ຂປລ
ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງ ພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງ ມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 24-25 ເມສາ 2025 ນີ້
ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 24-25 ເມສາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.
ການຢ້ຽມຢາມຄັ້ງນີ້, ແມ່ນການຢ້ຽມຢາມລັດຖະກິດ ສປປ ລາວ ຄັ້ງທຳອິດຂອງສະຫາຍ ເລືອງ ເກືອງ ເຊິ່ງມີຄວາມໝາຍສຳຄັນທີ່ສຸດ, ທັງສືບຕໍ່ສະແດງໃຫ້ເຫັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍຖື ສປປ ລາວ ແລະ ການພົວພັນ ຫວຽດນາມ-ລາວ ແມ່ນໜຶ່ງໃນບັນ ດາບຸລິມະສິດຕົ້ນຕໍ ໃນການປະຕິບັດ ນະໂຍບາຍການຕ່າງປະເທດຂອງຕົນ ແລະ ຢືນຢັນ ການສະໜັບສະໜູນຢ່າງແຂງແຮງ ແລະ ສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ ຕໍ່ພາລະກິດປ່ຽນແປງໃໝ່ຂອງ ສປປ ລາວ.
ການຢ້ຽມຢາມໃນສະພາບການ ພາກພື້ນ ແລະ ໃນໂລກ ມີການຫັນປ່ຽນຢ່າງສະຫລັບສັບຊ້ອນ ແລະ ຄາດຄະເນຍາກ. ສອງປະເທດພວມຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ ແລະ ແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ຢ່າງຕັ້ງໜ້າ ແລະ ປະສົບຜົນສຳເລັດຫລາຍຢ່າງ. ພ້ອມກັນນັ້ນ, ສອງຝ່າຍໄດ້ສືບຕໍ່ ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການປະຕິບັດບັນດາ ຂໍ້ຕົກລົງລະຫວ່າງ ການນຳຂັ້ນສູງຂອງ 2 ພັກ ແລະ ໝາກຜົນຂອງກອງປະຊຸມຄັ້ງທີ 47 ຂອງຄະນະກຳມາທິການ ຮ່ວມມື ລາວ-ຫວຽດນາມ, ພ້ອມທັງໝາກຜົນການຢ້ຽມຢາມ ຂອງບັນດາການນຳຂັ້ນສູງ ຂອງສອງປະເທດ ແລະ ຂໍ້ຕົກລົງຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ການພົວພັນແບບພິເສດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງຈົດງາມ, ເຂັ້ມແຂງ ແລະ ມີປະສິດທິຜົນໃນທຸກຂົງເຂດ ໂດບສະເພາະການພົວພັນ ທາງດ້ານການເມືອງ ໄດ້ຮັບການເພີ່ມທະວີ ໂດຍຜ່ານການຢ້ຽມຢາມ ແລະ ການແລກປ່ຽນພົບປະ ລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນ; ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນ ເສົາຄ້ຳໃນການພົວພັນສອງປະເທດ, ປະກອບສ່ວນຮັກສາສະຖຽນລະພາບ ດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງ 2 ປະເທດ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ. ໃນປີ 2024 ທີ່ຜ່ານມາ, ລວມມູນຄ່າການຄ້າສອງຝ່າຍ ໄດ້ບັນລຸສູງສຸດຫລາຍກວ່າ 2 ຕື້ໂດລາສະຫະລັດ. ໃນການພົບປະລະຫວ່າງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ ທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 16 ເມສາ 2017, ສອງຝ່າຍໄດ້ເຫັນດີເພີ່ມທະວີ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ສ້າງບາດກ້າວບຸກທະລຸ ເພື່ອມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ 5 ຕື້ໂດລາສະຫະລັດ; ຜັນຂະຫຍາຍ ບັນດາໂຄງການຂະໜາດໃຫຍ່ ຂອງວິສາຫະກິດ ຫວຽດນາມຢູ່ລາວ; ເພີ່ມທະວີການເຊື່ອມຕໍ່ ລະຫວ່າງສອງປະເທດຢ່າງຮອບດ້ານ ໂດຍສະເພາະແມ່ນທາງດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມ, ການລົງທຶນ, ການທ່ອງທ່ຽວ. ສ່ວນການຮ່ວມມື ດ້ານການສຶກສາ, ພັດທະນາຊັບພະຍາກອນມະນຸດ ກໍໄດ້ຮັບຄວາມສົນໃຈເປັນພິເສດ ຂອງ ສອງຝ່າຍ ໂດຍສະເພາະແມ່ນ ແຫລ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ. ພ້ອມນີ້, ສອງປະເທດ ກໍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີພາກພື້ນ ແລະ ສາກົນ.
ເຊື່ອໝັ້ນວ່າ, ການຢ້ຽມຢາມລາວຂອງປະທານປະເທດ ເລືອງ ເກືອງ ໃນທາມກາງປີໃໝ່ລາວຫາກໍຜ່ານໄປບໍ່ດົນ ຈະສ້າງຂີດໝາຍອັນໃໝ່, ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບ ດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຕໍ່ໄປ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ.
ໂດຍ: ຄຳຮຸ່ງ ດວງເງິນ
KPL