ຂປລ
ສະຖາບັນຝຶກອົບຮົມ ວິທະຍຸ-ໂທລະພາບ ຕວັກກີ ຮ່ວມກັບອົງການ ຮ່ວມມື ແລະ ປະສານງານ ຕວັກກີ ແລະ ກອງເລຂາອາຊຽນ ໄດ້ຈັດຊຸດຝຶກອົບຮົມ ສື່ສັງຄົມ ແລະ ການລາຍງານຂ່າວດີຈິຕອນ ໃຫ້ກັບນັກຂ່າວອາຊຽນ ແລະ ຕີມໍແລັດສະເຕ ຢູ່ນະຄອນຫລວງ ອັງກາລາ ປະເທດຕວັກກີ ລະຫວ່າງວັນທີ 14-18 ເມສາ 2025 .
ຂປລ.ສະຖາບັນຝຶກອົບຮົມ ວິທະຍຸ-ໂທລະພາບ ຕວັກກີ ຮ່ວມກັບອົງການ ຮ່ວມມື ແລະ ປະສານງານ ຕວັກກີ ແລະ ກອງເລຂາອາຊຽນ ໄດ້ຈັດຊຸດຝຶກອົບຮົມ ສື່ສັງຄົມ ແລະ ການລາຍງານຂ່າວດີຈິຕອນ ໃຫ້ກັບນັກຂ່າວອາຊຽນ ແລະ ຕີມໍແລັດສະເຕ ຢູ່ນະຄອນຫລວງ ອັງກາລາ ປະເທດຕວັກກີ ລະຫວ່າງວັນທີ 14-18 ເມສາ 2025 .
ຊຸດຝຶກອົບຮົມຄັ້ງນີ້ ເປັນກິດຈະກຳທຳອິດຂອງ ຂອບການຮ່ວມມື ອາຊຽນ-ຕວັກກີ ທີ່ແນໃສ່ສ້າງຄວາມເຂັ້ມແຂງໃຫ້ກັບນັກຂ່າວອາຊຽນ ແລະ ຕີມໍແລັດສະເຕ, ດຳເນີນການ ໂດຍອາຈານ ທີ່ມີຊື່ສຽງຈາກ ສະຖາບັນວິທະຍຸ-ໂທລະພາບ ຕວັກກີ ປະກອບມີ ວິຊາສື່ສັງຄົມອອນລາຍ, ສື່ດິຈິຕອນ, ການລາຍງານຂ່າວຜ່ານມືຖື, ການວິເຄາະສື່ດິຈິຕອນ, ການບັນນາ ທິການເນື້ອໃນ ແລະ ການຕະຫລາດ ພ້ອມພາກ ລົງປະຕິບັດຕົວຈິງ.
ນອກຈາກນີ້ຜູ້ເຂົ້າຮ່ວມ ຍັງໄດ້ຮຽນຮູ້ ບັນດາເຄື່ອງມື ທີ່ສຳຄັນເພື່ອເອົາໄປ ນຳໃຊ້ ປັບປຸງການເຜີຍແຜ່ ຂໍ້ມູນຂ່າວສານ ກໍ່ຄືການລາຍງານຂ່າວ ຢູ່ປະເທດຂອງຕົນ.
ນາງ ວີເດຍ, ສຳມະນາກອນ ຈາກກອງເລຂາອາຊຽນ ມີຄຳເຫັນຕໍ່ຊຸດ ຝຶກອົບຮົມຄັ້ງນີ້ວ່າ: ຕົນເອງມີຄວາມດີໃຈຫລາຍ ທີ່ໄດ້ເຂົ້າຮວ່ມ ການຝຶກອົບຮົມໃນຄັ້ງນີ້, ໄດ້ຮຽນຮູ້ ຫລາຍຢ່າງ ຈາກການ ຝຶກອົບຮົມ ແລະ ໄດ້ແລກປ່ຽນ ຄຳຄິດຄຳເຫັນກັບ ບັນດານັກຂ່າວດ້ວຍກັນ ແລະ ທຸກຄົນກໍ່ກ່າວວ່າ ມີປະໂຫຍຫລາຍ ແລະ ໃນທັດສະນະຂອງກອງເລຂາ ອາ ຊຽນ ແລ້ວແມ່ນ ຢາກໃຫ້ມີການສືບຕໍ່ຈັດຕັ້ງຝຶກອົບຮົມ ແບບນີ້ຕໍໄປໃນອານາຄົດ.
ນາງ ເຄດ ໂອຕິດ ນັກຂ່າວຈາກ ຟິລິປິນ ກ່າວວ່າ: ບົດຮຽນຈາກ ການຝຶບອົບຮົມນີ້ ມີຄວາມສຳຄັນຫລາຍ ໂດຍສະເພາະຕໍ່ການ ຄຸ້ມຄອງສື່ສັງຄົມ. ການເລືອກຕັ້ງ ປະທານາ ທິ ບໍດີຟິລິປິນ ກໍ່ຍັບຈໍ້ເຂົ້າມາ ຈຶ່ງເຮັດໃຫ້ການເຜີຍແຜ່ ຂ່າວສານທີ່ຖືກຕ້ອງ ແລະ ກວ້າງຂວາງພຽງພໍ ມີຄວາມສຳຄັນຍ່າງຍິ່ງ. ແນ່ນອນຕົນເອງ ຈະເອົາວິຊາ ທີ່ໄດ້ຮຽນໄປນຳໃຊ້ ແລະ ແບ່ງ ປັນກັບເພື່ອນງານ ຂອງຕົນ./.
KPL