6ປະເທດໃນອີຢູ ອອກຖະແຫລງການຈຳກັດຜູ້ອົບພະຍົບແບບຜິດກົດໝາຍ

20/07/2025 13:14
Email Print 575
ຂປລ ບັນດາ ລັດຖະມົນຕີຂອງ 6 ປະເທດ ສະຫະພາບ ເອີຣົບ (EU), ລວມມີ: ເຢຍລະມັນ, ເຊັກໂກ, ໂປໂລຍ, ຝຣັ່ງ, ແດນມາກ ແລະ ໂອຕຣິດ ໄດ້ອອກຖະແຫລງການຮ່ວມ ເພື່ອແນໃສ່ ຈຳກັດ ສະພາບ ຜູ້ອົບພະຍົບ ແບບຜິດກົດໝາຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້ ບັນດາ ລັດຖະມົນຕີຂອງ 6 ປະເທດ ສະຫະພາບ ເອີຣົບ (EU), ລວມມີ: ເຢຍລະມັນ, ເຊັກໂກ, ໂປໂລຍ, ຝຣັ່ງ, ແດນມາກ ແລະ ໂອຕຣິດ ໄດ້ອອກຖະແຫລງການຮ່ວມ ເພື່ອແນໃສ່ ຈຳກັດ ສະພາບ ຜູ້ອົບພະຍົບ ແບບຜິດກົດໝາຍ. ຖະແຫລງການດັ່ງກ່າວໄດ້ ຢັ້ງຢືນວ່າ  ຄຳໝັ້ນ ສັນຍາລວມ ໃນການຮ່ວມມື ຢ່າງມີປະສິດທິຜົນ ເພື່ອແນໃສ່ ຫລຸດຜ່ອນ ສະພາບ ອົບພະຍົບ ແບບຜິດກົດໝາຍ”, ພ້ອມທັງ ເນັ້ນໜັກເຖິງ ການຈັດສົ່ງ ຊາວອົບພະຍົບ ຜິດກົດໝາຍ ກັບເມືອປະເທດ ແມ່ນສິ່ງ ທີ່ຈຳເປັນ ເພື່ອຮັກສາ ຄວາມໄວ້ເນື້ອ ເຊື່ອໃຈ ຂອງປະຊາຊົນ ທ້ອງຖິ່ນ ສຳລັບ ນະໂຍບາຍ ຂອງບັນດາ ປະເທດນີ້. ຖະແຫລງການ ກໍຍົກໃຫ້ເຫັນ ຢ່າງເດັ່ນຊັດ ຄວາມສຳຄັນ ຂອງການປ້ອງກັນ ຊາຍແດນ ອີຢູ ແລະ ຮຽກຮ້ອງ ຄະນະ ກຳມະການ ເອີຣົບ ຈັດແບ່ງ ງົບປະມານ ໃຫ້ແກ່ ໜ້າທີ່ນີ້ ຢ່າງພຽງພໍ. ນີ້ແມ່ນບາດກ້າວທຳອິດ ໃນຄວາມມານະ ພະຍາຍາມ ປະຕິຮູບ ນະໂຍບາຍລວມ ຂອງ ອີຢູ ສຳລັບ ຊາວລີ້ໄພ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top