ ແຕ່ບັນຫາໃນໄລຍະຍາວທຸກປະເທດກໍຈະເຂົ້າແຖວມາເພື່ອບອກວ່າ:ຈະແກ້ໄຂສິ່ງບໍ່ຖືກຕ້ອງທີ່ຖືກເອົາປຽບສະຫະລັດເປັນແນວດໃດ? ເວລານັ້ນ ລາວກໍສາມາດໄປບອກປະຊາຊົນຕົນເອງວ່າສິ່ງທີ່ທໍານັ້ນຖືກຕ້ອງ ແລະ ເປັນຂັ້ນຕອນແກ້ໄຂສິ່ງ ບໍ່ຖືກຕ້ອງໃຫ້ເກີດຄວາມເປັນທໍາກັບສະຫະລັດ.

   ດ້ວຍເຫດນັ້ນການໃຊ້ກໍາແພງພາສີຈະບໍ່ຊ່ວຍໃຫ້ເກີດປະໂຫຍດໂດຍສ່ວນລວມຂອງອາເມລິກາ ແລະ ບໍ່ສາມາດເຮັດໃຫ້ອາເມລິກາກັບມາຍິ່ງໃຫຍ່ອີກຄັ້ງແນ່ນນອນ, ປັດຈຸບັນນີ້ບັນດາຫົວໜ້າບໍລິສັດ ແລະ ຊີອີໂອຜູ້ທີ່ເປັນຢືນຢູ່ເບື້ອງຫລັງທຣໍາຕອນສະໄໝຫາສຽງ ແລະ ຕອນຮັບຕໍາແໜງນັ້ນພົບວ່າ:ຫຸ້ນບໍລິສັດຂອງເຂົາເຈົ້າກໍຕົກຢ່າງຮຸນແຮງ ແລະ ທ່ານ ໄອຣອນມັດກໍມີຄົນອອກປະທ້ວງຂວໍ້າບາດບໍ່ຊື້ລົດໄຟຟ້ານັ້ນເອງ.

  ທ່ານ ທຣໍາ ຄິດວ່າເຂົາມາເໜືອກວ່າທຸກດ້ານເພາະປະເທດ ສາມາດພີມເງິນອອກໃຊ້ເອງໄດ້ ແລະ ເປັນເສດເຈ້ຍເງິນທີ່ມີຄວາມໜ້າເຊື່ອຖື, ແຕ່ໃນທີ່ສຸດສະແດງເຫັນວ່າ: ປະເທດການາດາ, ເປັນພັນທະມິດເພື່ອນບ້ານໄກ້ຄຽງເກົ່າແກ່ຍັງກ້າສາມາດຕອບໂຕ້ນະໂຍບາຍການຂຶ້ນພາສີຂອງທຣໍາໄດ້ ແລະ ປະເທດອື່ນໆກໍຈະບໍ່ຍອມພຶດຕິກໍາຂອງ ທ່ານ ທຣໍາທີ່ໃຊ້ວິທີຂົ່ມເຫັງ, ເອົາປຽບ ແລະ ນາບຄູ່ອື່ນໆເຊັ່ນກັນ.     

    ທ່ານ ເຈຟເຣ ແຊັກ (Jeffrey Sachs) ນັກເສດຖະສາດລະດັບໂລກໃຫ້ຄໍາເຫັນເພື່ອສະທ້ອນບົດຮຽນຕໍ່ຊາວໂລກວ່າ “ ພາສີຂອງທຣໍາຈະບໍ່ມີຜູ້ຊະນະ ແລະ ບໍ່ມີຜູ້ປະລາໄຊ ແຕ່ຈະເສຍຫາຍທັງໝົດ”, ທ່ານ ທຣໍາ ບໍ່ເຄີຍເຂົ້າໃຈຂາດດູນການຄ້າກັບການຖືກໂກງເອົາປຽບ ສະນັ້ນເມື່ອມີການຂາດດູນການຄ້າບໍ່ໄດ້ໝາຍວ່າຈະໄປຫລິ້ນເກມເອົາເປັນເອົາຕາຍແບບນັ້ນໂດຍບໍ່ສົມເຫດສົມຜົນ, ຈົ່ງຮຽນຮູ້ ແລະ ເຂົ້າໃຈວ່າ: ການຂຶ້ນພາສີກີດກັ້ນເພື່ອລົງໂທດຈີນສູງເຖິງ 145% ບໍ່ເຄີຍເຫັນມາກ່ອນໃນປະຫວັດສາດ ນັ້ນບໍ່ໄດ້ເຮັດໃຫ້ຈີນເປັນຝ່າຍປະລາໄຊ ຖ້າສັ່ງເບິ່ງປະກົດການຕະຫລາດຫຸ້ນຕົກຕໍ່າລົງມີມູນຄ່າເຖິງ 10 ລ້ານໆໂດລາ ແລະ ຄ່ອຍໆຟື້ນຕົວຂຶ້ນເປັນ 4 ລ້ານໆໂດລານັ້ນແມ່ນໃຜໄດ້ປະໂຫຍດ? ເຊິ່ງນີ້ເປັນຄໍາຖາມໃຫ້ເປັນຂໍ້ຄິດດີເພື່ອວ່າໃຫ້ເຮັດຕາແຈ້ງຂຶ້ນ ແລະ ຮູໄດ້ຍິນສຽງຫລາຍຂຶ້ນ.

