ຂປລ
ທ່ານ ອັນວາ ອິບຣາຮິມ(Anwar Ibrahim),ນາຍົກລັດຖະມົນຕີ ມາເລເຊຍ, ປະທານ ອາຊຽນ 2025 ໄດ້ສະແດງ ຄວາມ ວິຕົກ ກັງວົນຕໍ່ ການປະທະກັນ ທີ່ເກີດຂຶ້ນ ຢູ່ເຂດຊາຍແດນ ໄທ ກຳປູເຈຍ, ພ້ອມທັງ ໄດ້ເນັ້ນໜັກວ່າ ສັນຕິພາບ ແມ່ນທາງເລືອກ ໜຶ່ງດຽວ ໃນສະພາບການ ຄວາມເຄັ່ງຕຶງ ທີ່ເພີ່ມຂຶ້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ອັນວາ ອິບຣາຮິມ(Anwar Ibrahim),ນາຍົກລັດຖະມົນຕີ ມາເລເຊຍ, ປະທານ ອາຊຽນ 2025 ໄດ້ສະແດງ ຄວາມວິຕົກ ກັງວົນຕໍ່ ການປະທະກັນ ທີ່ເກີດຂຶ້ນ ຢູ່ເຂດຊາຍແດນ ໄທ ກຳປູເຈຍ, ພ້ອມທັງ ໄດ້ເນັ້ນໜັກວ່າ ສັນຕິພາບ ແມ່ນທາງເລືອກ ໜຶ່ງດຽວ ໃນສະພາບການ ຄວາມເຄັ່ງຕຶງ ທີ່ເພີ່ມຂຶ້ນ. ທ່ານ ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ໄດ້ຕິດຕໍ່ ໂດຍກົງກັບ ທ່ານ ຮຸນ ມາເນັດ(Hun Manet), ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ພູມທຳ ເວດໄຊຍະໄຊ, ຮອງນາຍົກລັດຖະມົນຕີ, ຮັກສາການ ນາຍົກ ລັດຖະ ມົນຕີໄທ ເພື່ອແນໃສ່ ຊຸກຍູ້ ການເຈລະຈາ. ທ່ານ ນາຍົກລັດຖະມົນຕີ ມາເລເຊຍ ເຊື່ອໝັ້ນວ່າ ໄທ ແລະ ກຳປູເຈຍ ລ້ວນແຕ່ໃຫ້ ບຸລິມະສິດ ຜົນປະໂຫຍດ ແຫ່ງຊາດ, ປາດຖະໜາ ຢາກແກ້ໄຂ ການປະທະກັນ ໂດຍສັນຕິວິທີ ແລະ ຮັກສາ ຄວາມສະໜິດ ຕິດພັນ ໃນອາຊຽນ. ຂະນະທີ່ ມາເລເຊຍ ໃນບົດບາດ ເປັນປະທານ ອາຊຽນ 2025 ຈະໜູນຊ່ວຍ ຊຸກຍູ້ ຄວາມມານະພະຍາຍາມນີ້. ຂະນະທີ່ 3 ປະເທດ ສະມາຊິກ ອາຊຽນ ໂດຍເພາະແມ່ນ ສປປ ລາວ, ສສ ຫວຽດນາມ ແລະ ຟີລິບປິນ ກໍ່ສະແດງ ຄວາມວິຕົກກັງວົນ, ພ້ອມທັງ ຮຽກຮ້ອງໃຫ້ ໄທ ແລະ ກຳປູເຈຍ ມຸ່ງໄປເຖິງ ການແກ້ໄຂ ບັນດາບັນຫາ ທີ່ຫາກໍ່ ເກີດຂຶ້ນນີ້ ໂດຍສັນຕິວິທີ ຜ່ານການເຈລະຈາ, ຮັກສາ ບັນດາຊ່ອງຕິດຕໍ່ເປີດ ແລະ ຮັບປະກັນ ການຫລຸດຜ່ອນ ຄວາມເຄັ່ງຕຶງ. ສຳລັບ ເຫດການຫລ້າສຸດ ທີ່ກ່ຽວກັບ ຄວາມເຄັ່ງຕຶງ ລະຫວ່າງ ໄທ ແລະ ກຳປູເຈຍ, ວັນທີ 25 ກໍລະກົດນີ້, ໄທ ປະກາດ ຍົກຍ້າຍ ປະຊາຊົນຢູ່ 4 ແຂວງ ທີ່ມີຊາຍແດນຕິດກັບ ກຳປູເຈຍ ຫລາຍກ່ວາ 100.000 ຄົນ ໃນສະພາບ ຄວາມເຄັ່ງ ຕຶງ ຢູ່ທີ່ເພີ່ມຂຶ້ນຢ່າງແຮງ. ທ່ານ ຮອງໂຄສົກກະຊວງສາທາລະນະສຸກ ໄທ ໃຫ້ຮູ້ວ່າ ໄລ່ຮອດເວລາ 21 ໂມງ ຂອງວັນທີ 24 ກໍລະກົດ, ຈຳນວນຜູ້ເສຍຊີວິດ ໃນບັນດາການປະທະກັນ ທາງການທະຫານ ຢູ່ເຂດຊາຍແດນ ລະຫວ່າງ ໄທ - ກຳປູເຈຍ ຈຳນວນ 14 ຄົນ ແລະ ມີຜູ້ຖືກບາດເຈັບ 46 ຄົນ. ປັດຈຸບັນ ຝ່າຍກຳປູເຈຍ ຍັງບໍ່ທັນເປີດເຜີຍຂໍ້ມູນໃດ ກ່ຽວກັບ ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL