ຂປລ
ຂປລ. ລັດຖະບານ ສາທາລະນະລັດ ເກົາຫລີ (ສ ເກົາຫລີ) ໃຫ້ທຶນຊ່ວຍເຫລືອລ້າພາຍໃຕ້ໂຄງ ການແບ່ງປັນຄວາມຮູ້ໄລຍະທີ 2 (KSP) ໃນຫົວຂໍ້ “ໂຄງການປັບປຸງລະບົບການດຳເນີນງານດ້ານການ ບິນ ຢູ່ສະໜາມບິນສາກົນຫລວງພະບາງ” ຈັດພິທີເປີດໂຄງການຢ່າງເປັນທາງການ ໃນວັນທີ 2 ກໍລະ ກົດ 2025 ຢູ່ນະຄອນຫລວງວຽງຈັນ.

ຂປລ. ລັດຖະບານ ສາທາລະນະລັດ ເກົາຫລີ (ສ ເກົາຫລີ) ໃຫ້ທຶນຊ່ວຍເຫລືອລ້າພາຍໃຕ້ໂຄງ ການແບ່ງປັນຄວາມຮູ້ໄລຍະທີ 2 (KSP) ໃນຫົວຂໍ້ “ໂຄງການປັບປຸງລະບົບການດຳເນີນງານດ້ານການ ບິນ ຢູ່ສະໜາມບິນສາກົນຫລວງພະບາງ” ຈັດພິທີເປີດໂຄງການຢ່າງເປັນທາງການ ໃນວັນທີ 2 ກໍລະ ກົດ 2025 ຢູ່ນະຄອນຫລວງວຽງຈັນ. ທັງນີ້ ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ລະບົບກວດກາຄວາມປອດໄພ ດ້ານການບິນຂອງ ສ ປປ ລາວ ແລະ ເສີມສ້າງຄວາມສາມາດໄລຍະຍາວ ຂອງຜູ້ຊ່ຽວຊານດ້ານການບິນ ຕາມມາດຕະຖານສາກົນ.
ໂຄງການແບ່ງປັນຄວາມຮູ້ໄລຍະ 2 ນີ້, ແມ່ນສືບຕໍ່ມາຈາກຄວາມສຳເລັດ ຂອງໂຄງການໄລ ຍະທີ 1 ເຊິ່ງດຳເນີນໂຄງການແຕ່ປີ 2023-2024 ພາຍໄຕ້ຫົວຂໍ້ “ການປັບປຸງນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ແລະ ສິ້ນສຸດລົງໃນເດືອນ ກັນຍາ ປີ 2024 ເຊິ່ງໂຄງການ KSP ໄລຍະ 1 ແມ່ນແນໃສ່ ການອອກແບບຄືນໃໝ່ ຂອງລະບົບວົງຈອນບິນ ແລະ ການປັບຮູບແບບພື້ນທີ່ຄວບຄຸມ Terminal(TMA), ການຈັດຝຶກອົບຮົມ ແລະ ບັນດາໂຄງການລິເລີ່ມຕ່າງໆ ເພື່ອຊຸກຍູ້ການຮ່ວມມື ແລະ ສົ່ງເສີມຄວາມຊໍານານດ້ານວິຊາການ. ສ່ວນໄລຍະທີ 2 ແມ່ນສຸມໃສ່ສ້າງຄວາມເຂັ້ມແຂງ ດ້ານຄວາມສາມາດວິຊາການຂອງສະໜາມບິນ ໂດຍການສ້າງລະບົບການຝຶກອົບຮົມ ຜູ້ກວດກາຄວາມປອດໄພດ້ານການບິນ. ໂຄງການນີ້ ແມ່ນເພື່ອພັດທະນາຫລັກສູດການສອນ ທີ່ສອດຄ່ອງກັບມາດຕະ ຖານ ແລະ ແນວທາງທີ່ກຳນົດໂດຍອົງການ ການບິນພົນເຮືອນລະຫວ່າງປະເທດ (ICAO), ພ້ອມທັງ ວາງພື້ນຖານໃຫ້ແກ່ ການພັດທະນາໃນໄລຍະຍາວ ຂອງຜູ້ຊ່ຽວຊານດ້ານການບິນໃນລາວ. ໂຄງການດັ່ງກ່າວ ແມ່ນມີຄວາມສອດຄ່ອງກັບ ຄວາມຕ້ອງການ ຂອງກົມການບິນພົນລະເຮືອນຂອງລາວ ໂດຍສະເພາະໃນໄລຍະການກະກຽມຄວາມພ້ອມ ສຳລັບໂປແກຣມກວດສອບຄວາມປອດໄພສາກົນ ICAO (USOAP) ໃນປີ 2026.
