ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

02/07/2025 12:13
Email Print 325
ຂປລ ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.




ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ
1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

ກ່ອນການໂອ້ລົມ, ທ່ານ ບຸນຫລາຍ ບຸດທິ ຮັກສາການເລຂາຄະນະບໍລິຫານງານພັກແຂວງ, ຮັກ ສາການເຈົ້າແຂວງເຊກອງ ໄດ້ລາຍງານກ່ຽວກັບການນຳພາ-ຊີ້ນຳຮອບດ້ານ ແລະ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ແລະ ການກະກຽມກອງປະຊຸມໃຫຍ່ ອົງຄະນະພັກແຂວງ ວ່າ: ໄລຍະ 6 ເດືອນຜ່ານມາ, ການພັດທະນາເສດຖະກິດ-ສັງຄົມ ມີທ່າກ້າວຂະຫຍາຍຕົວດີຂຶ້ນ ໂດຍສະແດງໃຫ້ເຫັນ ໃນ 3 ຂະແໜງການຫລັກ ຄື: ຂະແໜງກະສິກຳ ແລະ ປ່າໄມ້ ມີການເຕີບໂຕ ທາງດ້ານການປູກຝັງ, ລ້ຽງສັດເພີ່ມຂຶ້ນ; ຂະແໜງອຸດສາຫະກຳ-ພະລັງງານໄຟຟ້າ ແລະ ບໍ່ແຮ່ ໄດ້ມີການເຄື່ອນໄຫວດຳເນີນການຜະລິດເປັນປົກກະຕິ ແລະ  ຂະແໜງບໍລິການ, ການຄ້າ ແລະ ຄົມມະນາຄົມຂົນສົ່ງ ກໍໄດ້ມີການຈັດຕັ້ງປະຕິບັດ ໄປຕາມແຜນການວາງໄວ້ ມີທ່ວງທ່າດີຂຶ້ນເປັນລໍາດັບເຊັ່ນ: ການຄ້າຂາຍຍົກ-ຂາຍຍ່ອຍ, ການຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣີສອດ, ບ້ານພັກ, ແຫລ່ງທ່ອງທ່ຽວ ໂດຍຄາດຄະເນໝົດປີ 2025 ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ບັນລຸໃນລະດັບ 6,2%. ນອກນັ້ນ, ການເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍງົບປະມານ ກໍມີການຄຸ້ມຄອງ, ຈັດຕັ້ງຢ່າງເຂັ້ມງວດ. ພ້ອມນີ້, ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ເຊິ່ງມາຮອດປັດຈຸບັນ, ການດໍາເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງ 4 ເມືອງ ແລະ ກອງປະຊຸມໃຫຍ່ອົງຄະນະພັກ 2 ກຳລັງປະກອບອາວຸດ (ປກຊ, ປກສ) ແມ່ນສໍາເລັດ 100%, ພ້ອມທັງສໍາເລັດ ການແບ່ງງານ-ແບ່ງຄວາມຮັບຜິດຊອບ ພາຍໃນຄະນະພັກ ຖືກຕ້ອງສອດຄ່ອງຕາມພາລະບົດບາດ ທັງວຽກງານພັກ ແລະ ວຽກລັດ. ສ່ວນການດໍາເນີນ ກອງປະຊຸມໃຫຍ່ຂັ້ນຮາກຖານ ພັກອ້ອມຂ້າງແຂວງ ແມ່ນສໍາເລັດ 93,25%; ສໍາລັບຂັ້ນອົງການຈັດຕັ້ງມະຫາຊົນແມ່ນສຳເລັດ 100%; ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ໄດ້ວາງຄາດໝາຍ ຈະເປີດຂຶ້ນໃນເດືອນສິງຫາຕໍ່ໜ້ານີ້ ໂດຍດ້ານເນື້ອໃນ ແມ່ນໄດ້ລົງເຄື່ອນໄຫວ ລະດົມຄວາມຄິດເຫັນໃສ່ຮ່າງເນື້ອໃນ ບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ 2026-2030 ຢູ່ 4 ເມືອງ ແລະ ບັນດາພະແນກ ການອ້ອມຂ້າງແຂວງ ສຳເລັດ; ສ່ວນດ້ານໂຄງປະກອບບຸກຄະລາກອນ ແມ່ນຢູ່ໃນຂັ້ນຕອນກະກຽມລົງທາບທາມ ຈະໃຫ້ສຳເລັດໃນທ້າຍເດືອນກໍລະກົດ 2025 ນີ້.

