ປູກເຫັດຂາຍສ້າງລາຍຮັບຫລາຍລ້ານກີບຕໍ່ເດືອນ

24/04/2025 10:26
ຂປລ ເຫັດ ແມ່ນພືດຈໍາພວກເຊື້ອລາເປັນອາຫານປະເພດຜັກບ່ໍມີໄຂມັນ ມີການຈະເລີນເຕີບໂຕເປັນສາຍໃຍ, ມີສານອາຫານທໍາມະຊາດທີ່ອຸ ດົມສົມບູນໄປດ້ວຍວິຕາມິນ, ມີສັບພະຄຸນທາງຢາຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ ແລະ ຊ່ວຍຫລຸດອັດຕາຄວາມສ່ຽງຂອງພະຍາດຕ່າງໆ.

    *ເຫັດ ແມ່ນພືດຈໍາພວກເຊື້ອລາເປັນອາຫານປະເພດຜັກບ່ໍມີໄຂມັນ ມີການຈະເລີນເຕີບໂຕເປັນສາຍໃຍ, ມີສານອາຫານທໍາມະຊາດທີ່ອຸດົມສົມບູນໄປດ້ວຍວິຕາມິນ, ມີສັບພະຄຸນທາງຢາຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ ແລະ ຊ່ວຍຫລຸດອັດຕາຄວາມສ່ຽງຂອງພະຍາດຕ່າງໆເຊັ່ນ: ຫລອດເລືອດຫົວໃຈຕັນ, ຄວາມດັນເລືອດສູງ, ເບົາຫວານ ແລະ ອ່ືນໆອີກຫລາຍພະຍາດ, ອີກຢ່າງໜຶ່ງ ເຫັດ ແມ່ນອາຫານທີ່ຄົນເຮົານິຍົມກິນເພາະປຸງແຕ່ງອາຫານໄດ້ຫລາຍແບບບໍວ່າຂົ້ວ, ແກງ, ແຈ່ວ, ນຶ້ງຈໍ້າເຮັດສົ້ມ... ກໍແຊບຈຶ່ງເຮັດໃຫ້ເຫັດເປັນທີ່ຕ້ອງການຂອງຕະຫລາດ ຫລື ເວົ້າໄດ້ວ່າເປັນສິນຄ້າຂາຍດີກໍວ່າໄດ້. ເມື່ອເຫັນເຖິງຄວາມຕ້ອງການຂອງຜູ້ໂພກທ່ີນັບມ້ືນັບສູງຂຶ້ນ ປັດຈຸບັນນີ້ ຈຶ່ງມີຫລາຍຄົນຫັນມາເອົາດີໃນການປູກເຫັດຂາຍ ສາມາດສ້າງລາຍຮັບໄດ້ຫລາຍສິບລ້ານກີບຕໍ່ເດືອນ ເໝືອນກັບຄອບຄົວ ທ່ານ ບຸນເກີດ ທີ່ປະສົບຜົນສໍາເລັດຈາກການປູກເຫັດຂາຍສາມາດສ້າງລາຍຮັບຫລາຍລ້ານກີບຕໍ່ເດືອນ. 

   ທ່ານ ບຸນເກີດ ຢູ່ບ້ານຫົວນາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ  ເຮັດອາຊີບປູກເຫັດຂາຍ ເວົ້າສູ່ຟັງວ່າ: ກ່ອນຈະມາເຮັດອາຊີບປູກເຫັດຂາຍ ກໍເຄີຍເຮັດຫລາຍອາຊີບມາແລ້ວແຕ່ລາຍຮັບຍັງບໍ່ຄົງທີ່ຈຶ່ງຕັດສິນໃຈຫາອາຊີບໃໝ່ ແລະ ເລືອກອາຊີບປູກເຫັດຂາຍ ເພາະປູກງ່າຍ ກໍາໄລງາມຕົ້ນທຶນກໍບ່ໍສູງ ພຽງແຕ່ມີໃຈມັກດ້ານກະສິກໍາກໍສາມາດເຮັດໄດ້ແລ້ວ. ໂດຍເລີ່ມຕົ້ນຕ້ອງກຽມເຮືອນສໍາລັບປູກເຫັດ ເຮັດເປັນເຮືອນໄມ້ອ້ອມຝາກະແຕະ ຫລື ຖ້າບໍ່ມີກະເຕະແມ່ນເອົາຜ້າກັນແສງມາອ້ອມກໍໄດ້ ປູພື້ນດ້ວຍດິນຊາຍເພື່ອເກັບຄວາມຊຸ່ມຊື່ນ. ຫລັງຈາກນັ້ນ, ກໍນໍາເອົາກ້ອນເຊື້ອເຫັດເຂົ້າມາລຽນຊ້ອນກັນເປັນແຖວ ເພື່ອສະດວກສະບາຍໃນການຫົດນໍ້າ, ການຫົດນໍ້າແມ່ນມື້ໜຶ່ງ 2 ເທື່ອ ເຊົ້າ-ແລງ ຫລື ເບິ່ງຕາມສະພາບອາກາດ, ຖ້າອາກາດເຢັນ ກໍຫົດມື້ລະເທື່ອຫລັງຈາກນັ້ນປະມານ 2-3 ອາທິດ ເຫັດ ກໍຈະອອກດອກສາມາດເກັບໄດ້ 4-5 ເດືອນຖ້າບົວລະບັດຮັກສາຢ່າງຖືກວິທີ. 

    ທ່ານ ບຸນເກີດ ເວົ້າຕື່ມວ່າ: ເຫັດທີ່ປູກ ມີເຫັດນາງລົມ, ນາງຟ້າພູຖານ ແລະ ເຫັດໂພນຂາວ ໂດຍຊື້ເຊື້ອຈາກປະເທດເພື່ອນບ້ານສ່ວນ ການຂາຍແມ່ນຂາຍທັງກ້ອນເບົ້າເຊື້ອເຫັດ, ຫົວເຊື້ອເຫັດ ແລະ ດອກເຫັດກໍຂາຍຄືກັນໂດຍສະເລ່ຍຈາກການຂາຍທັງເບົ້າເຫັດ ແລະ ເຫັດລວມໆແລ້ວເດືອນໜຶ່ງກໍປະມານ 10 ລ້ານກີບຕໍ່ເດືອນສາມາດເຮັດ ໃຫ້ຄອບຄົວຕົນເອງມີຊີວິດດີຂຶ້ນເປັນກ້າວໆ. 

ໂດຍ: ລູກສາວລ້າ

KPL

ຂ່າວອື່ນໆ

ads
ads

Top