ຂປລ
ໜັງສືພິມປະເທດລາວສະບັບຜ່ານມາ ກໍ່ໄດ້ສະເໜີບົດສຳພາດຂອງທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ກ່ຽວກັບ “ການພົວພັນທາງການເມືອງລາວ-ຫວຽດນາມ” ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາສະບັບນີ້ ຈະມາສະເໜີກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນຫວຽດນາມ-ລາວ ຈາກບົດສຳພາດຂອງທ່ານ ທູດໃຫ້ທ່ານຜູ້ອ່ານຕື່ມ.
*ໜັງສືພິມປະເທດລາວສະບັບຜ່ານມາ ກໍ່ໄດ້ສະເໜີບົດສຳພາດຂອງທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ກ່ຽວກັບ “ການພົວພັນທາງການເມືອງລາວ-ຫວຽດນາມ” ໃຫ້ທ່ານຜູ້ອ່ານແລ້ວ ແລະ ມາສະບັບນີ້ ຈະມາສະເໜີກ່ຽວກັບການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນຫວຽດນາມ-ລາວ ຈາກບົດສຳພາດຂອງທ່ານ ທູດໃຫ້ທ່ານຜູ້ອ່ານຕື່ມ. ທ່ານ ຫງວຽນມິງເຕີມ ເອກ ອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ການ ຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ຫວຽດນາມ- ລາວ ໄດ້ຮັບການກະຕຸກຊຸກຍູ້ ແລະ ບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ.

ໂດຍສອງຝ່າຍຕັ້ງໜ້າຜັນຂະຫຍາຍ ຕົກລົງຍຸດທະສາດການຮ່ວມມືຫວຽດນາມ-ລາວ ໄລຍະ 2021- 2030 ແລະ ສັນຍາຮ່ວມມືຫວຽດນາມ- ລາວໄລຍະ 2021–2025. ບັນດາ ສັນຍາຮ່ວມມືລະຫວ່າງສອງລັດຖະບານ ທີ່ກອງປະຊຸມຄັ້ງທີ 46, 47 ຂອງຄະນະກຳມະທິການລັດຖະບານ, ເພີ່ມທະວີການແນະນຳ, ກວດກາ, ກະຕຸກຊຸກຍູ້, ແລກປ່ຽນໃຫ້ທັນການເພື່ອຊ່ວຍແກ້ໄຂສິ່ງອຸດຕັນ, ຂໍ້ຫຍຸ້ງຍາກເພື່ອຊອກຫາທິດທາງໃໝ່ແກ້ໄຂຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ສືບຕໍ່ລົງນາມໃນບົດບັນທຶກການຮ່ວມມື, ສ້າງແລວທາງດ້ານນິຕິກຳທີ່ເປັນເອກະພາບເພື່ອຊຸກຍູ້ການຮ່ວມມື. ສອງຝ່າຍໄດ້ສົມທົບແລກປ່ຽນບົດຮຽນໃນການຄຸ້ມຄອງ ແລະ ດຳເນີນງານເສດຖະກິດມະຫາພາກ. ກ່ຽວກັບການລົງທຶນຂອງຫວຽດນາມ ຢູ່ລາວ, ມາຮອດປັດຈຸບັນ, ຫວຽດນາມ ມີ 273 ໂຄງການລົງທຶນຢູ່ລາວ ລວມຍອດການລົງທຶນຫລາຍກວ່າ 5,8 ຕື້ໂດລາສະຫະລັດ, ການລົງທຶນປະຕິບັດໂຄງການມາຮອດປັດຈຸບັນລຸ 2,8 ຕ້ືໂດລາສະຫະລັດ.
ໃນປີ 2024, ຈົດທະບຽນລົງທຶນບັນລຸ 191,1 ລ້ານ ໂດລາສະຫະລັດ, ເພີ່ມ 62,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນ 2 ເດືອນຕົ້ນປີ 2025, ການລົງທຶນຢູ່ລາວບັນລຸ 140 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 33% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຫລາຍໂຄງການລົງທຶນຂອງຫວຽດນາມດຳເນີນໄປຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ຄົນງານນັບພັນຄົນ, ເພີ່ມລາຍຮັບເຂົ້າງົບປະມານຂອງລາວ, ພິເສດແມ່ນຂົງເຂດໂທລະຄົມ, ການທະນາຄານ, ປູກ ແລະ ປຸງແຕ່ງຢາງພາລາ, ຜະລິດ ແລະ ປຸງແຕ່ງທັນຍະຫານອາຫານ, ນ້ຳນົມ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງກອງປະຊຸມຮ່ວມມືດ້ານການລົງທຶນ ໃນເດືອນມັງກອນ 2024 ແລະ ເດືອນມັງກອນ 2025 ສຳເລັດຜົນ. ສອງຝ່າຍໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆເພື່ອເລັ່ງໃຫ້ມີຄວາມຄືບໜ້າຂອງຫລາຍໂຄງການທີ່ສຳຄັນ ຄື: ໂຄງການເຂ່ືອນໄຟຟ້າເຊຂະໝານ 3, ໂຄງການກະສິກຳຂອງກຸ່ມບໍລິສັດເຈື່ອງຫ້າຍ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງອາລູມີນຽມຂອງກຸ່ມບໍລິສັດ ຫວຽດເຟືອງ, ສະໜາມບິນໜອງຄ້າງ. ດຳເນີນການສຳເລັດ ແລະ ມອບສົ່ງໃຫ້ລາວ 4 ໂຄງການ.
