ກອງປະຊຸມລະດັບເອກອັກຄະລັດຖະທູດ ລະຫວ່າງ ອາຊຽນກັບ ສປ ຈີນ- ຍີ່ປຸ່ນ-ສ.ເກົາຫລີ ຄັ້ງທີ 22

22/06/2025 17:01
Email Print 3455
ຂປລ ກອງ​ປະ​ຊຸມ ​ລະ​ດັບເອກອັກຄະລັດຖຸ​ທູດ​ ລະ​ຫວ່າງ ​ອາ​ຊຽນກັບ​ ສປ ຈີນ ຍີ່​ປຸ່ນ ແລະ ສ.ເກົາ​ຫລີ (10+3) ຄັ້ງ​ທີ 22 ໄດ້​ຈັດ​ຂຶ້ນ ​ຢູ່​ສຳ​ນັກ​ງານ​ ເລ​ຂາ​ອາ​ຊຽນ ເຊິ່ງຕົ້ນ​ຕໍ​ໄດ້​ປຶກ​ສາ​ຫາ​ລື​ ຄວາມຄືບໜ້າຂອງການປະ​ຕິ​ບັດ “ແຜນ​ການ​ວຽກ​ງານ​ຮ່ວມ​ມື 10+3 (2023-2027)” ແລະ ​ທິດ​ທາງ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ກອງ​ປະ​ຊຸມ ​ລະ​ດັບເອກອັກຄະລັດຖຸ​ທູດ​ ລະ​ຫວ່າງ ​ອາ​ຊຽນກັບ​ ສປ ຈີນ ຍີ່​ປຸ່ນ ແລະ ສ.ເກົາ​ຫລີ (10+3) ຄັ້ງ​ທີ 22 ໄດ້​ຈັດ​ຂຶ້ນ ​ຢູ່​ສຳ​ນັກ​ງານ​ ເລ​ຂາ​ອາ​ຊຽນ ເຊິ່ງຕົ້ນ​ຕໍ​ໄດ້​ປຶກ​ສາ​ຫາ​ລື​ ຄວາມຄືບໜ້າຂອງການປະ​ຕິ​ບັດແຜນ​ການ​ວຽກ​ງານ​ຮ່ວມ​ມື 10+3 (2023-2027)” ແລະ ​ທິດ​ທາງ​ຮ່ວມ​ມື​ໃນ​ອະ​ນາ​ຄົດ. ທ່ານ​ນາງ​ ໂຮ​ຢ້ຽນ​ຊີ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ ປະ​ຈຳ​ ອາ​ຊຽນ​ ກ່າວ​ວ່າ: ການ​ພົວ​ພັນ​ເສດ​ຖະ​ກິດ ​ການ​ຄ້າ​ ລະ​ຫວ່າງປະເທດ ໃນ​ພາກ​ພື້ນ​ນັບ​ມື້ ​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ ເຊິ່ງໄດ້​ຊ່ວຍ​ເຫລືອ​ການ​ຮ່ວມ​ມື 10+3 ຍົກສູງ ຄຸນນະພາບ ແລະ ລະດັບຢ່າງ​ໃຫຍ່ ແລະ​ ໄດ້​ເພີ່ມ​ພະ​ລັງ​ແຮງ​ອັນເຂັ້ມ​ແຂງ ​ໃຫ້​ແກ່​ ຂະ​ບວນ​ການ​ເຊື່ອມ​ໂຍງ​ ເຂົ້າ​ເປັນອັນໜຶ່ງ ອັນດຽວກັນ​ຂອງ​ພາກ​ພື້ນ. ຝ່າຍ​ຕ່າງໆ​ຢູ່​ພາກ​ພື້ນ ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ ​ທີ່​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ ຂອງ​ການ​ຮ່ວມ​ມື 10+3 ຢ່າງເຕັມທີ່, ຮ່ວມ​ກັນ​ຮັກ​ສາ​ທ່າ​ອ່ຽງ​ ພັດ​ທະ​ນາ ​ຢ່າງວ່ອງ​ໄວ ແລະ ດີ​ງາມ​ຂອງ​ພາກ​ພື້ນ. ຝ່າ​ຍ​ຕ່າງໆ​ໄດ້ຕີ​ລາ​ຄາ ​ຄວາມ​ຄືບ​ໜ້າ ແລະ ໝາກ​ຜົນ​ການ​ຮ່ວມ​ມື​ 10+3 ຢ່າງຕັ້ງ​ໜ້າ, ຄອງ​ຄອຍ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ຕ່າງໆ​ ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ, ການ​ເງິນ, ຄວາມ​ໝັ້ນຄົງ ​ດ້ານ​ທັນຍາ​ຫານ, ຂະ​ແໜງ​ການ​ ທີ່ຈະເລີນ​ໃໝ່, ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ, ວັດ​ທະ​ນະ​ທຳ​ແລະ​ຂົງ​ເຂດ​ອື່ນໆ, ຮ່ວມ​ກັນ​ຮັກ​ສາ​ ຄວາມ​ໝັ້ນ​ຄົງ ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ພາກ​ພື້ນ, ຍົກ​ສູງ​ລະ​ດັບ​ເຊື່ອມ​ໂຍງ​ ເຊື່ອມ​ຈອດ​ກັນ ແລະ ເພີ່ມ​ຄວາມ​ໝັ້ນ​ໜຽວ ​ຂອງ​ເສດ​ຖະ​ກິດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ເຂົ້າຮ່ວມ 2 ກອງປະຊຸມສໍາຄັນ ຢູ່ມາເລເຊຍອາຊຽນ ASEAN

      ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ເຂົ້າຮ່ວມ 2 ກອງປະຊຸມສໍາຄັນ ຢູ່ມາເລເຊຍ

      7/8/2025 12:57:56 PM

      ຂປລ. ໃນວັນທີ 7 ກໍລະກົດ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ​ພົງສະຫວັນ ສີສຸລາດ ຮອງ​ລັດ​ຖະ​ມົ​ນ​ຕີ​ກະຊວງການຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ເຂົ້າ ຮ່ວມກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.

    • ສະມາຊິກປະເທດອະນຸພາກພື້ນແມ່ນ້ຳຂອງ ຫາລື ຊຸກຍູ້-ສົ່ງເສີມ ດ້ານການທ່ອງທ່ຽວອາຊຽນ ASEAN

      ສະມາຊິກປະເທດອະນຸພາກພື້ນແມ່ນ້ຳຂອງ ຫາລື ຊຸກຍູ້-ສົ່ງເສີມ ດ້ານການທ່ອງທ່ຽວ

      6/26/2025 12:45:38 PM

      ຂປລ. ໃນວັນທີ 24 ມິຖຸນາ 2025 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳ ມະການດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 55 (The 55`th GMS Tourism Working Group Meeting) ຢູ່ແຂວງຫລວງພະບາງ

    • ສ້າງແຜນການຍຸດທະສາດ ປະຊາຄົມວັດທະນະທຳ ສັງຄົມ ອາຊຽນອາຊຽນ ASEAN

      ສ້າງແຜນການຍຸດທະສາດ ປະຊາຄົມວັດທະນະທຳ ສັງຄົມ ອາຊຽນ

      6/25/2025 3:21:51 PM

      ທ່ານ ຫວູຈຽນທັ້ງ, ຮອງລັດຖະມົນຕີ ກະຊວງພາຍໃນ ຫວຽດນາມ ຖືວ່າ ການຮັບຮອງເອົາ ວິໄສທັດ ປະຊາ ຄົມ ອາຊຽນ 2045 ພ້ອມກັບ ບັນດາ ຍຸດທະສາດ ສະແດງໃຫ້ເຫັນ ວິທີການສຳຜັດ ຢ່າງເປັນເຈົ້າການ ຂອງອາຊຽນ, ຮັບມືກັບໂລກ ເຕັມໄປດ້ວຍ ການຜັນແປ.

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 52ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 52

      6/17/2025 2:16:16 PM

      ຂປລ. ກອງປະຊຸມລັດຖະມົນຕີ ອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກ ລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫລີ, ຮົງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການ ປະສານງານສາກົນກ່ຽວກັບ ການຂົນສົ່ງຂ້າມແດນເອີຣົບ-ອາຊີ, ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ເຂົ້າຮ່ວມ.

    • ລາວ-ອາຊຽນ ຫາລື ສົ່ງເສີມ ແລະ  ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍອາຊຽນ ASEAN

      ລາວ-ອາຊຽນ ຫາລື ສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ

      6/17/2025 2:11:51 PM

      ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍອາຊຽນ ໃນລະຫວ່າງວັນທີ 17-18 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງອາຊຽນ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍ

ads
ads

Top