ພາຍຫລັງຮັບຟັງລາຍງານແລ້ວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາວ່າ: ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ແຂວງເຊກອງ ກໍຄື ພະນັກງານຫລັກ ແຫລ່ງຂັ້ນພະແນກການຕ່າງໆ ພາຍໃນແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານຕາມພາລະບົດບາດຂອງຕົນ ໂດຍສະ ເພາະໃນປີ 2025 ມາຮອດໄລຍະນີ້ ກໍນັບໄດ້ວ່າເຄິ່ງປີແລ້ວ ທີ່ໄດ້ເອົາໃຈໃສ່ປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ, ວຽກງານຈຸດສຸມໃນແຕ່ຂົງເຂດ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ມີຜົນສໍາເລັດຕາມຄາດໝາຍ. ທັງໝົດນັ້ນ, ຍ້ອນການນໍາພາ-ຊີ້ນໍາຢ່າງໃກ້ຊິດ, ດ້ວຍຄວາມສາມັກຄີ ເປັນເອກະພາບສູງ ຂອງຄະນະພັກ-ຄະນະນໍາ ທຸກຂັ້ນລວມທັງການປະກອບສ່ວນ ຂອງປະຊາຊົນບັນດາເຜົ່າ ແຂວງເຊກອງ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້້າໃນການປະຕິບັດໜ້າທີ່ ຂອງຕົນຢ່າງເຕັມກຳ ລັງ. ໃນຕໍ່ໜ້ານີ້ ກໍຄື 6 ເດືອນທ້າຍປີ, ຂໍໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ດ້ວຍການເພີ່ມທະວີຂອດ ການນໍາພາ-ຊີ້ນໍາໃຫ້ສູງຂຶ້ນ, ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ກໍ່ສ້າງພັກ- ພະນັກງານຕາມທິດປອດໃສ, ເຂັ້ມແຂງ ໜັກແໜ້ນ; ເດັດ ດ່ຽວສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທາງ ດ້ານສັງຄົມໃຫ້ຫລຸດລົງ ເປັນຕົ້ນ ອຸບັດເຫດ, ຂີ້ລັກງັດແງະ, ຄ້າຂາຍຢາເສບຕິດ, ຄ້າຂາຍເຖື່ອນຕ່າງໆ ແລະ ການພະນັນຜິດກົດໝາຍ. ພ້ອມນີ້, ກໍໃຫ້ເພີ່ມທະວີການສຶກສາອົບຮົມ ວຽກງານການເມືອງ-ແນວຄິດ ເພື່ອສ້າງການຫັນ ປ່ຽນຢ່າງ ແຂງແຮງ ແລະ ເລິກເຊິ່ງ ໃຫ້ແກ່ສະມາຊິກພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ວິຊາສະເພາະ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ ການເມືອງ ໃນໄລຍະໃໝ່; ເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍໃຫ້ສຸມໃສ່ຂຸດຄົ້ນ ທ່າແຮງບົ່ມຊ້ອນ ພາຍໃນແຂວງ ເພື່ອມາພັດທະນາເສດຖະກິດຂອງແຂວງ ໂດຍສະເພາະພື້ນຖານ ໂຄງລ່າງຄົມມະນາຄົມຂົນສົ່ງ ໃຫ້ມີຄວາມສະດວກໃນການໄປ-ມາ, ພ້ອມທັງເອົາໃຈໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃຫ້ຫລຸດໜ້ອຍຖອຍລົງ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ ນໍາຂອງອົງຄະນະພັກແຂວງ ບວກກັບກຳລັງແຮງ ຂອງພະນັກງານ-ລັດຖະກອນ, ປະຊາຊົນ ບັນດາເຜົ່າ ຈະເຮັດໃຫ້ແຂວງເຊກອງ ມີການພັັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



ຂ່າວ-ພາບ: ອັດສະວິນ

KPL

ຂ່າວອື່ນໆ

ads
ads

Top