ຂປລ
ເມື່ອບໍ່ດົນມານີ້ ໄດ້ຈັດພິທີປະກາດຮັບຮອງບ້ານຖໍ້າໂລ້ ເປັນບ້ານວັດທະນະທໍາແຫ່ງທີ 16 ຂອງ ເມືອງອະນຸວົງ ແລະ ແຫ່ງທີ 75 ຂອງແຂວງໄຊສົມບູນ.
*ເມື່ອບໍ່ດົນມານີ້ ໄດ້ຈັດພິທີປະກາດຮັບຮອງບ້ານຖໍ້າໂລ້ ເປັນບ້ານວັດທະນະທໍາແຫ່ງທີ 16 ຂອງ ເມືອງອະນຸວົງ ແລະ ແຫ່ງທີ 75 ຂອງແຂວງໄຊສົມບູນ ທີ່ເດີ່ນໂຮງຮຽນປະຖົມບ້ານດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຮືທໍ່ ເພຍ ຫລວງ ກໍາມະການພັກແຂວງ ເລຂາພັກເມືອງ, ມີພາກສ່ວນກ່ຽວຂ້ອງ, ການຈັດຕັ້ງບ້ານອ້ອມຂ້າງ, ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ຕົວເຮີ່ ເຮີ່ຈະເລີນ ເລຂາພັກບ້ານຖໍ້າໂລ້ໄດ້ກ່າວວ່າ: ບ້ານຖໍ້າໂລ້ແມ່ນຢູ່ຫ່າງໃກຈາກເທສະບານເມືອງ 15 ກິໂລແມັດ ມີພົນລະເມືອງທັງໝົດ 3 ຊົນເຜົ່າ: ເຜົ່າມົ້ງ 745 ຄົນ, ຍິງ 353 ຄົນ ກວມເອົາ 94,78% ເຜົ່າລາວລຸ່ມ 3 ຄົນ ຍິງ 1 ຄົນ, ກວມເອົາ 0,38%, ເຜົ່າກຶມມຸມີ 39 ຄົນ ຍິງ 14 ຄົນ ກວມເອົາ 4,96%, ບ້ານຖໍ້າໂລ້ ມີ 119 ຫລັງຄາເຮືອນ, ມີ 113 ຄອບຄົວ, ມີ 7 ໜ່ວຍສາມັກຄີ.
ທ່ານ ຮືທໍ່ ເພຍຫລວງ ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫລາຍດ້ານທີ່ບ້ານຍາດມາໄດ້ໃນໄລຍະຜ່ານມາເປັນຕົ້ນແມ່ນການຮັກສາມູນເຊື້ອບຸກຄົນ, ຄອບຄົວ ແລະ ບ້ານວັດທະນະທໍາໃນຄັ້ງນ້ີ. ພ້ອມກັນນີ້ທ່ານໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານຕ້ອງໄດ້ເອົາໃຈໃສ່, ອອກແຮງ, ບຸກບືນໂດຍສະເພາະແມ່ນຫລຸດຜ່ອນການຈູດປ່າ, ເຮັດໄຮ່, ຊ່ວຍກັນປົກປັກຮັກສາປ່າໄມ້ໃຫ້ຂຽວງາມຂຶ້ນກວ່າເກົ່າ ແລະ ສືບຕໍ່ຮັກສາມູນເຊື້ອ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜ່ົາໃຫ້ຍືນຍົງຕະຫລອດໄປ. ນອກນັ້ນ, ໃຫ້ທຸກຂະແໜງການຕ້ອງລົງຊຸກຍູ້ເພີ່ມທະວີຄວາມຮັບຜິດຊອບຢ່າງຕັ້ງໜ້າ ເພື່ອເຮັດສໍາເລັດໜ້າທີ່ວຽກງານຕາມແຜນທ່ີກໍານົດໄວ້ເປັນຕົ້ນແມ່ນການຫັນ ເອົາແຜນການຂອງວຽກງານທຸກຂະແໜງການ, ນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
KPL