ສະມາຊິກປະເທດອະນຸພາກພື້ນແມ່ນ້ຳຂອງ ຫາລື ຊຸກຍູ້-ສົ່ງເສີມ ດ້ານການທ່ອງທ່ຽວ

26/06/2025 12:45
Email Print 2600
ຂປລ ຂປລ. ໃນວັນທີ 24 ມິຖຸນາ 2025 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳ ມະການດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 55 (The 55`th GMS Tourism Working Group Meeting) ຢູ່ແຂວງຫລວງພະບາງ



ຂປລ. ໃນວັນທີ
24 ມິຖຸນາ 2025 ນີ້, ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມຄະນະກຳ ມະການດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 55 (The 55`th GMS Tourism Working Group Meeting) ຢູ່ແຂວງຫລວງພະບາງ ເພື່ອປຶກສາຫາລື ແລະ ທົບທວນຄືນ ການ ຈັດຕັ້ງປະຕິບັດວຽກງານດ້ານການທ່ອງທ່ຽວ ຂອງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ໃນໄລຍະຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກ GSM (ລາວ, ໄທ, ຫວຽດນາມ, ມຽນມາ, ກຳປູເຈຍ, ຈີນ), ສູນອາຊຽນ-ຈີນ, ສູນອາຊຽນ-ຍີ່ປຸ່ນ, ອົງການຈັດຕັ້ງສາກົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.




ໂອກາດນີ້
, ທ່ານ ນາງ ພອນມະລີ ອິນທະພົມ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາ ລືບັນຫາສຳຄັນຕ່າງໆກ່ຽວກັບການທ່ອງທ່ຽວ ຂອງບັນດາປະເທດສະມາຊິກ ອະນຸພາກພື້ນແມ່ນ້ຳຂອງ ຫລື GMS ເປັນຕົ້ນ ຜູ້ຕາງໜ້າ ຈາກບັນດາປະເທດສະມາຊິກ GMS ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໂດຍສະເພາະ ດ້ານການທ່ອງທ່ຽວ ທີ່ໄດ້ປຶກສາຫາລືກັນໃນກອງປະຊຸມ ໃນຄັ້ງຜ່ານມາ, ລວມທັງການພື້ນຟູການທ່ອງທ່ຽວ ຫລັງການແຜ່ລະບາດຂອງພະຍາດ ໂຄວິດ-19 ວ່າແຕ່ລະປະເທດ ໄດ້ມີການຟື້ນຟູຄືແນວໃດ ແລະ ທິດທາງແຜນການ ໃນຕໍ່ໜ້າຂອງແຕ່ລະປະເທດ ຈະສືບຕໍ່ຊຸກຍູ້-ສົ່ງເສີມ, ປັບປຸງແກ້ໄຂຄືແນວໃດ.




ພ້ອມນີ້
, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຂອງ ທະນາຄານພັດທະນາອາຊີ (ADB) ໂດຍໄດ້ຢືນຢັນວ່າ ແຕ່ລະປະເທດສະມາຊິກ GMS ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນ ຈາກທະນາຄານະພັດທະນາອາຊີ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆ ໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ປຶກສາຫາລື ກ່ຽວກັບກິດຈະກຳ ແລະ ໜ້າວຽກ ທີ່ເປັນວຽກບູລິມະສິດ ຂອງທຸກປະເທດ ທີ່ຈະໄດ້ຮ່ວມມືກັນໃນການພັດທະນາໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງໄດ້ຮັບຟັງການສະເໜີ ຈາກບັນດາປະເທດຄູ່ຮ່ວມພັດທະນາຕ່າງໆ ເປັນຕົ້ນ ສູນອາຊຽນ-ຈີນ ແລະ ສູນອາຊຽນ-ຍີ່ປຸ່ນ ໂດຍໄດ້ນຳສະເໜີກ່ຽວກັບທິດທາງແຜນການໃນຕໍ່ໜ້າ ທີ່ຈະໄດ້ຮ່ວມມືກັນ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ເຂົ້າຮ່ວມ 2 ກອງປະຊຸມສໍາຄັນ ຢູ່ມາເລເຊຍອາຊຽນ ASEAN

      ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ເຂົ້າຮ່ວມ 2 ກອງປະຊຸມສໍາຄັນ ຢູ່ມາເລເຊຍ

      7/8/2025 12:57:56 PM

      ຂປລ. ໃນວັນທີ 7 ກໍລະກົດ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ​ພົງສະຫວັນ ສີສຸລາດ ຮອງ​ລັດ​ຖະ​ມົ​ນ​ຕີ​ກະຊວງການຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ເຂົ້າ ຮ່ວມກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.

