ເປິດການທົດສອບສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ

24/07/2025 13:49
Email Print 1004
ຂປລ ຂປລ. ພິທີເປິດການທົດສອບສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ພາຍໃຕ້ໂຄງການຮຽນວິຊາຊີບ ຢູ່ສະຖານປະກອບການ, ແຜນງານການຮ່ວມມື ອາຊຽນ-ສະວິດ (ASTI) ຈັດ​ຂຶ້ນ​ໃນວັນທີ 23 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ

ຂປລ. ພິທີເປິດການທົດສອບສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ພາຍໃຕ້ໂຄງການຮຽນວິຊາຊີບ ຢູ່ສະຖານປະກອບການ, ແຜນງານການຮ່ວມມື ອາຊຽນ-ສະວິດ (ASTI) ຈັດ​ຂຶ້ນ​ໃນວັນທີ 23 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ ໂດຍເປັນປະທານຮ່ວມ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄຊບັນດິດ ຣາດຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຊອງ ກາບຼີເອວ ດັສ (Mr. Jean Gabriel Duss) ຫົວໜ້າຫ້ອງການຮ່ວມມືພາກພື້ນ, ຫ້ອງການຮ່ວມມື-ທີປຶກສາ ປະເທດສະວິດ, ຫົວໜ້າອົງການເຮວເວຕັສ (Helvetas) ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄຳເຫັນວ່າ: ການທົດສອບສີມືແຮງງານ ແມ່ນມີຄວາມໝາຍຄວາມສໍາຄັນ ເພື່ອການປະເມີນຄວາມຮູ້, ຄວາມສາມາດຂອງກຳລັງແຮງງານ ເພື່ອຮັບຮູ້ ແລະ ຢັ້ງຢືນສີມືແຮງງານ ໃຫ້ແກ່ແຮງງານທີ່ມີປະສົບການ ແລະ ຜ່ານການເຮັດວຽກຕົວຈິງ ໂດຍມີການຈັດລະດັບຕາມ ມາດຕະຖານສີມືແຮງງານແຫ່ງຊາດ ເພື່ອສົ່ງເສີມ ການພັດທະນາ ແລະ ຍົກລະດັບສີມືແຮງງານ ເປັນຂັ້ນຢ່າງບໍ່ຢຸດຢັ້ງ ຕາມການປ່ຽນແປງ ຂອງເຕັກໂນໂລຊີໃໝ່ໆ ຫລື Lifelong Learning ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄື ຜູ້ໃຊ້ແຮງງານ ທັງພາຍໃນ ແລະ ພາກພື້ນ. ປັດຈຸບັນ, ບັນຫາເສດຖະກິດຂອງທັງພາກພື້ນ ແລະ ສາກົນ ສົ່ງຜົນຢ່າງກວ້າງຂວາງໃຫ້ເງິນເດືອນ ແລະ ຄ່າຕອບແທນແຮງງານ ທີ່ເຄີຍໃຫ້ ພະນັກງານ ອາດຈະບໍ່ເໝາະສົມກັບຄ່າຄອງຊີບ ແລະ ຄວາມສາມາດ ຂອງແຮງງານ ເຮັດໃຫ້ມີອັດຕາການປ່ຽນວຽກສູງ, ມີການຫລັ່ງໄຫລຂອງແຮງງານ ອອກໄປເຮັດວຽກ ຢູ່ຕ່າງປະເທດ. ສະນັ້ນ, ການຮັກສາແຮງງານທີ່ມີສີມື, ມີຄວາມຮູ້ຄວາມສາມາດໄວ້ ຈຶ່ງເປັນຫົວຂໍ້ທີ່ມີຄວາມສໍາຄັນ ທີ່ສັງຄົມໃຫ້ຄວາມສົນໃຈ ຫລາຍໃນປັດຈຸບັນ, ການທົດສອບສີມືແຮງງານ ຈະເປັນເຄື່ອງມື ວັດແທກທີ່ຈຳ ເປັນ ເພື່ອກຳນົດຄ່າຕອບແທນ ແຮງງານໃຫ້ເໝາະສົມ ແລະ ສົມຄູ່ກັບຄວາມສາມາດ ຂອງກໍາລັງແຮງງານ ເພື່ອການຈ້າງການທີ່ມີຄຸນຄ່າ ແລະ ເປັນທຳ.

ໂຄງການຝຶກວິຊາຊີບຢູ່ສະຖານປະກອບການ ພາຍໃຕ້ຂອບການຮ່ວມມື ອາຊຽນ-ສະວິດ ມີ ຈຸດປະສົງ ເພື່ອໃຫ້ໄວໜຸ່ມຍິງ ແລະ ຊາຍ ໂດຍສະເພາະ ແມ່ນຜູ້ທີ່ມີການສຶກສາຕໍ່າ, ອອກໂຮງຮຽນແຕ່ຍັງນ້ອຍ ແລະ ຄົນງານທີ່ມີທັກສະສີມືຕ່ຳ ໃຫ້ມີທັກສະດ້ານຕະຫລາດແຮງງານທີ່ກ່ຽວຂ້ອງ ເພື່ອເສີມຂະຫຍາຍການຈ້າງງານ ເຊິ່ງສອດຄ່ອງກັບແນວທາງ ແລະ ນະໂຍບາຍຂອງພັກ-ລັດຖະບານ ໃນການສົ່ງເສີມແມ່ຍິງ, ຜູ້ດ້ອຍໂອກາດ, ຜູ້ວ່າງງານ, ຜູ້ປະກອບອາຊີບອິດສະລະ ໄດ້ເຂົ້າເຖິງຕາໜ່າງການພັດ ທະນາສີມືແຮງງານ, ທັງເປັນການຈັດຕັ້ງໂຕ ເລກຄາດໝາຍສູ້ຊົນ ໃນການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ຈຳນວນ 250.000 ຄົນ ໃນໄລຍະ 2026-2030 ເພື່ອສ້າງຄວາມອາດສາມາດ ໃຫ້ແກ່ກຳລັງແຮງງານ ທົ່ວປະເທດ ມີວຽກເຮັດງານທຳທີ່ມີຄວາມໝັ້ນຄົງ, ມີລາຍໄດ້ສົມຄູ່ຄວາມຄວາມສາມາດຂອງຕົນ.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

ads
ads

Top