ຂປລ
ກອງ ແມ່ນເຄື່ອງດົນຕີປະເພດໜຶ່ງຂອງລາວໄດ້ກາຍເປັນມໍລະດົກທາງດ້ານວັດຖຸ ແຕ່ໃຫ້ຜົນທາງດ້ານຈິດໃຈກໍຄືຄວາມມ່ວນຊື່ນອອນຊອນຕິດພັນກັບສາສະໜາ, ປະເພນີ ແລະ ຄວາມເຊື່ອຂອງປະຊາຊົນລາວບັນດາເຜົ່າຢ່າງບໍ່ສາມາດແຍກອອກຈາກກັນ ໄດ້.
*ກອງ ແມ່ນເຄື່ອງດົນຕີປະເພດໜຶ່ງຂອງລາວໄດ້ກາຍເປັນມໍລະດົກທາງດ້ານວັດຖຸ ແຕ່ໃຫ້ຜົນທາງດ້ານຈິດໃຈກໍຄືຄວາມມ່ວນຊື່ນອອນຊອນຕິດພັນກັບສາສະໜາ, ປະເພນີ ແລະ ຄວາມເຊື່ອຂອງປະຊາຊົນລາວບັນດາເຜົ່າຢ່າງບໍ່ສາມາດແຍກອອກຈາກກັນ ໄດ້. ກອງທີ່ນິຍົມໃຊ້ມີຫລາຍປະເພດຄືກອງຫລວງ, ກອງນັນທະເພລີ, ກອງຫາງ, ກອງສະບັດໄຊ, ກອງຕະໂພນ, ກອງໄຊ, ກອງຄູ່, ກອງປື່ງ ແລະ ກອງຕຸ້ມເປັນຕົ້ນເຊິ່ງທັງໝົດນ້ັນລ້ວນແຕ່ມີຄວາມຕິດພັນ ແລະ ຜູກພັນກັບວັດທະນະທໍາຮີດຄອງປະເພນີ ແລະ ພຸດທະສາສະໜາມາແຕ່ບູຮານ.

ກອງແມ່ນເຄື່ອງດົນຕີທີ່ຖືກສ້າງຂຶ້ນມາແຕ່ສະໄໝບູຮານໃຊ້ປະກອບພິທີລ້ຽງຜີຟ້າຜີແຖນ ແລະ ພິທີກໍາການກະເສດຈົນມາເຖິງສະໄໝທີ່ພະພຸດທະສາສະໜາເຂົ້າມາລາວ ໂດຍສະເພາະສາສະໜາລັດ ທິລັງກາວົງທີ່ນໍາເຂົ້າມາໃນລາຊະການຂອງເຈົ້າຟ້າງຸ່ມໃນປີ ຄສ 1356 ທີ່ໄດ້ນໍາມາຈາກປະເທດຂະເໝນດັ່ງບັນທຶກໄວ້ວ່າ ຂະບວນທີ່ນໍາມາຈາກປະເທດຂະເໝນປະກອບມີພະເຖລະ ແລະ ສາມະເນນທັງໝົດ 12 ຮູບ, ຂະບວນນັກປາດຝ່າຍຄະລືຫັດ 11 ທ່ານ, ຂະບວນແຫ່ພະໄຕປີດົກ, ຂະບວນແຫ່ພະບາງ, ຂະບວນແຫ່ຕົ້ນສີມະຫາໂພ, ເຄື່ອງດົນຕີພື້ນເມືອງ, ຂະບວນແມ່ນົມນາງແກ້ວ ແລະ ຂະບວນຟ້ອນນາງແກ້ວ ເມື່ອຂະບວນເຖິງເມືອງຊຽງດົງຊຽງທອງ ໄດ້ມີການສ້າງວັດແຫ່ງທໍາອິດຂຶ້ນຊ່ືວ່າວັດປາສະມັນ. ພ້ອມນັ້ນ, ພະນາງແກ້ວເກັງຍາຍັງໄດ້ຖວາຍຂ້າທາດຊາວຄອບຄົວພ້ອມທັງບ້ານທີ່ອາໄສນັ້ນໃຫ້ອຸປະຖາກພະພິກຂຸສົງທັງຫລາຍ ແລະ ໄດ້ຖວາຍຂ້າທາດ 5 ຄອບຄົວ ເພື່ອດູແລຮັກສາຄ້ອງ, ກອງ, ອີກ 5 ຄອບຄົວ ໄວ້ປັດກວາດວັດວາອາຮາມພ້ອມທັງນໍາເຂົ້າມາບູຊາພະພຸດທະຮູບ ແລະ ຈູດທູບທຽນໄຕ້ບູຊາແທນພະອົງ.

ຈາກບັນທຶກດັ່ງກ່າວຈຶ່ງສັນນິ ຖານໄດ້ວ່າເມື່ອສ້າງວັດກໍມີການສ້າງກອງປະກອບນໍາເພາະເປັນ ເຄື່ອງປະກອບພາຍໃນວັດທີ່ສໍາຄັນ ເຊິ່ງສອດຄ່ອງກັບປະຫວັດການສ້າງວັດສີສະເກດໃນນະຄອນຫລວງວຽງຈັນ ທີ່ລະບຸໃຫ້ມີການສ້າງເຄື່ອງດົນຕີປະກອບມີກອງ, ຄ້ອງ, ສາບ ແລະ ລະຄັງເປັນສົມບັດຂອງວັດ. ຈ່ຶງເປັນທ່ີຊັດເຈນແລ້ວວ່າກອງໂດຍສະເພາະກອງຫລວງ ແມ່ນສົມບັດຂອງວັດເຊິ່ງແຕ່ລະວັດຈະຕ້ອງມີ ແລະ ເມື່ອຈະສ້າງວັດໃໝ່ກໍຕ້ອງໃຫ້ມີກອງຫລວງໄວ້ປະຈໍາວັດເພື່ອປະກອບໃນພິທີຕ່າງໆທາງດ້ານສາສະໜາ ແລະ ຮີດຄອງປະເພນີ.
ໂດຍ: ມາລິດາ
KPL