ນັກທຸລະກິດຈີນ-ເອີຣົບ ປຶກສາຫາລືຈຸດສຳຄັນດ້ານເສດຖະກິດການຄ້າ

25/07/2025 14:45
Email Print 303
ຂປລ ກອງປະຊຸມໂຕະມົນ ນັກທຸລະກິດຈີນ-ເອີຣົບ ໄດ້ຈັດຂຶ້ນ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ. ນັກທຸລະກິດຈີນ ແລະ ເອີຣົບ ທີ່ເຂົ້າຮ່ວມ ກອງປະຊຸມ ໄດ້ກ່າວວ່າ ການຮ່ວມມື ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ ກັບ ເອີຣົບ ໄດ້ຮັບຜົນ ຢ່າງສົມບູນ

   ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ວັນທີ 24 ກໍລະກົດນີ້, ກອງປະຊຸມໂຕະມົນ ນັກທຸລະກິດຈີນ-ເອີຣົບ ໄດ້ຈັດຂຶ້ນ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງ ປັກກິ່ງ. ນັກທຸລະກິດຈີນ ແລະ ເອີຣົບ ທີ່ເຂົ້າຮ່ວມ ກອງປະຊຸມ ໄດ້ກ່າວວ່າ ການຮ່ວມມື ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ ກັບ ເອີຣົບ ໄດ້ຮັບຜົນ ຢ່າງສົມບູນ, ຫວັງວ່າ ສປ ຈີນ ກັບ ເອີຣົບ ຈະເກາະແຂນກັນ ກ້າວໄປຂ້າງໜ້າ ເພື່ອເພີ່ມ ສະຖຽນ ລະພາບ ຫລາຍກວ່າເກົ່າ ໃຫ້ແກ່ ການພັດທະນາຂອງໂລກ. ວິສາຫະກິດຈີນ ແລະ ເອີຣົບ ເກືອບ 60 ແຫ່ງ ໄດ້ເຂົ້າຮ່ວມກອງປະຊຸມ ໂຕະມົນ ຄັ້ງນີ້ ເຊິ່ງລວມທັງ ຂົງເຂດຕ່າງໆເຊັ່ນ: ເສດຖະກິດ ດີຈີຕອນ, ປັນຍາປະດິດ, ທັນຍາຫານ, ພະລັງງານ, ການຄ້າ ເອເລັກໂຕຣນິກ ແລະ ການປິ່ວປົວພະຍາດ ແບບທັນສະໄໝ ເປັນນຕົ້ນ. ວິສາຫະກິດ ສອງຝ່າຍ ໄດ້ລົງເລິກ ແລກປ່ຽນ ຫາລືກັນ ໂດຍປິ່ນອ້ອມ ຫົວຂໍ້ ຈຸດສຳຄັນ ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ ກັບ ເອີຣົບ ເພື່ອບັນລຸ ຄວາມຮັບຮູ້ ທີ່ເປັນເອກະພາບ ນຳກັນ.ໃນຖານະ ທີ່ເປັນກຸ່ມ ເສດຖະກິດ ອັນດັບທີ 2 ແລະ ທີ 3 ຂອງໂລກ,ເສດຖະກິດຈີນ-ເອີຣົບ ເກື້ອກູນກັນ ໃນລະດັບສູງ, ມີຜົນປະໂຫຍດ ເຊື່ອມໂຍງ ຢ່າງໃກ້ຊິດ, ວິສາຫະກິດຈີນ ແລະ ເອີຣົບ ໂດຍທົ່ວໄປ ຫວັງວ່າ ຈະລົງເລິກ ການໄປມາ ຫາສູ່ ດ້ານເສດຖະກິດ ການຄ້າ ລະຫວ່າງ ສອງຝ່າຍ ຢ່າງຕໍ່ເນື່ອງ ແລະ ດຳເນີນ ການຮ່ວມມື ຢ່າງສະໜິດແໜ້ນ ໃນອະນາຄົດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top