    • ສ້າງແຜນການຍຸດທະສາດ ປະຊາຄົມວັດທະນະທຳ ສັງຄົມ ອາຊຽນອາຊຽນ ASEAN

      ສ້າງແຜນການຍຸດທະສາດ ປະຊາຄົມວັດທະນະທຳ ສັງຄົມ ອາຊຽນ

      6/25/2025 3:21:51 PM

      ທ່ານ ຫວູຈຽນທັ້ງ, ຮອງລັດຖະມົນຕີ ກະຊວງພາຍໃນ ຫວຽດນາມ ຖືວ່າ ການຮັບຮອງເອົາ ວິໄສທັດ ປະຊາ ຄົມ ອາຊຽນ 2045 ພ້ອມກັບ ບັນດາ ຍຸດທະສາດ ສະແດງໃຫ້ເຫັນ ວິທີການສຳຜັດ ຢ່າງເປັນເຈົ້າການ ຂອງອາຊຽນ, ຮັບມືກັບໂລກ ເຕັມໄປດ້ວຍ ການຜັນແປ.

    • ກອງປະຊຸມລະດັບເອກອັກຄະລັດຖະທູດ ລະຫວ່າງ ອາຊຽນກັບ ສປ ຈີນ- ຍີ່ປຸ່ນ-ສ.ເກົາຫລີ ຄັ້ງທີ 22ອາຊຽນ ASEAN

      ກອງປະຊຸມລະດັບເອກອັກຄະລັດຖະທູດ ລະຫວ່າງ ອາຊຽນກັບ ສປ ຈີນ- ຍີ່ປຸ່ນ-ສ.ເກົາຫລີ ຄັ້ງທີ 22

      6/22/2025 5:01:07 PM

      ກອງ​ປະ​ຊຸມ ​ລະ​ດັບເອກອັກຄະລັດຖຸ​ທູດ​ ລະ​ຫວ່າງ ​ອາ​ຊຽນກັບ​ ສປ ຈີນ ຍີ່​ປຸ່ນ ແລະ ສ.ເກົາ​ຫລີ (10+3) ຄັ້ງ​ທີ 22 ໄດ້​ຈັດ​ຂຶ້ນ ​ຢູ່​ສຳ​ນັກ​ງານ​ ເລ​ຂາ​ອາ​ຊຽນ ເຊິ່ງຕົ້ນ​ຕໍ​ໄດ້​ປຶກ​ສາ​ຫາ​ລື​ ຄວາມຄືບໜ້າຂອງການປະ​ຕິ​ບັດ “ແຜນ​ການ​ວຽກ​ງານ​ຮ່ວມ​ມື 10+3 (2023-2027)” ແລະ ​ທິດ​ທາງ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 52ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 52

      6/17/2025 2:16:16 PM

      ຂປລ. ກອງປະຊຸມລັດຖະມົນຕີ ອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກ ລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫລີ, ຮົງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການ ປະສານງານສາກົນກ່ຽວກັບ ການຂົນສົ່ງຂ້າມແດນເອີຣົບ-ອາຊີ, ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ເຂົ້າຮ່ວມ.

    • ລາວ-ອາຊຽນ ຫາລື ສົ່ງເສີມ ແລະ  ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍອາຊຽນ ASEAN

      ລາວ-ອາຊຽນ ຫາລື ສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນຍ້າຍ

      6/17/2025 2:11:51 PM

      ຂປລ. ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍອາຊຽນ ໃນລະຫວ່າງວັນທີ 17-18 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງອາຊຽນ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານ ເຄື່ອນຍ້າຍ

ads
ads

Top