     ທ່ານ ເຈຟເຣ ແຊັກ ຍັງຢໍ້າແບບເຈັບໆວ່າ: ລະດັບຄວາມເຂົ້າໃຈຂອງປະທານາທິບໍດີຂອງອາເມລິກາຄິດໄດ້ເທົ່ານັ້ນເອງ ຫລື! ດັ່ງທີ່ຮູ້ການການຂາດດູນການຄ້າ (trade deficit) ບໍ່ໄດ້ສະທ້ອນນະໂຍບາຍການຄ້າ ແຕ່ສະທ້ອນ “ ການໃຊ້ຈ່າຍທຽບກັບການຜະລິດ ຫລື ລາຍໄດ້” ເຊິ່ງເອີ້ນສິ່ງນີ້ວ່າ: ຮູບແບບທາງເສດຖະສາດ. ຖ້າ ທ່ານ ທຣໍາເປັນນັກຮຽນຂອງຂ້ອຍ, ຂ້ອຍອາດໃຫ້ລາວຕົກວິຊານີ້ແນ່ນອນ ແຕ່ນີ້ລາວຊໍ້າພັດເປັນປະທານາທິບໍດີຂອງຂ້ອຍ, ເຊິ່ງມັນຍິ່ງແປກປະຫລາດໃຈເພາະເວລາພຽງ 2 ວັນຫລັງຈາກລາວປະກາດຂຶ້ນພາສີຄັ້ງຫລ້າສຸດເຫັນວ່າຕະຫລາດຫຸ້ນທົ່ວໂລກຕົກຕໍ່າລົງເຖິງ 10 ລ້ານໆໂດລາ.


    ແຕ່ເຖິງແນວໃດກໍຕາມ ທ່ານ ດຣ ອະທິບ ອັດວານັນ, ນັກຊ່ຽວຊານດ້ານເສດຖະກິດ,ນັກຂຽນຈາກປະເທດໄທ, ອະດີດນັກສຶກສາຈາກມະຫາວິທະຍາໄລຊິຄາໂກ,ມະຫາວິທະຍາໄລຄາເນກິເມວເບີນໄດ້ໃຫ້ທັດສະນະວ່າ: ຂັ້ນຕອນການເຈລະຈາການຄ້າພາຍໃຕ້ກໍາແພງພາສີຂອງ ທ່ານ ທຣໍານັ້ນອາດຜູກກັບວາລະຄວາມໝັ້ນຄົງທີ່ແອບແຝງໄປພ້ອມໆກັນ ໃນນັ້ນມີ 70 ກວ່າປະເທດທີ່ໄດ້ຮັບຜົນກະທົບຈາກກໍາແພງພາສີຂອງ ທ່ານ ທຣໍາ ໃນນັ້ນອາດມີບາງປະເທດຢືນລຽນແຖວ ເພື່ອເຈລະຈາຂໍ້ຕົກຫລຸດຜ່ອນການນໍາເຂົ້າສິນຄ້າໄປອາເມລິກາກັບ ທ່ານ ທຣໍາໃນລັກສະນະແຕກຕ່າງກັນ ແຕ່ກໍຄວນລະວັງໃນຮູບແບບຄຸມເຄືອ ແລະ ເຊື່ອງຊ້ອນຜົນປະໂຫຍດຕ່າງໆທີ່ບໍ່ໂປງທີ່ເຕັມໄປດ້ວຍອະຄະຕິດອາດຈະເປັນການເອົາປຽບຊາດອື່ນໆໂດຍສະເພາະບັນດາ 10 ປະເທດສະມາຊິກອາຊຽນທີ່ອໍານາດຕໍ່ລອງ ໜ້ອຍອາດເສຍປຽບໃຫ້ບາງປະເທດທີ່ໃຫຍ່ກວ່າ ຕົວຢ່າງ ອາຊຽນແມ່ນກຸ່ມປະເທດມີທ່າແຮງບົ່ມຊ້ອນສົ່ງອອກເສື້ອຜ້າ ແລະ ຜົນຜະລິດກະສິກໍາໄປອາເມລິກາ ຖ້າກໍລະນີມີບາງປະເທດທີ່ໃຫຍ່ກວ່າອາຊຽນເຂົ້າໄປເຈລະຈາກັບ ທ່ານ ທຣໍາດ້ວຍການຫລຸດຜາສີແບບເຊື່ອງອໍາ 2 ຝ່າຍອາດເຮັດໃຫ້ກະທົບກຸ່ມອາຊຽນກະທົບເຊັ່ນກັນ.  ປັດຈຸບັນສົງຄາມການຄ້າພວມດຶງຫລາຍປະເທດແບ່ງພັກແບ່ງຝ່າຍ ແລະ ອາດກໍ່ໃຫ້ເກີດມີການບີບບັງຄັບໃຫ້ ເຊັ່ນຂໍ້ຕົກລົງພາຍໃຕ້ເງື່ອນແອບແຝງການເລືອກຂ້າງແບບບໍ່ຍຸຕິທໍາຈະສົ່ງຜົນເສຍຫາຍໃຫ້ພາບລວມເສດຖະກິດໂລກ ສະນັ້ນສິ່ງສໍາຄັນຄວນຮຽນຮູ້ ແລະ ຕິດຕາມໃຫ້ທັນການເກມການຄ້າຂອງທ່ານ ທຣໍາ.  

ໂດຍ: ສອດສ່ອງ

KPL

ຂ່າວອື່ນໆ

ads
ads

Top