ໂອກາດນີ້, ທ່ານ ຄິມ ຈອງ ຣອລ (Kim Jeong Ryeol) ທີ່ປຶກສາອາວຸໂສຂອງໂຄງການ KSP ອະດີດຮອງລັດຖະມົນຕີກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ການຂົນສົ່ງຂອງ ສ ເກົາຫລີ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງພື້ນຖານໂຄງລ່າງດ້ານການບິນ ທີ່ເປັນກຳລັງຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ການເຊື່ອມຕໍ່ທົ່ວໂລກ, ລະບົບຄວາມປອດໄພທີ່ເຂັ້ມແຂງ ແມ່ນກຸນແຈສຳຄັນໃນການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນຂອງຕ່າງປະເທດ.
ທ່ານ ຄຳຫລ້າ ພົມມະວັນ ຫົວໜ້າກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ສ ເກົາຫລີ ແມ່ນຖືກຍອມຮັບໃນລະດັບສາກົນ ວ່າມີຂະແໜງການບິນທີ່ກ້າວ ໜ້າ. ການຮຽນຮູ້ຈາກ ສ ເກົາຫລີ ແມ່ນທິດທາງທີ່ຖືກຕ້ອງຂອງປະເທດລາວ. ການກວດສອບຂອງ ICAO ທີ່ຈະມາເຖິງ ໄດ້ຊີ້ໃຫ້ເຫັນຄວາມຕ້ອງການອັນຮີບດ່ວນ ສໍາລັບຜູ້ກວດກາການບິນທີ່ມີຄຸນວຸທິ ແລະ ໂຄງການນີ້ແມ່ນກົງກັບ ຄວາມຕ້ອງການດັ່ງກ່າວ. ມະຫາວິທະຍາໄລການບິນເກົາຫລີ ໄດ້ຖືກຄັດເລືອກໃຫ້ເປັນຜູ້ດຳເນີນໂຄງການນີ້.
ໂຄງການແບ່ງປັນຄວາມຮູ້ (KSP) ແມ່ນໂຄງການໃຫ້ແນວທາງ ດ້ານນະໂຍບາຍວິຊາການ ແລະ ການຮ່ວມມືພັດທະນາຂອງ ສ ເກົາຫລີ ທີ່ໄດ້ຮັບການສະໜັບສະໜູນ ຈາກກະຊວງເສດຖະກິດ ແລະ ການເງິນ ສ ເກົາຫລີ, ດຳເນີນງານໂດຍອົງການ KOTRA ເຊິ່ງໂຄງການດັ່ງກ່າວ ແມ່ນສົ່ງເສີມການຖ່າຍທອດປະສົບການການພັດທະນາ ແລະ ຄວາມຮູ້ ຂອງ ສ ເກົາຫລີ ໃຫ້ກັບບັນດາປະເທດຄູ່ຮ່ວມ ມືຍຸດທະສາດ ໂດຍເນັ້ນໃສ່ການເສີມສ້າງຄວາມອາດສາມາດແບບຍືນຍົງ.
ໂຄງການ KSP (2024-2025) ຄາດວ່າຈະສິ້ນສຸດໃນທ້າຍປີນີ້ ແລະ ຈະສາມາດສ້າງຄວາມເຂັ້ມແຂງ ໃຫ້ຂະແໜງການບິນ ໂດຍສະເພາະ ຫລັກສູດການຝຶກອົບຮົມ ແລະ ການກະກຽມຂອງຂະ ແໜງການບິນລາວ ສຳລັບການກະກຽມ ການກວດສອບດ້ານຄວາມປອດໄພ.
ໂຄງການນີ້ ເປັນຂີດໝາຍສຳຄັນ ໃນການຮ່ວມມືລະຫວ່າງ ສ ເກົາຫລີ-ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ຂອງສອງປະເທດ ໃນການສ້າງລະບົບການບິນທີ່ປອດໄພ, ຍືນຍົງ ແລະ ສອດຄ່ອງກັບລະບົບການບິນສາກົນ.
KPL