ສ່ວນດ້ານການຄ້າ, ສອງຝ່າຍສືບຕໍ່ເອົາໃຈໃສ່ກະຕຸກຊຸກຍູ້, ບົດບັນທຶກຫລາຍສະບັບໄດ້ລົງນາມ, ປະກອບສ່ວນປັບປຸງກອບນິຕິກຳດ້ານ ກົດໝາຍກ່ຽວກັບການຄ້າໃຫ້ສົມບູນແບບຄື: ສັນຍາການຄ້າສອງຝ່າຍສະບັບໃໝ່, ສັນຍາການຄ້າຊາຍແດນ ແລະ ອະນຸສັນຍາສັນຍາຂົນສົ່ງສິນຄ້າ ຫວຽດນາມ-ລາວ ສະບັບປັບປຸງ. ບັນດາບົດບັນທຶກທີ່ໄດ້ລົງນາມແມ່ນໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ບັນດາ ມາດຕະການສົ່ງເສີມການຄ້າໄດ້ຮັບການເພີ່ມທະວີ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາແບບຍືນຍົງຂອງການຄ້າສອງປະເທດ, ເປັນຕົ້ນແມ່ນການຈັດງານຕະຫລາດນັດ, ຕ້ານການຄ້າເຖ່ືອນ. ວົງເງິນການຄ້າລະຫວ່າງ ຫວຽດນາມ-ລາວ ໃນປີ 2024 ບັນລຸ 2,2 ຕື້ໂດລາສະຫັດ, ເພີ່ມ 33,9% ທຽບໃສ່ປີ 2023, ເປັນຂີດໝາຍປະຫວັດສາດ. ໃນ 3 ເດືອນຕົ້ນປີ 2025, ວົງເງິນການຄ້າລະຫວ່າງສອງປະເທດຈະບັນລຸ ເກືອບ 1 ຕື້ໂດລາສະຫະລັດ. ພ້ອມນີ້, ວຽກງານຄົມມະນາຄົມ, ສອງຝ່າຍສືບຕໍ່ສຸມໃສ່ປະຕິບັດບົດບັນທຶກຄວາມເຂົ້າໃຈລະຫວ່າງສອງລັດຖະບານ ກ່ຽວກັບຍຸດທະສາດການຮ່ວມມືດ້ານຄົມມະນາຄົມໄລຍະ 2016-2025, ວິໄສທັດຮອດປີ 2030; ສືບຕໍ່ຊຸກຍູ້ການຊອກຫາແຫລ່ງທຶນ ເພື່ອປະຕິບັດບັນດາໂຄງການຕົ້ນຕໍຄື: ທາງດ່ວນຮ່າໂນ້ຍ-ວຽງຈັນ, ທາງລົດໄຟ ວູ້ງອ່າງ-ທ່າແຂກ-ວຽງຈັນ ແລະ ບັນດາໂຄງການເຊື່ອມຕໍ່ຄົມມະນາຄົມອື່ນໆ.
ໃນຂົງເຂດພະລັງງານໄຟຟ້າ, ສອງຝ່າຍສືບຕໍ່ຕັ້ງໜ້າຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງລັດຖະບານກ່ຽວກັບການພັດທະນາໂຄງການໄຟຟ້າໃນລາວ ແລະ ດຳເນີນການຊື້ຂາຍລະຫວ່າງສອງປະເທດ. ສອງຝ່າຍໄດ້ລົງນາມໃນສັນຍາວ່າດ້ວຍການຊື້ຂາຍຖ່ານຫີນ ແລະ ໄຟຟ້າ ລະຫວ່າງລັດຖະບານສອງປະເທດ, ໃນໄລຍະ 2025-2030, ຫວຽດນາມ ຈະຊື້ໄຟຟ້າຈາກລາວແຕ່ 5.000 MW ຫາ 8.000 MW ແລະ ຖ່ານຫີນ 8 ລ້ານ ຫາ 10 ລ້ານໂຕນ/ປີ. ຂະນະທີ່ຂົງເຂດກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສອງຝ່າຍເຫັນດີເປັນເອກະພາບການຮ່ວມມືໃນຂົງເຂດນີ້ສຸດທີ່ສຳຄັນ, ໃນນັ້ນແນໃສ່ເພີ່ມທະວີການຖ່າຍທອດ ແລະ ແລກປ່ຽນເຕັກໂນໂລຊີເຕັກນິກ ແລະ ການສ້າງຕົວແບບໃນການພັດທະນາກະສິກຳຊົນນະບົດ ເພື່ອຫລຸດຜ່ອນຄວາມທຸກຍາກ, ຍົກສູງຄວາມສາມາດດ້ານນິຕິກຳນະໂຍບາຍໃນການຄຸ້ມຄອງຂອງສະຖາບັນ ແລະ ນະໂຍບາຍໃນການຄຸ້ມຄອງ ການຜະລິດກະສິກຳ, ປ່າໄມ້, ການປະມົງ ແລະ ຊົນລະປະທານ. ສອງຝ່າຍສືບຕໍ່ສະໜັບສະໜູນຊ່ວຍການພັດທະນາຊົນນະບົດໃນເຂດຈຸດສຸມຂອງລາວໃຫ້ມີປະ ສິດທິຜົນ. ສຳເລັດການກໍ່ສ້າງສູນບໍລິການເຕັກນິກກະສິກຳ, ປະສານສົມທົບໄດ້ດີໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດ, ສະກັດກັ້ນການຄ້າຂາຍ ແລະ ຂົນສົ່ງໄມ້ ແລະ ຜະລິດຕະພັນສັດປ່າຂ້າມຊາຍແດນທ່ີຜິດກົດໝາຍ.
ໂດຍ: ຢ່າຕົ່ງ
KPL