ອົງການປົກຄອງ ນວ ພິຈາລະນາຫລາຍວຽກງານສຳຄັນ

02/07/2025 13:17
Email Print 344
ຂປລ ຂປລ. ກອງປະຊຸມອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ 48 ເປີດກວ້າງ ຈັດຂຶ້ນວັນທີ 1 ກໍລະກົດ 2025 ໂດຍເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຮອງເຈົ້າຄອງ, ຫົວໜ້າພະແນກການ, ເຈົ້າເມືອງ ແລະ ອົງການທຽບເທົ່າ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.



ຂປລ. ກອງປະຊຸມອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ
48 ເປີດກວ້າງ ຈັດຂຶ້ນວັນທີ 1 ກໍລະກົດ 2025 ໂດຍເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຮອງເຈົ້າຄອງ, ຫົວໜ້າພະແນກການ, ເຈົ້າເມືອງ ແລະ ອົງການທຽບເທົ່າ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ພິຈາລະນາຄົ້ນຄວ້າ ແລະ ປະກອບຄຳເຫັນຫລາຍບັນຫາສໍາຄັນ ກ່ຽວກັບວຽກງານຂອງອົງການປົກຄອງ ນະຄອນຫລວງວຽງຈັນ ຜ່ານມາ ແລະ ໃນຕໍ່ໜ້າໃຫ້ມີ ຜົນສຳເລັດ ເປັນຕົ້ນ ຮັບຟັງການລາຍງານກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງ ຈຳນວນໜຶ່ງຂອງອົງການປົກຄອງ ນະຄອນຫລວງ ແລະ ອົງການປົກຄອງເມືອງຢູ່ ນະຄອນຫລວງ ວຽງຈັນ, ຮັບຟັງບົດລາຍງານຂອງ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງ ນວ, ການດັດແກ້ງົບປະມານແຫ່ງລັດ ປະຈຳປີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາປະຊາຊົນ ນວ, ຮັບຟັງການລາຍງານ ກ່ຽວກັບແຜນການປ້ອງກັນ ແລະ ຄວບຄຸມໄພພິບັດ (ຕ້ານນໍ້າຖ້ວມ) ປະຈຳປີ 2025 ຢູ່ ນວ, ລາຍງານ ກ່ຽວກັບແຜນການກະກຽມ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນ ຫລວງວຽງຈັນ ຈະເປັນເຈົ້າພາບ, ຮັບຟັງການລາຍງານກ່ຽວກັບ ການກະກຽມແຜນຜັງການຈັດງານວາງສະແດງສິນຄ້າ ໃນງານບຸນນະມັດສະການ ພະທາດຫລວງ ວຽງຈັນ ປະຈຳປີ 2025, ການລາຍງານ ກ່ຽວກັບການສະເໜີຂໍ ເພີ່ມອາຍຸສຳປະທານທີ່ດິນ ບໍລິເວນຄູກັນນໍ້າຖ້ວມແຄມຂອງ ຕື່ມອີກ 20 ປີ (ຈາກອາຍຸເດີມ 30 ປີ ເພີ່ມອີກ 20 ປີເປັນ 50 ປີ) ຂອງລັດວິສາຫະກິດ ສ່ວນບຸກຄົນຟູຈິວາລະ ແລະ ຮັບຟັງການລາຍງານກ່ຽວກັບ ບົດສະຫລຸບສະພາບພົ້ນເດັ່ນປະຈຳ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມປະຈຳ 6 ເດືອນທ້າຍປີ 2025 ຂອງອົງການປົກຄອງ ນວ ຈຳນວນໜຶ່ງ.

ໃນຕອນທ້າຍປະຊຸມ, ຍັງໄດ້ຮັບຟັງການໂອ້ລົມ ຈາກທ່ານເຈົ້າຄອງນະຄອນຫລວງວຽງຈັນ ເພື່ອໃຫ້ຊີ້ນຳ ແລະ ເປັນທິດທາງໃຫ້ແກ່ ການຈັດຕັ້ງປະຕິບັດ ວຽກງານແຕ່ລະຂົງເຂດ ກໍຄື ການດໍາເນີນວຽກງານຕ່າງໆ ໃນຕໍ່ໜ້າໃຫ້ມີຜົນສຳເລັດ.

ຂ່າວ: ໜັງສືພິມວຽງຈັນໃໝ່

KPL

ຂ່າວອື່ນໆ

ads
ads

Top